Home Blog Page 129

ຂະ​ບ​ວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຈີນ-ລາວ ​ຖ້ຽວ​ທຳ​ອິດ​ທີ່​ແລ່ນ​ອອກ​ຈາກເຂດ​ສາມຫຼ່ຽມ​​ປາກແມ່​ນ້ຳ​ຢາງ​ຊີ​ກຽງ

0

ຂະ​ບ​ວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຈີນ-ລາວ ​ໄດ້​ອອກ​ເດີນ​ທາງ​ຈາກ​ເຂດ​ສາມຫຼ່ຽມ​ປາກແມ່​ນ້ຳ​ຢາງ​ຊີ​ກຽງ, ​ປະ​ເທດ​ຈີນ​ແລ້ວ ໃນເວ​ລາ 11 ໂມງ 6 ນາ​ທີ ​ຂອງວັນ​ທີ 8 ທັນ​ວາ​ນີ້, ຂະ​ບ​ວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຈີນ-ລາວຖ້ຽວ 79561 ທີ່​ບັນ​ທຸກ​ສິນ​ຄ້າ​ສົ່ງ​ອອກ​​ ໃນ​ຕູ້​ຄອ​ນ​ເທນ​ເນີຈຳ​ນວນ 76 ຕູ້​​ນັ້ນ ໄດ້​​ແລ່ນອອກ​ຈາກ​ສະ​ຖາ​ນີ​ລົດ​ໄຟ​ຢາວ​ຮ​ວ້າ​ເມີນ ນະ​ຄອນ​ນານ​ກິ່ງ​ ແຂວງ​ຈ່ຽງ​ຊູ່​​ປະ​ເທດ​ຈີນ ແລະ ຈະ​ເດີນ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ລາວ​-ຈີນ ແລະ​ມຸ່ງ​ໜ້​າ​ໄປ​ສູ່ນະ​ຄ​ອນຫຼວງວຽງ​ຈັນ​ຂອງ​​ປະ​ເທດລາວ.

ນີ້ເປັນ​ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້​າ​ຈີນ-ລາວ (ນະ​ຄອນ​ນານ​ກິ່ງ – ນະ​ຄອນຫຼວງວຽງ​ຈັນ)​ ຖ້ຽວ​ທໍ​າ​ອິດ ແລະ​ກໍ​ເປັນຂະ​ບ​ວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຈີນ-ລາວ​ຖ້ຽວ​ທຳ​ອິດ​ ທີ່​ແລ່ນ​ອອກ​ຈາກເຂດ​ສາມຫຼ່ຽມ​​ປາກແມ່​ນ້ຳ​ຢາງ​ຊີ​ກຽງ​​ປະ​ເທດ​ຈີນ​ເຊັ່ນ​ກັນ.

ຕາມ​ຂ່າວ​ແຈ້ງວ່າ: ຂະ​ບ​ວນ​ລົດ​ໄຟ​ດັ່ງ​ກ່າວ ໄດ້​ບັນ​ທຸກ​​ສິນ​ຄ້າ​ຕ່າງໆ​ທີ່​ຜະ​ລິດ​ໂດຍ​ແຂວງ​ຈ່ຽງ​ຊູ່ປະ​ເທດຈີນ ເຊັ່ນ: ອຸ​ປະ​ກອ​ນ​ການ​ສຶກ​ສາ​ທາງ​ໄກ, ວັດ​ສະ​ດຸ​ກໍ່​ສ້າງ, ສາຍ​​ກາບໄຟ​ຟ້າ, ເຄື່ອງ​ໃຊ້ໄຟ​ຟ້າ, ​ອາ​ໄລ່​ລົດ ແລະ​ອື່ນໆ ເຊິ່ງ​ມີ​ມູນ​ຄ່າ​ເກືອບ 3.000.000 ໂດ​ລາ​ສະ​ຫະ​ລັດ.

ຂະ​ບ​ວນ​ລົດ​ໄຟ​ດັ່ງ​ກ່າວຈະແລ່ນ​ອອກ​ຈາກ​ປະ​ເທດ​ຈີນ​ຜ່ານ​ດ່ານ​ບໍ​ຫານ​ທີ່​ແຂ​ວງ​ຢຸນ​ນານ​ຂອງ​ຈີນ ແລະ​ມຸ່ງ​ໜ້າ​ໄປ​ສູ່​ນະ​ຄອນຫຼວງວຽງ​ຈັນປະ​ເທດ​ລາວ ເຊິ່ງ​​ມີໄລ​ຍະ​ທາງ​ທັງ​ໝົດ 3.500 ກວ່າ​ກິ​ໂລ​ແມັດ.

ແຫຼ່ງຂ່າວ: CRI

ຄະນະສະເພາະກິດ ຮັບຮອງເອົາແຜນການເປີດເຂດທ່ອງທ່ຽວສີຂຽວປອດໄພຈາກໂຄວິດ-19

0

ຄະນະສະເພາະກິດ ຮັບຮອງເອົາແຜນການເປີດເຂດທ່ອງທ່ຽວສີຂຽວ ປອດໄພຈາກພະຍາດ ໂຄວິດ-19

ໃນວັນທີ 29 ພະຈິກ 2021 ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຕົກລົງຮັບຮອງເອົາແຜນປະຕິບັດງານຕົວຈິງ ສໍາລັບການເປີດເຂດທ່ອງທ່ຽວສີຂຽວ ເພື່ອການທ່ອງທ່ຽວທີ່ປອດໄພຈາກພະຍາດໂຄວິດ-19 ໃນ ສປປ ລາວ ພາຍໃນເດືອນມັງກອນ 2022. ໂດຍມີຈຸດປະສົງ ເພື່ອເປັນທິດທາງໃຫ້ແກ່ບັນດາກະຊວງ-ອົງການ ແລະ ພາກສ່ວນກ່ຽວຂ້ອງ ໃນການກະກຽມ ແລະ ປະສານສົມທົບເຮັດວຽກຮ່ວມກັນ ເພື່ອເປີດເຂດທ່ອງທ່ຽວສີຂຽວ ແນໃສ່ການທ່ອງທ່ຽວທີ່ປອດໄພ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ແລະ ປະກອບສ່ວນໃນການຟື້ນຟູເສດຖະກິດ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດດັ່ງກ່າວ ແລະ ເພື່ອສ້າງລາຍຮັບຈາກການທ່ອງທ່ຽວ ໃຫ້ແກ່ປະຊາຊົນ, ຜູ້ປະກອບການ ກໍຄື ລາຍຮັບຂອງປະເທດ.

