ຫລວງພະບາງ ທຳລາຍສິ່ງຜິດກົດໜາຍ

0
1221

ວັນທີ 12 ຕຸລາ 2020 ຢູ່ເດີ່ນກິລາໃນຮົ່ມ ບ້ານນາສ້າງເຫວີຍ ນະຄອນຫລວງພະບາງອົງການປົກຄອງແຂວງຫລວງພະບາງ ຈັດພິທີສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ວັນທີ່ 12 ຕຸລາຄົບຮອບ 19 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ວົງສະຫວັນ ເທບພະຈັນຮອງເຈົ້າແຂວງຫລວງພະບາງ.

ທ່ານ ວົງສະຫວັນ ເທບພະຈັນ ມີຄຳເຫັນວ່າ: ໃນໄລ ຍະຜ່ານມາ, ພັກ ແລະລັດຖະບານ, ກໍ່ຄືອົງການປົກຄອງທຸກຂັ້ນໃນທົ່ວແຂວງ ໄດ້ຖືເອົາວຽກງານສະກັດກັ້ນຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ເປັນບູລິມະສິດໜຶ່ງທີ່ສໍາຄັນໃນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ໃນນັ້ນໄດ້ຖືເອົາການສຶກສາອົບຮົມໃຫ້ປະຊາຊົນບັນດາເຜົ່າຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບຜົນຮ້າຍຂອງຢາເສບຕິດ, ລວມທັງແນວທາງນະໂຍບາຍຂອງພັກ, ກົດ ໝາຍຂອງລັດກ່ຽວກັບບັນຫາຢາເສບຕິດ, ທັງໄດ້ຊຸກຍູ້ໃຫ້ປະຊາຊົນບັນດາເຜົ່າຫັນໄປປະກອບອາຊີບອື່ນທີ່ໝັ້ນຄົງ, ທົດແທນການປູກຝິ່ນ, ພ້ອມທັງໄດ້ປິ່ນປົວ, ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບຜູ້ຖືກເຄາະຮ້າຍຈາກຢາເສບຕິດ, ເອົາໃຈໃສ່ສ້າງບ້ານ, ສະຖາບັນການສຶກສາ, ກົມກອງ, ຫົວໜ່ວຍທຸລະກິດໃຫ້ປອດຈາກຢາເສບຕິດ, ແຕ່ປະກົດການຫຍໍ້ທໍ້ດ້ານຢາເສບຕິດພາຍໃນແຂວງຍັງມີທ່າອ່ຽງເພີ່ມຂື້ນ ຍ້ອນທຸກພາກສ່ວນໃນສັງຄົມຍັງບໍ່ມີສ່ວນຮ່ວມໃນການຕ້ານ ແລະສະກັດກັ້ນໄດ້ດີເທົ່າທີ່ຄວນ.

ໃນສົກ 2019-2020 ອົງການໄອຍາການປະຊາຊົນແຂວງ ໄດ້ຖະແຫລງສັ່ງຟ້ອງຄະດີຢາເສບຕິດຂື້ນສານມີ 244 ເລື່ອງ, ມີຜູ້ຖືກຫາ 247 ຄົນ, ຍີງ 23 ຄົນ, ໃນນັ້ນສານປະຊາຊົນແຂວງໄດ້ທຳການຕັດສີນໃຊ້ໄດ້ຢ່າງເດັດຂາດແລ້ວ ມີ 161 ເລື່ອງ, ມີນັກໂທດ 182 ຄົນ, ຍີງ 15 ຄົນ, ໃນນີ້ ຕັດສິນປະຫານຊີວິດ 4 ຄົນ, ຕັດສີນຕະຫລອດຊີວິດມີ 9 ຄົນ, ມີຂອງກາງປະເພດຢາບ້າ 103.125 ເມັດ, ເຮໂລອີນ 400 ກຣາມ, ຢາໄອສ໌ 320,3 ກຣາມ, ກັນຊາແຫ້ງ 138,4 ກຣາມ, ຄາເຟອີນ 418,65 ກຣາມ, ສານເຄມີ 1,3 ກຣາມ, ແປ້ງຟຸ່ນສີຂາວ 6,41 ກຣາມ, ແປ້ງຟຸ່ນສີແດງ 0,90 ກຣາມ, ຢາຟີ່ນ 679,61 ກຣາມ, ແກ່ນຟີ່ນ 400 ກຣາມ, ລວມທັງອຸປະກອນການເສບຢາ ແລະ ສິ່ງຫຸ້ມຫໍ່ເຊີ່ງໄດ້ນຳມາທຳລາຍໃນພິທີສະເຫລີມສະຫລອງຍົກເວັ້ນຢາຟີ່ນເພາະຈະນຳໃຊ້ເຂົ້າທາງວິທະຍາສາດການແພດໃນຂັ້ນຕໍ່ໄປ.

ຫລັງຈາກນັ້ນ ຜູ້ເຂົ້າຮ່ວມໄດ້ພ້ອມກັນຈູດທຳລາຍຢ່າງເປັນທາງການ.

Cr: ອາພຸດເດດ ບຸບຜາ

LEAVE A REPLY

Please enter your comment!
Please enter your name here