ສະມາຄົມ​ອ໋ອບ​ໂຣດນະຄອນຫຼວງວຽງຈັນ ມອບ​ອຸປະ​ກອນການ​ຮຽນ​ໃຫ້​ແກ່​​ເມືອງ​ຍົມ​ມະ​ລາດ​ແຂວງ​ຄຳ​ມ່ວນ

0
3152

​ໃນ​ວັນ​ທີ 10 ຕຸລາ 2020 ທີ່​ຜ່ານ​ມາ​ນີ້​ຢູ່ທີ່​ໂຮງຮຽນປະຖົມ​ບ້ານ​ໂຄກ​ສະຫວ່າງ​ເມືອງ​ຍົມ​ມະລາ​ດ​ແຂວງ​ຄຳ​ມ່ວນ ສະມາຄົມ​ອ໋ອບ​ໂຣດນະຄອນຫຼວງວຽງຈັນ ມອບ​ອຸປະ​ກອນ​ການ​ຮຽນ​ໃຫ້​ແກ່​​ ​ນ້ອງ​ນັກຮຽນທີ່ໂຮງຮຽນປະຖົມ​ບ້ານ​ໂຄກ​ສະຫວ່າງ ​ໃຫ້ກຽດ​ເປັນ​ປະທານ​​ໂດຍ​ທ່ານ ປາລີ ປັນຍາ​ຮັກ ຫົວໜ້າຫ້ອງການ​ສຶກສາ​ທິການ ​ແລະ ກິລາ​ເມືອງ ​ເຊິ່ງມີ​ບັນດາ​ທ່ານ ສະມາຄົມ​ອ໋ອບ​ໂຣດນະຄອນຫຼວງວຽງຈັນ, ອຳນາດ​ການ​ປົກຄອງ​ບ້ານ, ພໍ່​ແມ່​ປະຊາຊົນ ​ແລະ ນ້ອງ​ນັກຮຽນປະຖົມ​ບ້ານ​ໂຄກ​ສະຫວ່າງ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.​

.

.

.

ເພື່ອ​ເປັນ​ການ​ສົ່ງ​ເສີມ​ທາງ​ດ້ານການ​ສຶກສາ​ ​ແລະ ​ເພື່ອ​ໃຫ້​ນ້ອງ​ນັກຮຽນ​ໄດ້​ມີ​ອຸປະກອນ​ການ​ຮຽນທີ່​ຄົບ​ຖ້ວນ ສະ​ນັ້ນ, ທາງ​ສະມາຄົມ​ອ໋ອບ​ໂຣດນະຄອນຫຼວງວຽງຈັນຈຶ່ງ​ໄດ້ລະດົມ​ນຳ​ເອົາ​​ເຄື່ອງ ​ແລະ ອຸ​ປະກອນ​ດັ່ງກ່າວ​ມາ​ມອບ​ໃຫ້ນອກຈາກ​ນີ້​ທາງສະມາຄົມ​ອ໋ອບ​ໂຣດນະຄອນຫຼວງວຽງຈັນຍັງ​ໄດ້​ຊ່ວຍ​ເຫຼືອ​ໂຕະ​ນັກຮຽນຈຳນວນ 10 ຊຸດລວມມູນ​ຄ່າ 2,000,000 ກີບ ​

.

ໂດຍ​ໃຫ້ກຽດຕາງໜ້າຮັບ​ໂດຍ​ທ່ານ ປາລີ ປັນຍາ​ຮັກ ຫົວໜ້າຫ້ອງການ​ສຶກສາ​ທິການ ​ແລະ ກິລາ​ເມືອງ ຫຼັງຈາກ​ນັ້ນ​ທາງສະມາຄົມ​ອ໋ອບ​ໂຣດນະຄອນຫຼວງ ​ແລະ ອຳນາດ​ການ​ປົກ​ຄອງ​ບ້ານ ກໍ່​ໄດ້​ຮ່ວມ​ກັນ​ແຈກ​ຢາຍ​ເຄື່ອງ ​ແລະ ອຸປະກອນ​ການ​ຮຽນ​ໃຫ້​ແກ່​ນ້ອງ​ນັກຮຽນ ​ເຊິ່ງປະກອບ​ມີ 2 ​ໂຮງຮຽນຄື: ​ໂຮງຮຽນປະຖົມສົມບູນ​ບ້ານ​ໂຄກ​ສະຫວ່າງ ​ແລະ ​ໂຮງຮຽນປະຖົມ​ສົມບູນ​ບ້ານ​ໂພນ​ສັງ.

.

ຫຼັງຈາກ​ນັ້ນ​ທ່ານ ປາລີ ປັນຍາ​ຮັກ ຫົວໜ້າຫ້ອງການ​ສຶກສາ​ທິການ ​ແລະ ກິລາ​ເມືອງ ຍັງ​ໄດ້​ຂື້ນ​ໂອ້​ລົມ ​ແລະ ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງສະມາຄົມ​ອ໋ອບ​ໂຣດນະຄອນຫຼວງວຽງຈັນ ທີ່​ໃຫ້ການ​ຊ່ວຍ​ເຫຼືອທາງ​ດ້ານ​ອຸປະກອນ​ການ​ຮຽນ​ໃຫ້​ແກ່​ນ້ອງ​ນັກຮຽນ ​ແລະ ທ່ານ​ກໍ່​ຍັງ​​ໄດ້​ມອບ​ໃບ​ຍ້ອງຍໍ​ຊົມ​ເຊີຍ​ໃຫ້​ທາງສະມາຄົມ​ອ໋ອບ​ໂຣດນະຄອນຫຼວງວຽງຈັນອີກ​ດ້ວຍ.

.

ເກັບພາບບັນຍາກາດງານປັນນ້ຳໃຈຊ່ວຍເຫຼືອສັງຄົມ

ພາບ – ຂ່າວໂດຍ: ຄຳພູວາ ໄຊຍະອ່ອນຕາ

LEAVE A REPLY

Please enter your comment!
Please enter your name here