ສຳລັບເງື່ອນໄຂຂອງການເປີດເຂດທ່ອງທ່ຽວສີຂຽວ ຄື:

  • ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ສາມາດເຂົ້າມາໃນເຂດທ່ອງທ່ຽວສີຂຽວ ຕ້ອງໄດ້ຮັບການສັກວັກຊິນຄົບໂດສ ຢ່າງໜ້ອຍ 14 ວັນກ່ອນການເດີນທາງ;
  • ນັກທ່ອງທ່ຽວຕ່າງປະເທດ ຕ້ອງສະໝັກບັດຜ່ານເຂດທ່ອງທ່ຽວສີຂຽວ ໂດຍປະກອບຂໍ້ມູນ (UpLoad) ຕ່າງໆໃສ່ແບບຟອມອອນລາຍ ຈາກເວັບໄຊທາງການ eVisa;
  • ຕ້ອງກວດຫາເຊື້ອໂຄວິດ-19 ດ້ວຍເຄື່ອງກວດ RT PCR ຢ່າງໜ້ອຍ 72 ຊົ່ວໂມງ ກ່ອນເດີນທາງ ແລະ ຕ້ອງຖືກເກັບຕົວຢ່າງກວດຫາເຊື້ອອີກຄັ້ງ ເມື່ອມາຮອດ ສປປ ລາວ;
  • ຖືກແຍກປ່ຽວດ້ວຍຕົນເອງທີ່ໂຮງ ແຮມທີ່ກຳນົດໄວ້ 24 ຊົ່ວໂມງເພື່ອລໍຖ້າຜົນກວດ ຖ້າຫາໄດ້ຮັບຜົນກວດອອກມາເປັນລົບ ແມ່ນສາມາດເຄື່ອນໄຫວຢູ່ເຂດທ່ອງທ່ຽວສີຂຽວໄດ້. ພ້ອມກັນນີ້, ໃຫ້ດາວໂຫລດ app ຕິດຕາມຂໍ້ມູນຕິດຕໍ່ທີ່ນຳໃຊ້ສະດວກກັບລະຫັດ QR ໃນເວລາແຈ້ງເຂົ້າສະຖານທີ່ ທີ່ໄດ້ຮັບການອະນຸມັດແລ້ວ;
  • ສະແດງຫລັກຖານການສັກວັກຊິນ ກ່ອນການເຂົ້າເຂດທ່ອງທ່ຽວສີຂຽວ ເພື່ອຮັກສາຄວາມປອດໄພພາຍໃນເຂດ ສຳ ລັບທັງຄົນທ້ອງຖິ່ນ ແລະ ນັກທ່ອງທ່ຽວ ແຕ່ຈະບໍ່ໄດ້ກວດຫາເຊື້ອ ໂຄວິດ-19.
  • ເປົ້າໝາຍນັກທ່ອງທ່ຽວທີ່ອະນຸຍາດ ໂດຍອະນຸຍາດໃຫ້ນັກທ່ອງທ່ຽວທຸກສັນຊາດ ທີ່ໄດ້ຮັບວັກຊິນຄົບສາມາດເຂົ້າໄດ້ ໂດຍຜ່ານດ່ານສະໜາມບິນ, ຍົກເວັ້ນ ນັກທ່ອງທ່ຽວຈາກປະເທດ ທີ່ບໍ່ອະນຸມັດໃຫ້ເອົາວີຊາກັບດ່ານ (ຈົນກວ່າຈະມີການເປີດປະເທດແບບເຕັມສ່ວນ).

ສ່ວນເງື່ອນໄຂກ່ອນອະນຸຍາດນັກທ່ອງທ່ຽວເຂົ້າມາ ສປປ ລາວ ເຊິ່ງນັກທ່ອງທ່ຽວ ຕ້ອງໄດ້ປະຕິບັດຕາມເງື່ອນໄຂດັ່ງນີ້:

