ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມວຽກງານຮີບດ່ວນ

0
1489

ອີງຕາມການລາຍງານຂອງ National Radio, ໃນວັນທີ 7 ມິຖຸນາ 2021ນີ້, ທີ່ກະຊວງປ້ອງກັນປະເທດ ໄດ້ເປີດກອງປະຊຸມຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງຂຶ້ນ ໂດຍການເປັນປະທານຂອງ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ມີ ທ່ານ ນາງ ໃບຄໍາ ຂັດຕິຍະ ກໍາມະການສູນກາງພັກ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ມີບັນດາຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ໃບຄໍາ ຂັດຕິຍະ ໄດ້ຂຶ້ນຜ່ານບົດລາຍງານຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຟື້ນຟູ ເມືອງສະໜາມໄຊ ທີ່ໄດ້ຮັບຜົນກະທົບ ຈາກສັນເຂື່ອນ D ຂອງເຂື່ອນເຊປຽນ-ເຊນໍ້ານ້ອຍແຕກໃນໄລຍະເດືອນກໍລະກົດ 2018 – ພຶດສະພາ 2021 ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ປະຕິບັດຕາມແຈ້ງການຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ກົນໄກການນໍາໃຊ້ເງິນບໍລິຈາກ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍງົບປະມານ ໂດຍໄດ້ໂອນເງິນບໍລິຈາກ ຈໍານວນ ( 153 ຕື້ ກວ່າກີບ ) ໃຫ້ແຂວງອັດຕະປື ເພື່ອຈ່າຍຊໍາລະບັນດາໂຄງການສຸກເສີນ, ຮີບດ່ວນ ໃຫ້ແກ່ການຟື້ນຟູ ເມືອງສະໜາມໄຊ ກ່ອນ, ເມື່ອທາງບໍລິສັດ ຜູ້ພັດທະນາເຂື່ອນເຊປຽນ-ເຊນ້ໍານ້ອຍ ຊົດເຊີຍຄືນໃຫ້ທາງແຂວງແລ້ວ ໃຫ້ແຂວງໂອນກັບເຂົ້າບັນຊີເງິນບໍລິຈາກຢູ່ຄັງເງິນແຫ່ງຊາດ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມຄຸ້ມຄອງ.

ພ້ອມກັນນັ້ນ, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ກໍໄດ້ລົງຕິດຕາມຊຸກຍູ້ ໃນການຟື້ນຟູ ເມືອງສະໜາມໄຊ, ແຂວງອັດຕະປື ດ້ວຍການຈັດກອງປະຊຸມຮ່ວມກັນເປັນໄຕມາດທຸກໆ ສາມເດືອນ ເພື່ອຮັບຟັງການລາຍງານຄວາມຄືບໜ້າການຟື້ນຟູ ແລະ ປຶກສາຫາລືໃນການແກ້ໄຂຂໍ້ຄົງຄ້າງຕ່າງໆ, ພ້ອມນັ້ນ, ກໍເປັນໃຈກາງປະສານສົມທົບກັບພາກສ່ວນຕ່າງໆ ຈັດກອງປະຊຸມປຶກສາຫາລື ກັບ ບໍລິສັດ PNPC/SK ໃນການເລັ່ງລັດຟື້ນຟູເມືອງສະໜາມໄຊ ໂດຍສະເພາະແມ່ນ ຄວາມເອກະພາບບັນດາຂໍ້ມູນການປະເມີນຜົນເສຍຫາຍ, ການພັດທະນາແຜນແມ່ບົດໃນການຊົດເຊີຍການຟື້ນຟູ ເມືອງສະຫມາມໄຊ, ເຈລະຈາຕໍ່ລອງບັນຫາຕ່າງໆດ້ວຍຄວາມເປັນເຈົ້າການ ຕັ້ງໜ້າປະສານສົມທົບກັບອົງການເຄືອຄ່າຍ ສປຊ ແລະ ບັນດາອົງການຈັດຕັ້ງສາກົນ ຈັດຕັ້ງປະຕິບັດບັນດາກິດຈະກໍາຟື້ນຟູຫຼັງໄພພິບັດ.

