ອຸຕຸເຕືອນ! ຈະເກີດພາຍຸໜຸນປົກຄຸມເຂດພາກໃຕ້ ຈະເຮັດໃຫ້ເກີດຝົນຕົກໃນລະດັບປານກາງ ຫາ ໜັກ

0
5005

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 5-11 ຕຸລາ 2020 ວ່າ: ໃນໄລຍະວັນທີ 5 ຫາ 8 ຕຸລາ ບໍລິເວນຄວາມກົດດັນອາກາດສູງຈາກປະເທດຈີນ ຈະແຜ່ລົງມາປົກຄຸມເຂດພາກເໜືອ ແລະ ພາກກາງຂອງປະເທດລາວ, ພ້ອມດຽວກັນ ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານເຂດພາກໃຕ້ ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງໃຕ້ພັດປົກຄຸມ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ໜັກຢູ່ບາງທ້ອງຖິ່ນ.

ຈາກນັ້ນໃນໄລຍະວັນທີ 9-11 ຕຸລາ 2020 ຍ່ອມຄວາມກົດດັນອາກາດຕໍ່າຈະກໍ່ຕົວຢູ່ເຂດທະເລຈີນໃຕ້ຕອນກາງ ແລະ ຈະເພີ່ມກໍາລັງແຮງຂຶ້ນຕາມລໍາດັບ ແລະ ມີຄວາມເປັນໄປໄດ້ຈະກາຍເປັນພາຍຸໝຸນເຂດຮ້ອນ ປົກຄຸມເຂດພາກໃຕ້ຂອງປະເທດລາວ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງໃນເຂດພາກກາງ ແລະ ພາກໃຕ້.

ຄຳເຕືອນ ໃນໄລຍະວັນທີ 9-11 ຕຸລາ 2020 ເນື່ອຈາກຍ່ອມຄວາມກົດດັນອາກາດຕໍ່າ ຈະກໍ່ຕົວຢູ່ເຂດທະເລຈີນໃຕ້ຕອນກາງ ແລະ ຈະເພີ່ມກໍາລັງແຮງຂຶ້ນຕາມລໍາດັບ ທີ່ມີຄວາມເປັນໄປໄດ້ຈະກາຍເປັນພະຍຸໝຸນເຂດຮ້ອນ ປົກຄຸມເຂດພາກໃຕ້ຂອງປະເທດລາວ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງໃນເຂດພາກກາງ ແລະ ພາກໃຕ້. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າໃນເຂດດັ່ງກ່າວໃຫ້ມີສະຕິຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີນ້ຳຖ້ວມຊູ ແລະ ນ້ຳຖ້ວມອັ່ງ.

LEAVE A REPLY

Please enter your comment!
Please enter your name here