  • ລົງທະບຽນບັດຜ່ານເຂດທ່ອງທ່ຽວສີຂຽວ ຜ່ານເວບໄຊ www.laoevisa.gov.la/greenzone,
  • ລົງທະບຽນ 7-30 ວັນກ່ອນການອອກເດີນທາງ, ອັບໂຫລດຫລັກຖານຂອງການສັກວັກຊິນ, ການຈອງໂຮງແຮມ ແລະ ລາຍການເດີນທາງ ສຳລັບການເດີນທາງທັງໝົດໃນແບບຟອມລົງທະບຽນ, ເອກະສານການອະ ນຸມັດ ຈະຖືກສົ່ງໃຫ້ເປົ້າໝາຍກ່ຽວຂ້ອງ ທັງການຈັດຕັ້ງ ຫລື ບຸກຄົນ ພາຍໃນ 48 ຊົ່ວໂມງ ຖ້າເອ ກະສານທັງໝົດທີ່ໄດ້ຮັບຖືກຕ້ອງ ແລະ ຄົບຖ້ວນ;
  • ພິມບັດຜ່ານເຂດທ່ອງທ່ຽວສີຂຽວ ກັບ ລະຫັດ bar code ເພື່ອສະແດງຢູ່ບ່ອນແຈ້ງປີ້ເດີນທາງອອກ ແລະ ເມື່ອເດີນທາງຮອດ ສປປ ລາວ;
  • ມີໃບຢັ້ງຢືນການກວດຫາເຊື້ອໂຄວິດ-19 ດ້ວຍເຄື່ອງກວດ RT-PCR ຢ່າງໜ້ອຍ 72 ຊົ່ວໂມງກ່ອນເດີນທາງ;
  • ໃບຢັ້ງຢືນການສັກວັກຊິນ ຢ່າງໜ້ອຍ 14 ວັນ ເປັນພາສາອັງກິດ ກ່ອນການອອກເດີນທາງ ແລະ ບໍ່ຫລາຍກວ່າໜຶ່ງປີ (ຖ້າຫລາຍກວ່າໜຶ່ງປີ, ຕ້ອງໄດ້ສັກວັກຊິນກະຕຸ້ນຕື່ມ);
  • ກະກຽມຄ່າກວດຫາເຊື້ອ ດ້ວຍເຄື່ອງກວດ RT-PCR ເມື່ອມາຮອດ ສປປ ລາວ (65 ໂດລາສະຫະລັດ) ຫລື ຈ່າຍລ່ວງໜ້າສຳ ລັບການກວດກັບຫ້ອງທົດລອງທີ່ໄດ້ຮັບອະນຸຍາດ (www.tourismlaos.org/greenzone);
  • ຊື້ປະກັນໄພຈາກບໍລິສັດ ທີ່ໄດ້ຮັບການອະນຸມັດ ຫລື ກະກຽມສຳເນົາການປະກັນໄພທີ່ມີຢູ່ແລ້ວ;
  • ເດັກນ້ອຍອາຍຸ 5-18 ປີ ຕ້ອງກວດການເຊື້ອໂຄວິດ-19 ດ້ວຍເຄື່ອງກວດ RT-PCR, ແຕ່ບໍ່ຈຳເປັນຕ້ອງໃຫ້ສັກວັກຊິນ. ສ່ວນເດັກນ້ອຍ ອາຍຸຕໍ່າກວ່າ 5 ປີ ບໍ່ຈຳເປັນຕ້ອງກວດຫາເຊື້ອ ແລະ ສັກວັກຊິນ.

ຂໍ້ມູນ: ຂປລ

ໄຟໄໝ້ເຮືອນປະຊາຊົນ ບ້ານຄໍາປ່າແໜ ເມືອງຊົນນະບູລີ

0

ເກີດອັກຄີໄພໄຟໄໝ້ເຮືອນຂອງປະຊາຊົນບ້ານຄໍາປ່າແໜ ເມືອງຊົນນະບູລີ

ອີງຕາມການລາຍງານຂອງທ່ານ ພັຕ ທອງສິນ ວົງທິບຽນ ນາຍບ້ານໆຄໍາປ່າແໜ ໃຫ້ຮູ້ວ່າ: ໃນເວລາປະມານ 9:00 ໂມງ ຂອງວັນທີ 7 ທັນວາ 2021 ໄດ້ເກີດເຫດໄຟໄໝ້ເຮືອນຂອງ ທ້າວ ສີຄູນ ອາຍຸ 61 ປີ ປະຊາຊົນ ບ້ານຄໍາປ່າແໜ ເມືອງຊົນນະບູລີ ແຂວງສະຫວັນນະເຂດ. ເຊີ່ງທາງອໍານາດການປົກຄອງບ້ານພ້ອມດ້ວຍພໍ່ແມ່ປະຊາຊົນ ແລະພະນັກງານກໍ່ສ້າງຮາກຖານ ກໍາລັງກອງຮ້ອຍ 204 ແລະ ລົດມອດໄຟກອງບັນຊາການ ປກສ ເມືອງ ກໍ່ໄດ້ເຂົ້າໃຫ້ການຊ່ວຍເຫຼືອໃນການມອດໄຟ ເຊິ່ງໃຊ້ເວລາປະມານຊົ່ວໂມງເຄິ່ງຈຶ່ງສາມາດມອດໄຟໄດ້.

ສາເຫດຂອງການເກີດອັກຄີໄພໃນຄັ້ງນີ້ຕາມການບອກເລົ່າຂອງປະຊາຊົນເຮືອນໃກ້ຄຽງ ແມ່ນໄດ້ຍິນສຽງແຕກຢູ່ພາຍໃນເຮືອນບາດໜຶ່ງ ແລ້ວເກີດມີໄຟລຸກຂຶ້ນ ຄາດວ່າອາດຈະເກີດຈາກໄຟຟ້າລັດວົງຈອນ. ດ້ານຄວາມເສຍຫາຍມີເຮືອນ 1 ຫຼັງ ແລະ ເຄື່ອງໃຊ້ອື່ນໆພາຍໃນເຮືອນ ລວມມູນຄ່າເສຍຫາຍທັງໝົດ 93 ລ້ານກວ່າກີບ.

ຕໍ່ກັບເຫດການດັ່ງກ່າວທາງການນໍາຂອງເມືອງ ຊົນນະບູລີ ກໍ່ໄດ້ລົງໄປໃຫ້ການຊ່ວຍເຫຼືອບັນເທົາທຸກໃນຂັ້ນເບື້ອງຕົ້ນເຊີ່ງນໍາໂດຍທ່ານ ນາງ ຄອນສະຫວັນ ແກ້ວດວງດີ ຮອງເລຂາພັກເມືອງ ປະທານກວດພັກ-ລັດເມືອງ ພ້ອມດ້ວຍພະນັກງານ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອ ມີເຂົ້າສານ 2 ກະສອບ, ສັງກະສີ 20 ແຜ່ນ ແລະອາຫານແຫ້ງ, ນໍ້າດື່ມ, ເຄື່ອງນຸ່ງຫົ່ມ, ເຄື່ອງອຸປະໂພກ-ບໍລິໂພກທີ່ນໍາໃຊ້ພາຍໃນຄົວເຮືອນອີກຈໍານວນໜຶ່ງ ມອບໃຫ້ຄອບຄົວ ທ້າວ ສີຄູນ ລວມມູນຄ່າ 2.625.000 ກີບ.

