ຫສນຍ ຄັດເລືອກຜູ່ແທນ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

0
1855

ໃນຕອນເຊົ້າຂອງວັນທີ 8 ທັນວາ 2020 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມໃຫຍ່ສະມາຊິກພັກ ເພື່ອເລືອກເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ໂດຍການເປັນປະທານຂອງ ສະຫາຍ ຄໍາເຈນ ວົງໂພສີ, ກຳມະການສູນກາງພັກ, ເລຂາຄະນະພັກ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ມີບັນດາສະຫາຍຄະນະພັກ ຫສນຍ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສະມາຊິກພັກອາວຸໂສບຳນານ ທົ່ວຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເຂົ້າຮ່ວມ 215 ສະຫາຍ.

ວາລະທໍາອິດ ຂອງກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການນຳພາ-ຊີ້ນຳວຽກງານຜ່ານມາ (ນັບແຕ່ປີ 2017 ຫາ ກາງປີ 2020) ແລະ ທິດແຜນການໃນຕໍ່ໜ້າ ຂອງຄະນະບໍລິຫານງານພັກ ຫສນຍ ທີ່ສະເໜີໂດຍສະຫາຍ ຄໍາລາວັນ ຈັນທະລາວັນ, ຮອງເລຂາຄະນະພັກ ຫສນຍ, ຊຶ່ງເຫັນໄດ້ ຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ ເປັນຕົ້ນ ວຽກງານການເມືອງ-ແນວຄິດ; ວຽກງານຈັດຕັ້ງພັກ ແລະ ພະນັກງານ; ວຽກງານກໍ່ສ້າງພັກ, ຂະຫຍາຍພັກ; ວຽກງານກຽມກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຫສນຍ; ວຽກງານວິຊາສະເພາະ ໂດຍສະເພາະໄດ້ເອົາໃຈໃສ່ວຽກງານການເປັນເສນາທິການ, ວຽກງານປະສານງານ, ວຽກງານບໍລິການຮັບໃຊ້ ການນຳເປັນຢ່າງດີ ລວມທັງ ວຽກງານຮ່ວມມືກັບຕ່າງປະເທດ, ວຽກງານກວດກາ.

ພ້ອມກັນນີ້, ວຽກອົງການຈັດຕັ້ງມະຫາຊົນ, ວຽກງານປ້ອງກັນຄວາມສະຫງົບ, ວຽກງານນະໂຍບາຍ ແລະ ອື່ນໆ ກໍ່ໄດ້ຮັບການຈັດຕັ້ງປະຕິບັດມີຜົນສຳເລັດ ຕາມແຜນທີ່ໄດ້ກຳນົດໄວ້. ຄຽງຄູ່ກັບດ້ານດີ, ຜົນສຳເລັດ ທີ່ຍາດມາໄດ້ ກໍ່ປາສະຈາກບໍ່ໄດ້ ຂໍ້ຄົງຄ້າງ ຊຶ່ງສະຫາຍ ຄໍາລາວັນ ຈັນທະລາວັນ ຍັງໄດ້ຍົກໃຫ້ເຫັນສາຍເຫດທີ່ພາໃຫ້ມີດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການນໍາພາຊີ້ນໍາວຽກງານຂອງ ຫສນຍ ໃນໄລຍະຜ່ານ, ພ້ອມທັງ ສະ ເໜີທິດທາງແຜນການໃນທ້າຍສະໄໝ ທີ IV ຂອງຄະນະບໍລິຫານງານພັກ ຫສນຍ ຕື່ມອີກ. ຈາກນັ້ນ ກອງປະຊຸມ ໄດ້ພ້ອມກັນປ່ອນບັດຄັດເລືອກເອົາຜູ້ແທນ ທີ່ເປັນຕົວແທນຂອງອົງຄະນະພັກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ຊຶ່ງມີຜູ້ສະໝັກທັງໝົດ 10 ສະຫາຍ, ໃນນັ້ນ ເລືອກເອົາຜູ້ແທນສົມບູນ 6 ສະຫາຍ ແລະ ຜູ້ແທນສໍາຮອງ 2 ສະຫາຍ.

ຜ່ານການປ່ອນບັດຄັດເລືອກ ໄດ້ຜູ້ແທນສົມບູນ ປະກອບມີ: ສະຫາຍ ຄໍາລາວັນ ຈັນທະລາວັນ, ສະຫາຍ ຄົມສັນ ໄຊຍະສານ, ສະຫາຍ ສະຖິດ ເພັດສິງເລືັອງ, ສະຫາຍ ປະເສີດສັກ ອຸເທນທະປັນຍາ,ສະຫາຍ ແສງທອງ ມະນີຈັນ ແລະ ສະຫາຍ ນາງ ບຸນໜັກ ຫຼວງລາດ; ສຳລັບຜູ້ແທນສໍາຮອງ ປະກອບມີ: ສະຫາຍ ຮສ. ປອ ສົມກຽດ ພະສີ ແລະ ສະຫາຍ ຈັນທະພອນ ແກ້ວມາລາວົງ.

