ກອງປະຊຸມຄະນະກໍາມະການຄຸ້ມຄອງກອງທຶນປະກັນສຸຂະພາບ ແຂວງໄຊຍະບູລີ

0
995

ກອງປະຊຸມຄະນະກໍາມະການຄຸ້ມຄອງກອງທຶນປະກັນສຸຂະພາບຂັ້ນແຂວງ ແລະ ເມືອງ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີໄດ້ຈັດຂຶ້ນໃນວັນທີ 6 ຕຸລາ ນີ້ທີ່ຫ້ອງປະຊຸມພະແນກສາທາລະນະສຸກ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ບຸນພັກ ອິນທະປັນຍາ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ດຣ ນິກອນ ວົງສະຫວັດ ຮັກສາການຫົວໜ້າຫ້ອງການປະກັນສຸຂະພາບແຫ່ງຊາດ ກະຊວງສາທາລະນະສຸກ, ທ່ານ ດຣ ແກ່ນ ດວງດີ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ມີຮອງເຈົ້າເມືອງ, ຄະນະກໍາມະການຄຸ້ມຄອງກອງທຶນປະກັນສຸຂະພາບແຫ່ງຊາດຂັ້ນແຂວງ, ຄະນະພະແນກສາທາລະນະສຸກແຂວງ, ຫົວໜ້າຫ້ອງການສາທາລະນະສຸກເມືອງ, ຜູ້ອໍານວຍການໂຮງໝໍແຂວງ, ໂຮງໝໍຊຸມຊົນ ຕະຫຼອດຮອດພະນັກງານວິຊາການຫ້ອງການປະກັນສຸຂະພາບຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.

ທ່ານ ນາງ ບຸນພັກ ອິນທະປັນຍາ ຮອງເຈົ້າແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ພັກ ແລະ ລັດຖະບານ ຍາມໃດກໍມີຄວາມເປັນຫ່ວງເປັນໃຍນໍາສຸຂະພາບຂອງປະຊາຊົນລາວບັນດາເຜົ່າ. ຄະນະພັກ, ອົງການປົກຄອງທຸກຂັ້ນພາຍໃນແຂວງ ກໍຄືພະແນກສາທາລະນະສຸກແຂວງ ໃນນາມເປັນຄະນະຮັບຜິດຊອບຈັດຕັ້ງປະຕິບັດກອງທຶນ ກໍ່ໄດ້ສຸມສະຕິປັນຍາ, ຄວາມຮູ້-ຄວາມສາມາດ ເປັນເຈົ້າການໃນການປຸກລະດົມການເຂົ້າຮ່ວມຂອງປະຊາຊົນບັນດາເຜົ່າໃຫ້ມີຄວາມຮັບຮູ້ເຂົ້າໃຈຢ່າງທົ່ວເຖິງ ເພື່ອເຮັດໃຫ້ຊີວິດການເປັນຢູ່ນັບມື້ນັບດີຂຶ້ນ, ສາມາດປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາປະເທດຊາດຂອງພວກເຮົາ ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຕາມຈຸດໝາຍທີ່ພັກ-ລັດວາງໄວ້.

ກອງປະຊຸມຄັ້ງນີ້ໄດ້ຮັບຟັງ ສະຫຼຸບການຈັດຕັ້ງປະຕິບັດວຽກງານກອງທຶນປະກັນສຸຂະພາບແຫ່ງຊາດ ແຂວງໄຊຍະບູລີ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2020. ພ້ອມກັນນັ້ນຜູ້ເຂົ້າຮ່ວມ ໄດ້ປະກອບຄໍາຄິດຄໍາເຫັນ, ຕີລາຄາດ້ານດີ, ດ້ານອ່ອນ ທີ່ຈະໄດ້ພ້ອມກັນແກ້ໄຂເພື່ອເຮັດໃຫ້ວຽກງານກອງທຶນປະກັນສຸຂະພາບແຫ່ງຊາດໃຫ້ເປັນເອກະພາບກັນໃນທົ່ວແຂວງ. ທົ່ວແຂວງມີຜູ້ປະກັນສຸຂະພາບປົກຄຸມ 100% ຂອງປະຊາກອນ 423.498 ຄົນ ໃນນີ້ພາກປະຊາຊົນທົ່ວໄປປົກຄຸມ 89,3%, ພາກວິສາຫະກິດປົກຄຸມ 31%, ປ້ອງກັນຊາດປ້ອງກັນຄວາມສະຫງົບ 0,8%, ລັດຖະກອນ 8,8%.

ໃນ 6 ເດືອນຜ່ານມາມີຜູ້ປະກັນຕົນສົມທົບທັງໝົດມີ 91.670 ຄົນ ເປັນເງິນ 888 ລ້ານກວ່າກີບ, ສັດສ່ວນການປິ່ນປົວເສຍຄ່າ ແລະ ບໍ່ເສຍຄ່າຂອງໂຮງໝໍແຂວງ ແລະ ໂຮງໝໍຊຸມຊົນ ເຄິ່ງປີຜ່ານມາ ບໍ່ເສຍຄ່າ 8 ຕື້ 618 ລ້ານກວ່າກີບ ເທົ່າກັບ 74%, ເສຍຄ່າ 2 ຕື້ 990 ລ້ານກວ່າກີບ ເທົ່າກັບ 2,6%, ມີໂຕເລກປິ່ນປົວຂ້າມເຂດທັງໝົດ 2.232 ຄົນ ແລະ ສົ່ງຕໍ່ 491 ຄົນ.

ຂ່າວ: ບຸນທີ.

LEAVE A REPLY

Please enter your comment!
Please enter your name here