ຖໍ້າເຫີບ ແລະ ກະຕຶບບ້ານນາ ແຫຼ່ງທ່ອງທ່ຽວເມືອງຄູນຄຳ

0

ເຈົ້າແຂວງໆຄຳມ່ວນ ຢ້ຽມຊົມຖໍ້າເຫີບ ແລະ ກະຕຶບບ້ານນາ ແຫຼ່ງທ່ອງທ່ຽວເມືອງຄູນຄຳ.

ໃນໂອກາດທີ່ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄຳມ່ວນ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກທີ່ບ້ານຄູນເພັດ ເມືອງຄູນຄຳ ໃນວັນທີ 3 ທັນວາ 2021 ທ່ານເຈົ້າແຂວງພ້ອມດ້ວຍຄະນະກໍ່ໄດ້ໄປຢ້ຽມຊົມ ແລະ ຕິດຕາມຊຸກຍູ້ສະຖານທີ່ທ່ອງທ່ຽວ ຖໍ້າເຫີບ ແລະ ກະຕຶບບ້ານນາ ເຊິ່ງເປັນສະຖານທີ່ ທີ່ນັກທ່ອງທ່ຽວຂະໜານນາມກັນວ່າ: ເມືອງລັບແລ, ໃນການເດີນທາງເຂົ້າຫາສະຖານທີ່ແມ່ນໄດ້ຍ່າງຈາກບ້ານນາຄົກເກົ່າ (ປະຈຸບັນແມ່ນ ໄດ້ຍ້າຍໄປຢູ່ບ້ານຈັດສັນໃໝ່) ເຊິ່ງຖໍ້າເຫີບແມ່ນຕັ້ງຢູ່ເຂດບ້ານນາຄົກ ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ ທີ່ມີຄວາມສວຍງາມ ສ່ວນການເຂົ້າເຖິງແຫຼ່ງທ່ອງທ່ຽວດັ່ງກ່າວນີ້ແມ່ນໄດ້ຍ່າງລອດຖໍ້າທີ່ມີນໍ້າໄຫຼຜ່ານ ປະມານ 2 ກິໂລແມັດ ເຊິ່ງປະຊາຊົນບ້ານນາຄົກ ແລະ ບ້ານນາເຫີບແມ່ນນຳໃຊ້ເສັ້ນທາງດັ່ງກ່າວໃນການໄປມາຫາສູ່ກັນ. ພາຍຫຼັງທີ່ຜ່ານຖໍ້າດັ່ງກ່າວນີ້ແລ້ວ ຄະນະຂອງທ່ານເຈົ້າແຂວງກໍ່ໄດ້ຍ່າງເດີນທາງເຂົ້າສູ່ກະຕຶບບ້ານນາ ເຊິ່ງເປັນປູສະນີຍະສະຖານອັນເກົ່າແກ່ ຕັ້ງຢູ່ທິດຕາເວັນອອກຂອງເມືອງຄູນຄໍາ. ກະຕຶບແຫ່ງນີ້ ເອີ້ນຕາມຄຳບູຮານ ຫຼື ເອີ້ນອີກ ຢ່າງໜຶ່ງໃນປະຈຸບັນກໍ່ຄື: ສິມເກົ່າ ຕັ້ງຢູ່ລະຫວ່າງກາງຂອງບ້ານນາ ແລະ ຖໍ້າເຫີບ ເປັນບ່ອນເນີນສູງທ່າມກາງດົງໄມ້ໃຫຍ່ ແລະ ພູຜາສູງອ້ອມຮອບ.

ອີງຕາມຂໍ້ມູນຂອງຄະນະສຳຫຼວດໄດ້ວັດແທກລັກສະນະການປຸກສ້າງ ມີຮູບ ສີ່ຫຼ່ຽມຍາວ ພ້ອມມີເສົາຫຼ່ຽມ 4 ເສົາ ແລະ ເສົາກົມ 16 ເສົາ ຕາມການບອກເລົ່າຂອງຄົນເຖົ້າແກ່ເຂດນັ້ນວ່າ ເປັນເມືອງອາລັກລັດຕະນະຄອນ ສະໄໝອານາຈັກລ້ານຊ້າງຮຸ່ງເຮືອງ ໂດຍແມ່ນຊາວເມືອງໄດ້ສ້າງວັດປະຈຳ ເມືອງຂຶ້ນ ແລະ ເຈົ້າເມືອງໄດ້ສ້າງກະຕຶບວິຫານ. ໃນປະຈຸບັນກະຕຶບບ້ານນາຍັງເຫຼືອໄວ້ພຽງຮູບຮ່າງສ່ວນໜຶ່ງ ເປັນຫຼັກຖານກ່ຽວກັບປະຫວັດສາດບູຮານສະຖານທີ່ເກົ່າແກ່. ພາຍຫຼັງທີ່ຄະນະເດີນທາງຂອງທ່ານເຈົ້າແຂວງໄດ້ພັກຢ້ຽມຊົມ ແລະ ນະມັດສະການສະຖານທີ່ເກົ່າແກ່ ແຫ່ງນີ້ແລ້ວ ກໍ່ໄດ້ເດີນທາງໄປບ້ານນາ ໂດຍບ້ານດັ່ງກ່າວມີພຽງ 10 ກວ່າຫຼັງຄາເຮືອນ, ປະຊາຊົນໄດ້ດຳລົງຊີວິດ ໂດຍອາໄສທຳມະຊາດເປັນສ່ວນຫຼາຍ ເຊິ່ງບ້ານດັ່ງກ່າວແມ່ນອ້ອມຮອບດ້ວຍປ່າໄມ້ ແລະ ພູຜາ. ໃນເມື່ອກ່ອນ ປະຫວັດສາດໄດ້ກ່າວເຖິງເຂດນໍ້າແດນດິນນີ້ ຂຶ້ນກັບເມືອງຄຳເກີດ-ຄໍາມ່ວນ ສະໄໝກະສັດເມືອງພວນ ຊຽງຂວາງ.

