ສໍາເລັດໂຄງການກໍ່ສ້າງ ຫໍພັກນັກຮຽນ ບ້ານທົ່ງແຄະ

0
1433

ໃນຕອນເຊົ້າ ຂອງວັນທີ 4 ມິຖຸນາ 2021 ທີ່ຜ່ານມານີ້, ໄດ້ຈັດພິທີມອບ-ຮັບໂຄງການກໍ່ຫໍພັກນັກຮຽນ ບ້ານທົ່ງແຄະ ພາຍໃຕ້ການເປັນປະທານຂອງທ່ານ ເພັດສະໃໝ ໄຊຍະທິຈັກ ເລຂາພັກເມືອງ ເຈົ້າເມືອງຄໍາເກີດ ເປັນປະທານຮ່ວມໂດຍ ທ່ານ ພັນເອກ ສຸກນິລັນ ຄໍາພິລາວົງ ອໍານວຍການ ບໍລິສັດ ລັດ ພັດທະນາຊົນນະບົດ ມີຄະນະກໍາມະການມາຈາກ ພະແນກ ພະລັງງານ ແລະ ບໍ່ແຮ່ແຂວງ-ເມືອງ ຫົວໜ້າຫ້ອງວ່າການແຂວງ-ເມືອງ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວໄດ້ຮັບຟັງຜົນການຈັດຕັ້ງປະຕິບັດສອງໂຄງການຈາກທ່ານ ພັນໂທ ຄໍາອ້ວນ ດວງບຸນມາ ຮອງອໍານວຍການບໍລິສັດ ລັດ ພັດທະນາຊົນນະບົດ ໃນນາມຜູ້ຮັບເໝົາກໍ່ສ້າງທ່ານໄດ້ກ່າວວ່າ: ໂຄງການກໍ່ສ້າງຫໍພັກນັກຮຽນໂຮງຮຽນມັດທະຍົມບ້ານທົ່ງແຄະ ແມ່ນມີມູນຄ່າການກໍ່ສ້າງທັງໝົດ 316 ລ້ານກວ່າກີບ, ເລີ່ມການກໍ່ສ້າງແຕ່ວັນທີ 22 ທັນວາ 2020 ແລະ ສໍາເລັດການກໍ່ສ້າງ ວັນທີ 22 ມີນາ 2021 ໄລຍະເວລາ 3 ເດືອນ; ຫໍພັກນັກຮຽນໂຮງຮຽນມັດທະຍົມບ້ານທົ່ງແຄະເປັນອາຄານຊັ້ນດຽວຂະໜາດ 9×24 ແມັດ, ມີ 6 ຫ້ອງນອນ 2 ຫ້ອງນໍ້າລວມຢູ່ດ້ານນອກອາຄານ, ພື້ນຄັດມັນ, ຝາກໍ່ດ້ວຍດິນບ໋ອກໂບກ 2 ໜ້າ, ຫຼັງຄາໂຄງເຫຼັກມຸງກະເບື້ອງ ແລະ ມີລະບຽງດ້ານໜ້າກວ້າງ 2 ແມັດພ້ອມຕັ່ງນັ່ງຍາວ.

ຈາກນັ້ນ ເຈົ້າຂອງໂຄງການກໍ່ໄດ້ເຊັນມອບໂຄງການໃຫ້ເມືອງ-ເມືອງມອບໃຫ້ບ້ານເພື່ອໃຫ້ບ້ານໄດ້ນໍາໃຊ້ ແລະ ບູລະນະຂັ້ນຕໍ່ໄປ.

LEAVE A REPLY

Please enter your comment!
Please enter your name here