ການປັບປຸງເສັ້ນທາງແຕ່ສີເກີດ – ໂພນໂຮງ ກຳລັງຂຸ້ນຂ້ຽວ

0
2208

ການປັບປຸງຂະຫຍາຍເສັ້ນທາງແຕ່ສີເກີດ – ໂພນໂຮງ ຍາວ 58 ກິໂລແມັດ, ໃນນັ້ນແຕ່ສີເກີດຫາສົງເປືອຍ ເປັນທາງ 4 ເລນ ແລະ ແຕ່ສົງເປືອຍຫາໂພນໂຮງ ເປັນທາງ 2 ເລນ  ໃຫຍ່ ກຳລັງຂຸ້ນຂ້ຽວເພື່ອໃຫ້ສຳເລັດຕາມແຜນການ. ຢ່າງໃດກໍຕາມ, ໃນໄລຍະການກໍ່ສ້າງການສັນຈອນຈະມີຄວາມຫຍຸ້ງຍາກ, ຂະນະທີ່ລັດຖະມົນຕີກະຊວງ ຍທຂ ໄດ້ລົງຕິດຕາມເພື່ອຊຸກຍູ້ການກໍ່ສ້າງໂດຍເນັ້ນໃຫ້ເອົາໃຈໃສ່ລະບົບບໍລິການລະບາຍການສັນຈອນໃນໄລຍະທີ່ກຳລັງດຳເນີນການກໍ່ສ້າງ ເພື່ອໃຫ້ພາຫະນະຜ່ານໄປ – ມາໄດ້ສະດວກ.

ໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອ ແຕ່ສາມແຍກສີເກີດ ນະຄອນຫຼວງວຽງຈັນ ຫາ ໂພນໂຮງ ແຂວງວຽງຈັນ ມີຄວາມຍາວທັງໝົດ 58 ກິໂລແມັດ ໃນມູນຄ່າກໍ່ສ້າງ 128 ລ້ານໂດລາ ເຊິ່ງມີກໍານົດກໍ່ສ້າງໃຫ້ສໍາເລັດພາຍໃນ 3 ປີ. ເປັນໂຄງການສຳຄັນຂອງລັດຖະບານ ເພື່ອເຮັດໃຫ້ການເດີນທາງຈາກໂພນໂຮງ ຫາ ນະຄອນຫຼວງວຽງຈັນ ທີ່ມີການສັນຈອນແອອັດນັ້ນໃຫ້ມີຄວາມສະດວກຂຶ້ນ.

ໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອ ແຕ່ສາມແຍກສີເກີດ ນະຄອນຫຼວງວຽງຈັນ ຫາ ໂພນໂຮງ ແຂວງວຽງຈັນ ໄດ້ຮັບການສະໜັບສະໜູນເງິນກູ້ດອກເບ້ຍຕ່ຳ ຈາກສາມສະຖາບັນການເງິນ ຄື: ທະນາຄານໂລກ ( World Bank ) ໃນມູນຄ່າ 40 ລ້ານໂດລາສະຫະລັດ, ທະນາຄານການລົງທຶນໂຄງລ່າງພື້ນຖານອາຊີ ( AIIB ) ມູນຄ່າ 40 ລ້ານໂດລາສະຫະລັດ, ກອງທຶນນໍດິກ ເພື່ອການພັດທະນາ ( NDF ) ມູນຄ່າ 9,5 ລ້ານໂດລາສະຫະລັດ ແລະ ລັດຖະບານລາວສົມທົບທັງໝົດ ມູນຄ່າ 38,5 ລ້ານໂດລາສະຫະລັດ ລວມມູນຄ່າໂຄງການກໍ່ສ້າງທັງໝົດ 128 ລ້ານໂດລາສະຫະລັດ ໃນມູນຄ່າລວມໂຄງການນີ້ປະກອບມີ: ຄ່າກໍ່ສ້າງ ແລະ ບູລະນະຮັກສາທາງ, ຄ່າເວນຄືນທີ່ດິນ ແລະ ສິ່ງກີດຂວາງ, ຄ່າທີ່ປຶກສາ ແລະ ອື່ນໆ.