ແຫຼ່ງຂ່າວ: ສຳນັກງານ ແຂວງຄຳມ່ວນ

ອອປສ-ປກສ ຮ່ວມລົງນາມ ໃນບົດບັນທຶກການກຳນົດກົນໄກປະສານງານ

0

ໃນວັນທີ 8 ທັນວາ ນີ້ ທີ່ ອອປສ ໄດ້ຈັດພິທີເຊັນບົດບັນທຶກການປະສານງານຮ່ວມກັນ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແລະ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໂດຍການເປັນປະທານຮ່ວມຂອງ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ແລະ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຄະນະພັກ-ຄະນະນໍາ, ຫົວໜ້າກົມ ແລະ ພະນັກງານຫຼັກແຫຼ່ງ ຂອງທັງສອງພາກສ່ວນເຂົ້າຮ່ວມ.

ໃນການເຊັນບົດບັນທຶກສ້າງກົນໄກປະສານງານຮ່ວມກັນໃນຄັ້ງນີ້ ແມ່ນເພື່ອເປັນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກຮ່ວມ 4 ພາກສ່ວນ ກ່ຽວກັບການດໍາເນີນຄະດີ ຕາມຂະບວນຍຸຕິທໍາ ຄັ້ງທີ VI, ສະບັບລົງວັນທີ 15 ກໍລະກົດ 2021 ເຂົ້າສູ່ວຽກງານຕົວຈິງ ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງປ້ອງກັນຄວາມສະຫງົບ, ແນໃສ່ສະກັດກັ້ນປະກົດການຫຍໍ້ທໍ້ໃນການດໍາເນີນຄະດີອາຍາ, ເຄົາລົບ ແລະ ປະຕິບັດຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ ຂອງແຕ່ລະພາກສ່ວນ ທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ພ້ອມທັງຮັບປະກັນຄວາມສັກສິດຂອງກົດໝາຍ, ປະຕິບັດຫຼັກການລວມສູນ ແລະ ເປັນເອກະພາບ ຕາມລະບົບສາຍຕັ້ງ ຫຼື ສາຍບັນຊາແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນໃນຂອບເຂດທົ່ວປະເທດ, ເຮັດໃຫ້ການດໍາເນີນຄະດີອາຍາ ໄດ້ດໍາເນີນໄປຢ່າງຖືກຕ້ອງ, ໂປ່ງໃສ, ທັນຕາມກໍານົດເວລາ ແລະ ຍຸຕິທໍາ.

ທັງສອງພາກສ່ວນຈຶ່ງໄດ້ປະສານສົມທົບກັນ ຄົ້ນຄວ້າຕົກລົງເຫັນດີເປັນເອກະພາບສ້າງບົດບັນທຶກກົນໄກດັ່ງກ່າວ ຊຶ່ງປະກອບມີ 7 ຂໍ້ ໂດຍໄດ້ກໍານົດໜ້າທີ່ຄວາມຮັບຜິດ ຊອບຂອງແຕ່ລະພາກສ່ວນອອກເປັນໜ້າວຽກອັນລະອຽດ ເພື່ອຍົກສູງຄວາມຮັບຜິດຊອບ ແລະ ຈັດຕັ້ງປະຕິບັດເນື້ອໃນຂອງບົດບັນທຶກຮ່ວມ ໃຫ້ປະກົດຜົນເປັນຈິງ ປະກອບສ່ວນໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ ໃຫ້ມີຄວາມໂປ່ງໃສ, ເຂັ້ມແຂງ, ມີປະສິດທິ ພາບ, ປະສິດທິຜົນ, ປະຢັດ ແລະ ປະຕິບັດມາດຕະການສະກັດກັ້ນ ແລະ ແກ້ໄຂການລະເມີດກົດໝາຍຕາມຂະບວນການຍຸຕິທໍາ.

ແຫຼ່ງຂ່າວ: ປະຊາຊົນ (ຂ່າວ-ພາບ: ອອປສ)

ລາຍລະອຽດຜູ້ເສຍຊີວິດໃໝ່ +5 ຄົນ

0

ລາຍລະອຽດຜູ້ເສຍຊີວິດໃໝ່ 05 ຄົນ ວັນທີ 08 ທັນວາ 2021 ມີດັ່ງນີ້:

 1). ເພດຊາຍ, ອາຍ 21 ປີ, ຄ້າຍຄຸມຂັງເມືອງຂື້ນກັບບ້ານຫ້ວຍຊາຍ, ເມືອງຫ້ວຍຊາຍ, ແຂວງບໍ່ແແກ້ວ

  • ບໍ່ມີພະຍາດປະຈໍາຕົວ
  • ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19
  •    ວັນທີ 04 ທັນວາ 2021: ເກັບຕົວຢ່າງເພື່ອມາກວດຊອກຫາພະຍາດໂຄວດ-19 ແລະ ຜົນກວດເປັນບວກ
  •    ວັນທີ 05 ທັນວາ 2021: ຜູ້ກ່ຽວເລີ້ມມີອາການໄຂ້, ເຈັບແໜ້ນໜ້າເອີກ, ຫາຍໃຈຝຶດ
  •    ວັນທີ 06 ທັນວາ 2021: ຜູ້ກ່ຽວມີອາການໜັກຫລາຍ ເອົາໄປປີ່ນປົວຢູ່ໂຮງໝໍ ແຕ່ຜູ້ກ່ຽວ ໄດ້ເສຍຊີວິດກ່ອນ

2). ເພດຍິງ ອາຍຸ 21 ປີ, ບ້ານຊໍາເກດ, ເມືອງສີໂຄດຕະບອງ, ນະຄອນຫລວງ.