ເຊິ່ງປັດຈຸບັນມີໂຄງການສ້າງຄວາມເຂັ້ມແຂງ ໃນການຮັບມືກັບສະພາບດິນຟ້າອາກາດແບບປະສົມປະສານ ຢູ່ແຂວງອັດຕະປື ມີໄລຍະໂຄງການ ແຕ່ປີ 2020-2023 ເຊິ່ງປະກອບມີ 6 ວຽກໃຫຍ່ ຄື: ວຽກພັດ ທະນາສີມືແຮງງານ, ວຽກປົກປ້ອງເດັກ, ວຽກ ສຶກສາທິການ ແລະ ກິລາ, ວຽກສາທາລະນະສຸກ, ວຽກກະສິກໍາ ແລະ ປ່າໄມ້ ແລະ ວຽກຄຸ້ມຄອງໄພພິບັດ. ແຂວງອັດຕະປື ແລະ ບໍລິສັດຜູ້ພັດທະນາເຂື່ອນເຊປຽນ-ເຊນ້ໍານ້ອຍ PNPC/SK ໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນ ໃນການຮັບຮອງເອົາມູນຄ່າຊົດເຊີຍ ແລະ ຟື້ນຟູ ຕາມແຜນແມ່ບົດ ສະບັບເລກທີ 01/ຄກພ.ອປ, ລົງວັນທີ 10 ເມສາ 2020 ໃນມູນຄ່າ (835 ຕື້ກວ່າກີບ) 835.880.000.000 ກີບ, ເຊິ່ງມູນຄ່ານີ້ ລັດຖະບານ ໄດ້ມີແຈ້ງການຮັບຮອງແຜນແມ່ບົດ ສະບັບເລກທີ 739/ ຫສນຍ, ລົງວັນທີ 13 ກໍລະກົດ 2020 ແຕ່ມູນຄ່າດັ່ງກ່າວ ບໍ່ໄດ້ລວມ ການຊົດເຊີຍໃນລາຍການທີ 6 ທີ່ມີ: ສິ່ງປຸກສ້າງ, ເງິນສົດ-ວັດຖຸ ມີຄ່າທີ່ເສຍຫາຍ, ອັດຖິ, ຂໍ້ມູນຕົກຫຼົ່ນ ທີ່ຍັງບໍ່ສາມາດເອກະພາບຕົວເລກເສຍຫາຍໄດ້ ເຊິ່ງທາງແຂວງ ແລະ ບໍລິສັດ PNPC/SK ຈະຕ້ອງ ໄດ້ສືບຕໍ່ເຈລະຈາ ການຈັດຕັ້ງປະຕິບັດໂຄງການຟື້ນຟູ ເມືອງສະໜາມໄຊ ທຸກໆໂຄງການທີ່ນໍາໃຊ້ງົບປະມານ ຕາມແຈ້ງການລັດຖະບານ, ເຊິ່ງປະກອບມີ: ງົບປະມານການຊ່ວຍເຫຼືອປຸກເຮືອນຂອງອົງການຈັດຕັ້ງສາກົນ, ການຊ່ວຍເຫຼືອປຸກເຮືອນ ແລະ ຂົວ ຂອງລັດຖະບານໄທ ແລະ ບ້ວງການຊົດເຊີຍແຜນແມ່ບົດ ຂອງບໍລິສັດ PNPC/SK ນັ້ນ ແມ່ນທາງແຂວງ ເປັນຜູ້ຮັບຜິດຊອບຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ.

  • ວຽກສົງເຄາະ ປະຊາຊົນທີ່ອາໄສຢູ່ສູນພັກຊົ່ວຄາວໃນ 5 ສູນ ແມ່ນໄດ້ມີການເບີກຈ່າຍເງິນອັດຕາກິນ ແລະ ເງິນແຮຖົງ ໃຫ້ປະຊາຊົນ ຈໍານວນ 250.000 ກີບ/ຄົນ/ເດືອນ ເຊິ່ງໄດ້ຈັດຕັ້ງປະຕິບັດມາຮອດເດືອນ 12/2020, ເບີກຈ່າຍເຂົ້າໃຫ້ປະຊາຊົນໃນ 5 ສູນພັກເຊົາ 20 ກິໂລ/ຄົນ/ເດືອນ ຮອດເດືອນ 12 ປີ 2020 (ມີຜູ້ໄດ້ຮັບນະ ໂຍບາຍສົງເຄາະທັງຫມົດ 3.612 ຄົນ, ຍິງ 1.211 ຄົນ).

ມາຮອດປີ 2020, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ແຂວງໄດ້ເຮັດການປະເມີນຊີວິດການເປັນຢູ່ຂອງປະຊາຊົນ ເຊິ່ງເຫັນວ່າມີຫຼາຍຄອບຄົວ ສາມາດກຸ້ມຕົນເອງ ແລະ ໄດ້ລາຍງານຜົນການປະເມີນໃຫ້ລັດຖະບານຮັບຊາບ, ປັດຈຸບັນ ທາງແຂວງກໍາລັງ ອອກຂໍ້ຕົກລົງຮັບຮອງຜົນການລົງປະເມີນຊີວິດການເປັນຢູ່ຂອງປະຊາຊົນ ຕາມບົດບັນທຶກກອງປະຊຸມ ຄັ້ງທີ 4 ໃນຄັ້ງວັນທີ 21 ກຸມພາ 2021 ຄື: ຫຼຸດນະໂຍບາຍເຂົ້າກິນ ຈາກ 20 ກິໂລ/ຄົນ/ເດືອນ ມາເປັນ 12 ກິໂລ/ຄົນ/ເດືອນ; ສໍາລັບນະໂຍບາຍເງິນສົດ 250.000 ກີບ/ຄົນ/ເດືອນນັ້ນ ແມ່ນປະຕິບັດໃຫ້ພຽງແຕ່ ກຸ່ມເປົ້າໝາຍສະ ເພາະ ເປັນຕົ້ນ: ຄອບຄົວທີ່ຍັງບໍ່ສາມາດກຸ້ມຕົນເອງໄດ້ເທື່ອ, ຄອບຄົວທີ່ມີ ຫົວ ໜ້າຄອບຄົວເປັນເພດຍິງ, ຜູ້ພິການ ແລະ ຜູ້ອາຍຸສູງໃນຄອບຄົວທຸກຍາກ, ເດັກນ້ອຍກໍາພ້າ-ກໍາພອຍ, ສ່ວນຄອບຄົວຜູ້ປະສົບໄພພິບັດ ອື່ນໆ ແມ່ນຫັນໄປສູ່ຮູບແບບການພັດທະນາ ແລະ ສົ່ງເສີມການຜະລິດ, ຊຸກຍູ້ໃຫ້ເຂົາເຈົ້າເຂົ້າຮ່ວມກຸ່ມການຜະລິດໃຫ້ຫຼາຍຂຶ້ນ ໂດຍເລີ່ມປະຕິບັດແຕ່ເດືອນ 1/2021 ເປັນຕົ້ນມາ. ກອງປະຊຸມຄັ້ງນີ້, ປະທານ ແລະ ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ບົດລາຍງານຢ່າງຕັ້ງໜ້າດ້ວຍຄວາມຮັບຜິດຊອບສູງແບບພາວະວິໄສກົງໄປກົງມາ.

LEAVE A REPLY

Please enter your comment!
Please enter your name here