ສຳລັບໂຄງສ້າງທາງໄດ້ອອກແບບເປັນໜ້າທາງເບຕົງເສີມເຫຼັກແບ່ງອອກເປັນ 2 ສັນຍາ, ສັນຍາທີ 1 ແຕ່ສາມແຍກສີເກີດ ( ກິໂລແມັດທີ 12 ) ຫາ ບ້ານສົງເປືອຍ ( ກິໂລແມັດທີ 31 ) ແມ່ນປັບປຸງ ແລະ ຂະຫຍາຍໜ້າທາງຈາກ 2 ເລນ ເປັນ 4 ເລນໃຫຍ່, ມີເລນສຳລັບລົດຈັກສອງເບື້ອງເພີ່ມຕື່ມ, ມີທາງຍ່າງສອງເບື້ອງສຳລັບຊຸມຊົນ ແລະ ມີດອນກາງທາງ ເຊິ່ງຄວາມກວ້າງຂອງໜ້າທາງທັງໝົດແມ່ນ 23 ແມັດ.

ສັນຍາທີ 2 ແຕ່ບ້ານສົງເປືອຍ ( ກິໂລແມັດທີ 31 ) ຫາ ໂພນໂຮງ ( ກິໂລແມັດທີ 70 ) ປັບປຸງເປັນທາງສອງເລນໃຫຍ່, ມີສອງເລນນ້ອຍ ສຳລັບລົດຈັກສອງເບື້ອງເພີ່ມຕື່ມບໍ່ມີດອນກາງທາງ ແຕ່ມີໄລຍະຫ່າງໃນການແລ່ນສວນກັນ ແລະ ທາງຄົນຍ່າງສຳລັບຊຸມຊົນ ສຳລັບເຂດບໍ່ມີຊຸມຊົນຈະເປັນບ່າທາງທຳມະດາບໍ່ມີທາງຄົນຍ່າງ ເຊິ່ງ ຄວາມກວ້າງໜ້າທາງທັງໝົດແມ່ນແຕກຕ່າງກັນຈາກ 13 ແມັດ ຫາ 16 ແມັດ ເປັນໄລຍະໆໄປ.

ພິທີເປີດການກໍ່ສ້າງໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງເລກທີ 13 ເໜືອ ສີເກີດ – ໂພນໂຮງ ມີຂຶ້ນເມື່ອວັນທີ  24 ກຸມພາ 2020 ເຊິ່ງ ທ່ານ ລັດສະໝີ ອະລິຍະວົງສິງ ຫົວໜ້າໂຄງການກໍ່ສ້າງ ໂຄງການປັບປຸງ ແລະ ສ້ອມແປງທາງເລກທີ 13 ເໜືອ ແຕ່ສີເກີດ – ໂພນໂຮງ ກ່າວໃນພິທີດັ່ງກ່າວວ່າ: ໂຄງການນີ້ເລີ່ມຈາກບ້ານສີເກີດ ຫາ ໂພນໂຮງ ໄລຍະທາງ 58 ກິໂລແມັດ. ສຳລັບພິທີເປີດການກໍ່ສ້າງໂຄງການດັ່ງກ່າວນີ້ ແມ່ນເປັນການເປີດສະໜາມກໍ່ສ້າງໂຄງການໄລຍະທີ 2   ( ແຕ່ສົງເປືອຍ – ໂພນໂຮງ ) ເຊິ່ງໃນການກໍ່ສ້າງໃຊ້ຮູບແບບເບຕົງເສີມເຫຼັກ ເພື່ອຮັບນໍ້າໜັກການສັນຈອນຕາມມາດຕະຖານຂອງອາຊຽນ ຄື 11 ໂຕນຕໍ່ເພົາ. ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງປະຊາຊົນທີ່ຢູ່ສອງຟາກທາງ ແລະ ຜູ້ໃຊ້ລົດໃຊ້ຖະໜົນໃຫ້ ຄວາມຮ່ວມມື ພ້ອມອໍານວຍຄວາມສະດວກແກ່ການກໍ່ສ້າງດ້ວຍ.

ຫຼ້າສຸດໃນວັນທີ 6 ຕຸລາ 2020 ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຕິດຕາມສະພາບການສ້ອມແປງທາງ 13 ເໜືອ ໂດຍສະເພາະແມ່ນໄລຍະແຕ່ ສີເກີດ – ໂພນໂຮງ ທີ່ມີຫາງສຽງຈົ່ມວ່າຂອງປະຊາຊົນ ກ່ຽວກັບສະພາບຄວາມຫຍຸ້ງຍາກໃນການສັນຈອນໄປ – ມາ ແລະ ການເປ່ເພຂອງເສັ້ນທາງດັ່ງກ່າວ.