  • ພະຍາດປະຈຳໂຕ: ພູມແພ້ (ບໍ່ຮູ້ວ່າແພ້ຫຍັງ)
  •    ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ຄົບ
  •    ເວລາ 11:00 ໂມງຂອງວັນທີ 06 ທັນວາ 2021: ເຂົ້າມາກວດຢູ່ສຸກເສີນໂຮງໝໍມິດຕະພາບດ້ວຍອາການງ່ວງຊຶມ, ບໍ່ໄດ້ສະຕິ, ຮາກອອກເລືອດສີແດງສົດ, ຕົນໂຕຈືດມ້ານ (ກ່ອນໜ້ານີ້ 1 ວັນ ມີອາການໄອ) ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19, ຜົນກວດເປັນບວກ ແລະ ຮັບຄົນເຈັບເຂົ້ານອນ ແລະ ແຍ່ທໍ່ຊ່ວຍຫາຍໃຈ; ແລະ ໃຫ້ຢາເຊີດຊູ
  •    ຮອດເວລາ 04:50 ນາທີ ຂອງວັນທີ່ 07 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

3). ເພດຊາຍ, ອາຍຸ 66 ປີ, ບ້ານຮ່ອງຄ້າ, ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

  •    ປະຫວັດພະຍາດຜ່ານມາ: ມະເຮັງປອດ
  •    ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19
  •    ເຂົ້າມາໂຮງໝໍມິດຕະພາບ ວັນທີ່ 24 ພະຈິກ 2021
  •    ອາການເບື້ອງຕົ້ນ: ໄອມີເລືອດປົນຂີ້ກະເທີ່ ຫາຍໃຈຝືດ ຫາຍໃຈມີສຽງດັງ ມີອາການແໜ້ນເອິກ ກຶນອາຫານທຸກຊະນິດຍາກລຳບາກ, ອາການຊີວິດບໍ່ຄ່ອຍດີ
  •    ໄລຍະການປິ່ນປົວ: 24 ພະຈິກ 2021-07 ທັນວາ 2021
  •    ມາຮອດເວລາ 10:30 ນາທີ ຂອງວັນທີ 07 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

4). ເພດຊາຍ, ອາຍຸ 58 ປີ, ບ້ານຮ່ອງຄ້າ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ

  •    ພະຍາດປະຈໍາຕົວ: ຄວາມດັນເລືອດສູງ ບໍ່ໄດ້ຕິດຕາມ
  •    ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19
  •    ເຂົ້າມາໂຮງໝໍມິດຕະພາບ ວັນທີ່ 04 ທັນວາ 2021 (ຮັບຈາກມໍລະສຸມໂຮງໝໍມະໂຫສົດ)
  •    ອາການເບື້ອງຕົ້ນ: ຄົນເຈັບບໍໄດ້ສະຕິ (ໃສ່ທໍ່ຊ່ອຍຫາຍໃຈ) ຄົນເຈັບລົ້ມໃນຫ້ອງນໍ້າບໍ່ຮູ້ເວລາທີ່ຊັດເຈນ ແຕ່ພົບເຫັນໃນຕອນເຊົ້າຂອງວັນທີ່ 04 ທັນວາ 2021 ໃນສະພາບບໍ່ມີສະຕິ ແລະເອົາໄປໂຮງໝໍມະໂຫສົດ ເຮັດ CT Scanner of Brain (Hemorrhage stroke), TA 152/100,  P100 T37.9, RR 26 SO2:90% 
  •    ໄລຍະການປິ່ນປົວ: ແຕ່ວັນທີ 04-07 ທັນວາ 2021, ລວມເປັນ 04 ວັນ
  •    ຮອດເວລາ16ມ00 ຂອງວັນທີ 07/12/21ຄົນເຈັບໄດ້ເສຍຊີວິດ

5)  ເພດຍິງ, ອາຍຸ 94 ປີ, ບ້ານໂນນແກ້ວ, ເມືອງສີໂຄດຕະບອງ, ນະຄອນຫລວງ

  •    ພະຍາດປະຈໍາຕົວ: ຄວາມດັນເລືອດສູງ
  •    ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19ຄົບ
  •    ເວລາ 08,35 ນາທີ ຂອງວັນທີ 07 ທັນວາ 2021: ຄົນເຈັບມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ, ຫາຍໃຈຫອບ ແລະ ຫາຍໃຈຝຶດ, ຄວາມດັນເລືອດສູງ ແລະ ຄົນເຈັບມີອາການໜັກຫລາຍ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດເປັນບວກ ແລະ ຮັບຄົນເຈັບເຂົ້ານອນປີ່ນປົວ ຊື່ງຕໍ່ມາຄົນເຈັບ ໄດ້ເສຍຊີວິດ ໃນວັນດຽວກັນ.

.

