ປຶກສາຫາລືບັນຫາສຳຄັນຂອງຊາດ

0
1031

ອີງຕາມການລາຍງານ ຂອງສຳນັກຂ່າວສານປະເທດລາວ: ໃນວັນທີ 1-2 ກໍລະກົດ 2021 ຢູ່ຫ້ອງວ່າການສະພາແຫ່ງຊາດ (ຫຼັກ 6), ໄດ້ມີກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນມິຖຸນາ 2021, ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ເພື່ອປຶກສາຫາລື ແລະ ພິຈາລະນາຫຼາຍບັນຫາສຳຄັນຂອງຊາດ ຄື: ການກະກຽມກອງປະຊຸມຮ່ວມ ລະຫວ່າງຄະນະປະຈໍາສະພາແຫ່ງຊາດ ກັບຄະນະລັດຖະບານ, ຄົ້ນຄວ້າການກໍານົດຫົວຂໍ້ແຜນການຕິດຕາມກວດກາ ຂອງຄະນະປະຈໍາສະພາແຫ່ງຊາດປະຈໍາ ປີ 2021, ການກະກຽມ ແລະ ດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ IX, ການຊີ້ນໍາ, ພິຈາລະນາ ແລະ ຕົກລົງຂອງຄະນະປະຈໍາສະພາແຫ່ງຊາດ ໃນໄລຍະຜ່ານມາ.

ລາຍງານກ່ຽວກັບການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່, ລາຍງານຜົນສໍາເລັດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນຂັ້ນແຂວງຊຸດທີ II, ກອງປະຊຸມທາງໄກລະຫວ່າງກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ ແລະ ຄະນະ ສສຊ ປະຈໍາເຂດເລືອກຕັ້ງ (ການຄົ້ນຄວ້າ ກົງຈັກເສນາທິການ ຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ II), ແຜນການລົງເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ IX ແລະ ແຜນການເຄື່ອນໄຫວ ລົງປະກາດການສ້າງຕັ້ງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທົ່ວປະເທດ.

ພິຈາລະນາຮັບຮອງເອົາຮ່າງມະຕິ ຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມ ການສ້າງ ແລະ ຍົກລະດັບຂີດຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ລາຍງານຜົນການຕິດຕາມກວດກາ ການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19 ໃນຂົງເຂດວຽກງານວັດທະນະທໍາ-ສັງຄົມ, ການຈັດຕັ້ງປະຕິບັດແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ດ້ວຍຮູບແບບການອ່ວຍໜີ້ສາມແຈ ແລະ ອອກພັນທະບັດໂດຍກົງໄລຍະທີ 1 ວົງເງິນ 5.000 ຕື້ກີບ, ການຂໍພິຈາລະນາຍົກເວັ້ນພາສີ-ອາກອນ ສໍາລັບການນໍາເຂົ້າໜັງສືຜ່ານແດນ, ສະຕິກເກີ ວີຊາ ແລະ ອຸປະກອນຕ່າງໆ ເພື່ອມາຮັບໃຊ້ໂຄງການໜັງສືຜ່ານແດນເອເລັກໂຕຣນິກ (E Passport) ຂອງກົງສູນກະຊວງການຕ່າງປະເທດ, ການສະເໜີປັບປຸງກົດ ໝາຍວ່າດ້ວຍງົບປະມານແຫ່ງລັດ, ກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ, ກົດໝາຍວ່າດ້ວຍການລົງທຶນຂອງລັດ (ສະບັບປັບປຸງປີ 2016), ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ, ກົດໝາຍວ່າດ້ວຍລະບົບການຊໍາລະ, ກົດໝາຍວ່າດ້ວຍການກວດສອບແຫ່ງລັດ, ກົດໝາຍວ່າດ້ວຍການກວດກາລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ, ລາຍງານຄວາມກຽມພ້ອມ ຂອງກົດໝາຍທີ່ພົວພັນກັບວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດ

ລາຍງານຄວາມກຽມພ້ອມຂອງກົດໝາຍ ທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ມີ 2 ກົດໝາຍ ຄື: ຮ່າງກົດໝາຍວ່າດ້ວຍຍານພາຫະນະທາງບົກ (ສ້າງໃໝ່) ແລະ ຮ່າງກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ (ສະບັບປັບປຸງ), ລາຍງານການເຄື່ອນໄຫວວຽກງານພົວພັນລັດຖະສະພາຫລາຍຝ່າຍ ໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການເຄື່ອນໄຫວວຽກງານລັດຖະສະພາໃນ 5 ປີຕໍ່ໜ້າ, ສະຫລຸບຕີລາຄາການພົວພັນ ແລະ ຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ໃນໄລຍະ 5 ປີ (2016-2020) ແລະ ທິດທາງແຜນການພົວພັນຮ່ວມມື ໃນ 5 ປີ ຕໍ່ໜ້າ (2021-2025)

ລາຍງານກ່ຽວກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ການສະເໜີແຕ່ງຕັ້ງຜູ້ພິພາກສາຊັ້ນໜຶ່ງ ປະຈໍາຢູ່ສານປະຊາຊົນສູງສຸດ ແລະ ການຂໍອະນຸມັດສ້າງຕັ້ງອົງການໄອຍະການປະຊາຊົນເຂດ III ແຂວງສາ ລະວັນ, ຄົ້ນຄວ້າ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາຂອງກໍາມາທິການຍຸຕິທໍາສະພາແຫ່ງຊາດໃນໄລຍະຜ່ານມາ, ລາຍງານການຈັດຕັ້ງຜັນຂະຫຍາຍມະຕິ 037/ຄບສພ ລົງວັນທີ 18 ມິຖຸນາ 2018 ຂອງຄະນະບໍລິຫານງານສູນກາງພັກ ແລະ ມະຕິກົມການເມືອງສູນກາງພັກ ສະບັບເລກທີ 112/ກມສພ ລົງວັນທີ 2 ມິຖຸນາ 2020 ແລະ ພິຈາລະນາຄາຮ້ອງຂໍຄວາມເປັນທໍາ ຂອງຫົວໜ່ວຍທຸລະກິດຈໍານວນໜຶ່ງ.

LEAVE A REPLY

Please enter your comment!
Please enter your name here