ໃນໂອກາດການລົງເຄື່ອນໄຫວຄັ້ງນີ້ ທ່ານລັດຖະມົນຕີ ແລະ ຄະນະ ໄດ້ເຂົ້າຮ່ວມປະຊຸມຢູ່ແຄັມຂອງບໍລິສັດ ຫູເປີຍ ຊາງຈຽງ ຂົວທາງ ຈຳກັດ ກິໂລແມັດທີ 47 ທາງ 13 ເໜືອ ພ້ອມທັງໄດ້ຮັບຟັງລາຍງານຄວາມຄືບໜ້າຂອງໜ້າວຽກ ແລະ ສະເໜີແຜນການກໍ່ສ້າງ ໄລຍະ 1, ໄລຍະ 2 ແລະ ໄລຍະ 3 ( 10/2020 ຫາ ) ພ້ອມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຈາກ ທ່ານ Yoon ISWS Team Leader ຕາງໜ້າ ບໍລິສັດ ຫູເປີຍ ຊາງຈຽງ ຂົວທາງ ຈຳກັດ. ຈາກນັ້ນ, ກໍໄດ້ຮັບຟັງການລາຍງານກ່ຽວກັບສະພາບເສັ້ນທາງ ແລະ ມາດຕະການໃນການສ້ອມແປງໃນຕອນທາງທີ່ກຳລັງກໍ່ສ້າງ ແລະ ຕອນທາງທີ່ຍັງນອນໃນແຜນທີ່ຈະກໍ່ສ້າງໃນໄລຍະເວລາຂອງສັນຍາທີ່ຍັງເຫຼືອຈາກ ທ່ານ ລັດສະໝີ ອາລິຍະວົງສິງ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອຕື່ມອີກ.

ໃນໂອກາດດຽວກັນນີ້, ທ່ານລັດຖະມົນຕີ ກໍໄດ້ມີຄວາມເຫັນ ແລະ ໃຫ້ທິດຊີ້ນຳຕໍ່ໂຄງການ ເຊິ່ງໄດ້ເນັ້ນໃຫ້ໂຄງການສືບຕໍ່ແກ້ໄຂການສ້ອມແປງທາງໃນລະດູແລ້ງຕາມແຜນການສ້ອມແປງທາງປີ 2020 – 2021 ໂດຍໃຫ້ແບ່ງເສັ້ນທາງອອກເປັນ 3 ໄລຍະເພື່ອແກ້ໄຂ ຄື: ໄລຍະທີ 1 ແຕ່ສີ  ໄຄ – ສີເກີດ, ໄລຍະທີ 2 ແຕ່ສີເກີດ – ໂພນໂຮງ ແລະ ໄລຍະທີ 3 ແຕ່ໂພນໂຮງ – ວັງວຽງ. ພ້ອມນັ້ນ, ກໍໃຫ້ມີລະບົບບໍລິການລະບາຍການສັນຈອນໃນໄລຍະທີ່ກຳລັງດຳເນີນການກໍ່ສ້າງ ເພື່ອໃຫ້ພາຫະນະຜ່ານ ໄປ – ມາໄດ້ສະດວກຂຶ້ນ.

ຕາມການລົງຕິດຕາມຂອງທີມຂ່າວເສດຖະກິດ – ການຄ້າ ໃນຕົ້ນອາທິດນີ້ເຫັນວ່າການກໍ່ສ້າງພວມຂຸ້ນຂ້ຽວທັງການວຽກທໍ່ລະບາຍນໍ້າ, ການປັບໜ້າທາງ ບາງຈຸດໄດ້ມີການເທເບຕົງໜ້າທາງແລ້ວ, ດັ່ງນັ້ນຜູ້ນໍາໃຊ້ເສັ້ນທາງໃນໄລຍະນີ້ຈະພົບຄວາມຫຍຸ້ງຍາກ ຈຶ່ງຕ້ອງໄດ້ອົດທົນໄປນຳກັນ.

ຂ່າວຈາກ: ເສດຖະກິດ-ການຄ້າ

LEAVE A REPLY

Please enter your comment!
Please enter your name here