ພຽງທິດດຽວ ນະຄອນຫຼວງວຽງຈັນມີອຸບັດເຫດທັງໝົດ 19 ເລື່ອງ

0

ຕາມການລາຍງານຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: 1 ອາທິດຜ່ານມາ ( ໃນວັນທີ 29 ພະຈິກ – 5 ທັນວາ 2021 ) ຢູ່ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 19 ເລື່ອງ, ຄົນໄດ້ຮັບບາດເຈັບ 23 ຄົນ, ເສຍຊີວິດ 5 ຄົນ, ທຽບໃສ່ອາທິດຜ່ານມາ ອຸບັດຕິເຫດເພີ່ມຂຶ້ນ 6 ເລື່ອງ, ຄົນໄດ້ຮັບບາດເຈັບເພີ່ມຂຶ້ນ 5 ຄົນ ແລະ ຄົນເສຍຊີວິດເພີ່ມຂຶ້ນ 3 ຄົນ. ເຈົ້າໜ້າທີ່ ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:

1 ອາທິດຜ່ານມາ ຢູ່ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 19 ເລື່ອງ, ມີຄົນໄດ້ຮັບບາດເຈັບ 23 ຄົນ ແລະ ເສຍຊີວິດ 5 ຄົນ, ພາຫະນະເປ່ເພ່ ທັງໝົດ 33 ຄັນ, ລວມມູນຄ່າເສຍຫາຍ 245.000.000 ລ້ານກີບ, ໄລຍະເວລາທີ່ອຸບັດຕິເຫດເກີດຂຶ້ນຫລາຍ ແມ່ນເວລາ 17:00 – 23:45 ໂມງ ແລະ ສ່ວນຫຼາຍແມ່ນຖະໜົນທ່າເດື່ອ, ຖະໜົນ 13 ໃຕ້, ຖະໜົນ 450 ປີ ແລະ ອື່ນໆ; ສາເຫດທີ່ເຮັດໃຫ້ອຸບັດຕິເຫດເພີ່ມຂຶ້ນ ຍ້ອນນັກຂັບຂີ່ ບໍ່ປະຕິບັດລະບຽບການສັນຈອນ ເປັນຕົ້ນແມ່ນ ການຊິງແຊງ, ປ່ຽນທິດທາງການສັນຈອນບໍ່ມີຄວາມຮັບປະກັນ ແລະ ບໍ່ປະຕິບັດຕາມປ້າຍຈະລາຈອນ.

ກັກຕົວໄດ້ແລ້ວ ຜູ້ຕິດເຊື້ອໂຄວິດ-19 ລັກໜີອອກຈາກໂຮງໝໍພາກສະໜາມ

0

ຕາມປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ ປກສ ນວ ສາມາດນຳກັກຕົວ ທ້າວ ສີໄຊທະວີ ບຸນວົງໄຊ ອາຍຸ 39 ປີ ຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ລັກໜີອອກຈາກໂຮງໝໍພາກສະໜາມ ດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນວັນທີ 29 ພະຈິກ 2021 ທີ່ຜ່ານມາ.

ພັທ ທັດສະພົງ ຫວັນມະນີຈັນ ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ນວ ໃຫ້ຮູ້ວ່າ: ໃນວັນທີ 29 ພະຈິກ 2021 ໄດ້ຮັບການລາຍງານຈາກຄະນະສະເພາະກິດ ໂຮງໝໍພາກສະໜາມດົງໂດກ ວ່າ: ທ້າວ ສີໄຊທະວີ ບຸນວົງໄຊ ທີ່ເຂົ້າມາປິ່ນປົວໃນວັນທີ 24 ພະຈິກ 2021, ໄດ້ລັກໜີອອກຈາກໂຮງໝໍພາກສະໜາມ, ຈາກນັ້ນ ເຈົ້າໜ້າທີ່ ປກສ ນວ ໄດ້ສົມທົບກັບກອງບັນຊາການ ປກສ 9 ເມືອງ ແລະ ອໍານາດການປົກຄອງບ້ານ ໃນນະຄອນຫຼວງວຽງຈັນ ຕິດຕາມຕົວຜູ້ກ່ຽວ, ມາຮອດວັນທີ 6 ທັນວາ 2021 ເວລາປະມານ 10:00 ໂມງ ຈິ່ງໄດ້ເຂົ້າກັກຕົວ ຢູ່ເຮືອນຂອງເອື້ອຍຜູ້ກ່ຽວ ບ້ານດົງປ່າແລບ ເມືອງຈັນທະບູລີ ນວ, ປັດຈຸບັນ ໄດ້ຄຸມຕົວໄວ້ຢູ່ຫ້ອງຕຳຫຼວດ ປກສ ນວ ເພື່ອດຳເນີນຄະດີຕາມຂັ້ນຕອນກົດໝາຍ.

ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງຜູ້ຕິດເຊື້ອພະຍາດໂຄວີິດ-19 ທີ່ເຂົ້າປິ່ວປົວຢູ່ໂຮງໝໍພາກສະໜາມຕ່າງໆ ຈົ່ງພ້ອມກັນປະຕິີບັດກົດລະບຽບ, ຂໍ້ຫ້າມ ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ ໃນການຮັກສາປິ່ນປົວ ຖ້າຫາກບຸກຄົນໃດສ້າງຄວາມສັບສົນວຸ້ນວາຍ ຫຼື ກໍ່ຄວາມບໍ່ສະຫງົບ ພາຍໃນສູນກັກກັນ, ໂຮງໝໍພາກສະໜາມ ຈະຖືກກ່າວເຕືອນ ແລະ ສຶກສາອົບຮົມ ຮ້າຍແຮງໄປກວ່ານັ້ນຈະຖືກດໍາເນີນຄະດີ.

