ກວດກາໂຄງການກໍ່ສ້າງອະນຸສາວະລີນັກບິນທະຫານອະດີດສະຫະພາບໂຊຫວຽດ

0
1545

ໃນວັນທີ 14 ຕຸລາ 2020 ນີ້, ສະຫາຍ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະໄດ້ລົງກວດກາເບິ່ງຄວາມຄືບໜ້າຂອງການກໍ່ສ້າງໂຄງການອະນຸສາວະລີນັກບິນທະຫານ ອະດີດ ສະຫະພາບໂຊວຽດທີ່ຈຸດກໍ່ສ້າງ ບ້ານອາກາດ, ເມືອງສີໂຄດຕະ ບອງ, ນະຄອນຫຼວງວຽງຈັນ, ໃຫ້ການຕ້ອນຮັບໂດຍມີ ສະຫາຍພົນຈັດຕະວາ ພູຫຼວງ ບົວພະຈັນ ຫົວໜ້າການເມືອງກອງບັນຊາການທະຫານອາກາດ, ມີສະຫາຍ ສົມພັດ ສຸພັດທອນ ປະທານບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງຈອນ ຈຳກັດ (SCS) ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ.

ສະຫາຍ ສົມພັດ ສຸພັດທອນ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງອະນຸສາວະລີ ນັກບິນທະຫານອະດີດ ສະຫະພາບໂຊວຽດໄດ້ຮັບອະນຸ ມັດໃຫ້ກໍ່ສ້າງຂຶ້ນ ໂດຍແມ່ນກະຊວງປ້ອງກັນປະເທດເປັນເຈົ້າຂອງໂຄງການ ແລະ ມອບໝາຍໃຫ້ບໍລິສັດຂອງຂ້າພະເຈົ້າເປັນ ຜູ້ຮັບເໝົາກໍ່ສ້າງເຊິ່ງທັງສອງ ຝ່າຍໄດ້ເຊັນສັນຍາຮ່ວມກັນໃນຕົ້ນເດືອນພຶດສະພາຜ່ານມາ ແລະ ລົງມືກໍ່ສ້າງໃນເດືອນມິຖຸນາ 2020 ນີ້, ມາຮອດປັດຈຸບັນການກໍ່ສ້າງແມ່ນສຳເລັດ 100% ຖືວ່າສຳເລັດກ່ອນແຜນການທີ່ກຳນົດໄວ້.

ໂຄງການກໍ່ສ້າງດັ່ງກ່າວເປັນ ການຮ່ວມມືກັນຂອງທັງສອງລັດຖະບານລາວ ແລະ ຣັດເຊຍກໍຄື ສອງກະຊວງປ້ອງກັນປະເທດ ລາວ-ຣັດເຊຍ, ທັງນີ້ເພື່ອເປັນການສະແດງຄວາມກະຕັນຍູຮູ້ບຸນຄຸນ ແລະ ຈາລຶກຜົນງານຄຸນງາມຄວາມດີຂອງອະດີດນັກບິນ ທະຫານຣັດເຊຍທີ່ເສຍຊີວິດຢູ່ ລາວ ພວກເຮົາໃນໄລຍະທີ່ຜ່ານມາ ແລະ ເປັນສະຖານທີ່ສຶກສາຮຽນຮູ້ຂອງອະນຸຊົນໃນອະນາຄົດ, ໂດຍສະເພາະແມ່ນໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ- ຣັດເຊຍ ຄົບຮອບ 60 ປີໃນປີ 2020 ນີ້.

ໂຄງການດັ່ງກ່າວມີເນື້ອທີ 400 ກວ່າຕາເມັດ, ກໍ່ສ້າງໂດຍ ເປຕົງເສີມເຫຼັກທີ່ແໜ້ນໜາ, ພ້ອມດ້ວຍສິ່ງຕົບແຕ່ງປະດັບປະດາ ເປັນຕົ້ນແມ່ນປູກຫຍ້າມີຮົ້ວ ແລະ ດອກໄມ້ອ້ອມຮອບຕັ້ງຢູ່ແຄມຖະໜົນຢ່າງສະຫງ່າອົງອາດຈະກາຍເປັນສັນຍາລັກອັນໃໝ່ຂອງການຮ່ວມມືຂອງທັງສອງປະເທດ ລາວ-ຣັດເຊຍ ພວກເຮົາ, ເຊິ່ງຈະເປີດນຳໃຊ້ຢ່າງເປັນທາງການໃນມໍ່ໆນີ້.

ໂດຍ: ຈັນທະວົງ ອຸ່ນວິໄລຫົງ

LEAVE A REPLY

Please enter your comment!
Please enter your name here