ກອງປະຊຸມໄດ້ດຳເນີນໄປ ຖືກຕ້ອງຕາມກົດລະບຽບຂອງພັກ ແລະ ຄຳແນະນຳຂອງຄະນະເລຂາທິການສູນກາງພັກ, ພ້ອມທັງໄດ້ນຳໃຊ້ໄດ້ນຳໃຊ້ສິດປະຊາທິປະໄຕຂອງສະມາຊິກພັກ ດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ກອງປະຊຸມໄດ້ຮັບຜົນສຳເລັດອັນຈົບງາມ. ໃນຕອນທ້າຍຂອງກອງປະຊຸມ, ສະຫາຍ ຄໍາເຈນ ວົງໂພສີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ອົງຄະນະພັກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສາມາດຍາດມາໄດ້ໃນໄລຍະຜ່ານ ແລະ ຜົນຂອງການຄັດເລືອກເອົາຜູ້ແທນ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ພ້ອມນັ້ນ ສະຫາຍ ຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ບາງບັນຫາສຳຄັນຕື່ມ ເປັນຕົ້ນ ໃຫ້ບັນດາສະຫາຍ ຜູ້ແທນສົມບູນ ແລະ ສຳຮອງ ກຽມຄວາມພ້ອມທາງດ້ານເນື້ອໃນ ກໍ່ຄືນຳເອົາຄວາມຄິດເຫັນຂອງອົງຄະນະພັກ ຫສນຍ ເພື່ອນໍາສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ພ້ອມທັງຮັກສາສຸຂະພາບຂອງຕົນ ໃຫ້ສາມາດເຂົ້າຮ່ວມຕະຫຼອດໄລຍະດຳເນີນກອງປະຊຸມ; ໃຫ້ບັນດາອານຸກໍາມະການກະກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ V ອົງຄະນະພັກ ຫສນຍ ສືບຕໍ່ກະກຽມ ແລະ ກວດກາຄືນ ບັນດາວຽກງານຂອງຕົນ ໃຫ້ມີຄວາມພ້ອມຮອບດ້ານ ເພື່ອເຮັດໃຫ້ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຫສນຍ ສາມາດດໍາເນີນໄປໄດ້ຕາມກຳນົດເວລາ, ບັນລຸຕາມຈຸດປະສົງ ແລະ ຄາດໝາຍ ທີ່ວາງໄວ້ຢ່າງຈົບງາມ,

ອັນສຳຄັນ ແມ່ນຕ້ອງປັບປຸງຮ່າງບົດລາຍງານການເມືອງ ແລະ ຮ່າງແຜນພັດທະນາວຽກງານວິຊາສະເພາະຂອງ ຫສນຍ, ຊຶ່ງສອງເອກະສານດັ່ງກ່າວ ຕ້ອງໃຫ້ກົມກຽວ ໄປລວງດຽວກັນ ແລະ ຕິດພັນກັນຢ່າງສະໜິດແໜ້ນ; ແຕ່ລະອານຸກຳມະການ ສືບຕໍ່ປຶກສາຫາລືກັນ ໂດຍມີການແບ່ງຄວາມຮັບຜິດຊອບ ຢ່າງລະອຽດ, ຈະແຈ້ງ, ຮັບປະກັນຄວາມພ້ອມ, ປະສິດທິພາບ ແລະ ປະສິດທິຜົນ ຂອງວຽກງານ; ສຳລັບ ວຽກງານຂະບວນການ ແມ່ນໃຫ້ເຄື່ອນໄຫວ ຕິດພັນກັບ ໜ້າທີ່ການເມືອງ, ວຽກງານວິຊາສະເພາະ ກໍ່ຄືເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງ ຫສນຍ, ຄຳຂວັນຂອງອົງການຈັດຕັ້ງມະຫາຊົນ ແລະ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ. ພ້ອມກັນນີ້ ໃຫ້ສະມາຊິກພັກ ຂອງ ຫສນຍ ທຸກສະຫາຍ ສືບຕໍ່ມູນເຊື້ອອັນດີງາມ, ຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານການເມືອງແນວຄິດ, ຄຸນສົມບັດ-ສິນທຳປະຕິວັດ, ທາງດ້ານວິຊາສະເພາະ, ມີຄວາມສາມັກຄີປອງດອງ ເພື່ອເຮັດສຳເລັດໃນໜ້າທີ່ການເມືອງ ທີ່ຖືກມອບໝາຍ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ

LEAVE A REPLY

Please enter your comment!
Please enter your name here