ຈຳປາສັກ ຈັບຜູ້ຄ້າຂາຍຢາເສບຕິດ 5 ຄົນ ຢາບ້າ 80 ພັນກວ່າເມັດ

0

ເຈົ້າຫນ້າທີ່ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ຈັບຜູ້ຄ້າຍາຍຢາເສບຕິດ ຢູ່ເມືອງບາຈຽງ ແລະ ເມືອງປາກຊ່ອງ ໄດ້ຜູ້ຖືກຫາ 5 ຄົນ ພ້ອມຢາບ້າ 80.436 ເມັດ. ເຈົ້າຫນ້າທີ່ ໃຫ້ຮູ້ວ່າ: ໃນວັນທີ 19.11.2021 ມ້າງຄະດີຄ້າຂາຍຢາເສບຕິດຢູ່ເຮືອນພັກ ຫລັກ 21 ເມືອງບາຈຽງ ຈັບຜູ້ຖືກຫາ ໄດ້ 2 ຄົນ:

ທ້າວ ທິດອານັນ ອາຍຸ 31 ປີ, ບ້ານມິດສຳພັນ ເມືອງສະຫນາມໄຊ ແຂວງອັດຕະປື ແລະ ທ້າວ ຄຳພູມີ ອາຍຸ 29 ປີ, ບ້ານສະໂລນ້ອຍ ເມືອງຊະນະສົມບູນ ແຂວງຈຳປາສັກ ພ້ອມຢາບ້າ 20.310 ເມັດ.

ນອກນັ້ນ, ໃນວັນທີ 24.11.2021 ລົງໄປມ້າງຄະດີຢາເສບຕິດບ້ານພູທອງລຸ່ມ ເມືອງປາກຊ່ອງ ແຂວງຈຳປາສັກ ຈັບຜູ້ຖືກຫາໄດ້ 3 ຄົນ ຊື່ທ້າວ ມີ ອາຍຸ 29 ປີ, ບ້ານວັດຫລວງ ເມືອງປາກຊ່ອງ, ທ້າວ ລັດສະຫມີ ອາຍຸ 28 ປີ, ບ້ານນາຂາມ ເມືອງປະທຸມພອນ ແລະ ທ້າວ ໄພວັນ ອາຍຸ 24 ປີ, ບ້ານຫ້ວຍໄຊ ເມຶອງປາກຊ່ອງ ພ້ອມຢາບ້າ 60.126 ເມັດ.

.

ເປີດໃຈບິ້ນລີ້ ຫຼັງຈົບການແຂ່ງຂັນ ລາວ ພົບກັບ ຫວຽດນາມ

0

ຜ່ານໄປແລ້ວ ກັບການແຂ່ງຂັນບານເຕະ AFF​SUZUKI​ ​CUP​ 2020 ທີ່​ສະໜາມກິລາ Bishan, ປະເທດ​ສິງກະໂປ​ ນັດທີ 1 ກຸ່ມ B​ ເປັນການພົບກັນລະຫວ່າງ ທີມຊາດລາວ ແລະ ທີມຊາດຫວຽດນາມ ໄດ້ລົງແຂ່ງໃນເວລາ​ 19:30​ ໂມງ​ ໃນວັນທີ​ 6​ ທັນວາຄືນວານ​ນີ້​ ເຊິ່ງຜົນການແຂ່ງ​ ແມ່ນລາວ ເສຍໃຫ້​ ຫວຽດນາມ​ 0-2​ ປະຕູ.

ທີມຊາດຫວຽດນາມ ໄດ້ປະຕູຈາກ​ 𝙉𝙜𝙪𝙮𝙚𝙣 𝘾𝙤𝙣𝙜 𝙋𝙝𝙪𝙤𝙣𝙜​ ນາທີ​ 27​ ແລະ​ Phan Van Duc ນາທີ​ 55

ຫຼັງຈາກຈົບເກມ ກໍໄດ້ມີການສຳພາດ ບິນລີ້ ເກດແກ້ວພົມພອນ ກອງໜ້າໜ້າ ຂອງທີມຊາດລາວ ເຊິ່ງບິນລີ້ ໄດ້ບອກຄວາມໃນໃຈວ່າ:

“ຂ້ອຍຮູ້ສຶກເປັນກຽດ ແລະ ດີໃຈຫຼາຍທີ່ໄດ້ລົງສະໜາມຮັບໃຊ້ທີມຊາດລາວເປັນຄັ້ງທຳອິດ ເຖິງວ່າຜົນການແຂ່ງຂັນຈະບໍ່ເປັນໄປຕາມທີ່ພວກເຮົາຫວັງກໍ່ຕາມ ແຕ່ພວກເຮົາຈະຂໍສູ້ຈົນເຖິງທີ່ສຸດ. ຂ້ອຍຮູ້ສຶກຕື້ນຕັນໃຈທີ່ໄດ້ຍິນສຽງເພງຊາດລາວດັງຂື້ນ ເພາະນີ້ຄືປະເທດບ້ານເກີດເມືອງນອນພໍ່ແມ່ຂ້ອຍ ແລະ ຂ້ອຍກໍມີຄວາມພູມໃຈເປັນຢ່າງຍິ່ງທີ່ໄດ້ຮັບໃຊ້ ແລະ ມີສ່ວນຮ່ວມກັບທີມຊຸດນີ້”.

ນອກຈາກນີ້, ບິນລີ້ ຍັງຝາກລົງທ້າຍດ້ວຍການຂໍຂອບໃຈທຸກໆກຳລັງໃຈທີ່ມອບໃຫ້ບິນລີ້ສະເໝີມາ ພ້ອມເວົ້າຄຳວ່າ ລາວ ສູ້ໆ.

  • ສຳລັບນັດຕໍ່ໄປວັນທີ 09/12/2021 ເວລາ 16:30 ທີມຊາດລາວ ພົບ ມາເລເຊຍ.
  • ວັນທີ 12/12/2021 ເວລາ 16:30 ທີມຊາດລາວ ພົບ ທີມຊາດອິນໂດເນເຊຍ
  • ວັນທີ 15/12/2021 ເວລາ 16:30 ທີມຊາດລາວ ພົບ ທີມຊາດກຳປູເຈຍ.

ພາບ: LFF