ບໍ່ມີຢ້ານ! ຈຸ້ມກັນຫຼີ້ນການພະນັນ ເຈົ້າໜ້າທີ່ເຂົ້າສຶກສາອົບຮົມ ແລະ ປັບໃໝ

0
3135

ກອງພັນປ້ອງກັນເຄື່ອນທີ່ໄວ ນວ ແກ້ໄຂກຸ່ມຫຼິ້ນການພະນັນ ຢູ່ບ້ານພະຂາວ

ອີງຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຮອ ບຸນແຈ້ງ ສຸກກະເສີມ ຮອງຫົວໜ້າໝວດ 1 ປ້ອງກັນທີ່ຕັ້ງ ກອງພັນປ້ອງກັນເຄື່ອນທີ່ໄວ ນວ ໃຫ້ຮູ້ວ່າ: ໃນວັນທີ 13 ຕຸລາ 2021, ເວລາ 16:00 ໂມງ ກອງພັນປ້ອງກັນເຄື່ອນທີ່ໄວ ນວ ໄດ້ຮັບແຈ້ງຈາກພົນລະເມືອງ ຜ່ານທາງໂທລະສັບ ວ່າ: ມີການຫຼິ້ນການພະນັນຕ້ອງຫ້າມ (ຫຼິ້ນໄພ້) ຢູ່ເຮືອນຂອງປະຊາຊົນ ເຂດບ້ານພະຂາວ ເມືອງໄຊທານີ ນວ ດັ່ງນັ້ນ ຈຶ່ງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ລົງກວດກາສະຖານທີ່ດັ່ງກ່າວ ພົບເຫັນເຈົ້າຂອງເຮືອນ ແລະ ຜູ້ຫຼິ້ນການພະນັນຕ້ອງຫ້າມ (ຫຼິ້ນໄພ້) ຈໍານວນ 5 ຄົນ.

ເຈົ້າໜ້າທີ່ຈິ່ງໄດ້ກັກຕົວແລ້ວ ມອບໃຫ້ ປກສ ກຸ່ມ ສີວິໄລ ແລະ ອຳນາດການປົກຄອງບ້ານພະຂາວ ສຶກສາອົບຮົມ ແລະ ປັບໃໝຕາມລະບຽບການ.

ຕໍ່ກັບສະພາບການລະບາດຂອງເຊື້ອພະຍາດໂຄວິດ-19 ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຊາວ ນວ ໃຫ້ພ້ອມກັນເອົາໃຈໃສ່ປະຕິບັດມາດຕະການ, ຄຳສັ່ງ, ແຈ້ງການ ຂອງຂັ້້ນເທິງວາງອອກຢ່າງເຂັ້ມງວດ ເພື່ອເປັນການປະກອບສ່ວນໃນການຕ້ານ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ໃຫ້ໝົດໄປ ແລະ ພ້ອມກັນປະກອບສ່ວນພັນທະຊ່ວຍເຈົ້າໜ້າທີ່ ພົບເຫັນການເຄື່ອນໄຫວທີ່ຜິດຕໍ່ກົດໝາຍແຈ້ງມາເບີວອດແອັບ ປກສ ນວ 020 28899774.

LEAVE A REPLY

Please enter your comment!
Please enter your name here