ກວດກາພັກ ແຂວງຄຳມ່ວນ ປະກາດ ການຈັດຕັ້ງຂອງຂະແໜງການພາຍໃນ

0
1222

ໃນວັນທີ 26 ພະຈິກ 2021 ຄະນະກວດກາພັກແຂວງຄໍາມ່ວນ ໄດ້ປະກາດການຈັດຕັ້ງຂອງບັນດາຂະ ແໜງການພາຍໃນ ຢ່າງເປັນທາງການ ໂດຍການເປັນປະ ທານຂອງທ່ານ ຄໍາສອນ ອ້ວນທະວີ ຄະນະປະຈໍາພັກແຂວງ , ປະທານກວດກາພັກ-ລັດແຂວງ, ມີຕາງໜ້າຄະນະຈັດຕັ້ງແຂວງ , ຄະນະໂຄສະນາອົບຮົມແຂວງ , ສະຫະພັນກໍາມະບານແຂວງ , ຕາງໜ້າພະແນກ ການອ້ອມຂ້າງ ແລະ ພະນັກງານວິຊາການເຂົ້າຮ່ວມ .

ໃນພິທີທ່ານ ແກ້ວອຸລາ ພິມມະສອນ ຫົວໜ້າຂະແໜງປ້ອງກັນພັກ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການແຕ່ງຕັ້ງຫົວໜ້າຂະແໜງ , ຮອງຫົວໜ້າຫ້ອງການ ແລະ ຊັບຊ້ອນຫົວໜ້າຂະແໜງຈໍານວນໜຶ່ງຕາມລໍາດັບ ຄື:

ຕົກລົງແຕ່ງຕັ້ງທ່ານ ໄຊຍະກອນ ຈະເລີນສຸກ ວິຊາການຫ້ອງການບໍລິຫານ , ຈັດຕັ້ງ ແລະ ຄົ້ນຄວ້າ-ສັງລວມເປັນຮອງຫົວໜ້າຫ້ອງການບໍລິຫານ, ຈັດຕັ້ງ ແລະ ຄົ້ນຄວ້າ-ສັງ ລວມຂອງຄະນະກວດກາພັກແຂວງຄໍາມ່ວນ; ແຕ່ງຕັ້ງທ່ານ ນາງ ຄໍາໄທ ເຫລືອງທໍາມະວົງສາ ຫົວໜ້າຂະແໜງຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ ເປັນຫົວໜ້າຂະແໜງສະກັດກັ້ນ – ຕ້ານການສໍ້ລາດບັງຫລວງ ແລະ ສືບສວນ-ສອບສວນ; ແຕ່ງຕັ້ງທ່ານ ສະໄໝ ບົງສຸວັນ ຮັກສາການຫົວໜ້າຂະແໜງວິທະຍາສາດ-ເຕັກໂນໂລຊີ ແລະ ນະວັດຕະກໍາເປັນຫົວໜ້າຂະແໜງກວດກາພັກ ແລະ ຕົກລົງແຕ່ງຕັ້ງທ່ານ ນາງ ບຸນມາ ວົງຫາຈັກ ຫົວໜ້າຂະແໜງສະກັດກັ້ນ-ຕ້ານການສໍ້ລາດບັງຫລວງ ແລະ ສືບສວນ-ສອບສວນເປັນຫົວໜ້າຂະແໜງຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ .

ໃຫ້ກຽດມອບຂໍ້ຕົກລົງ ແລະ ປະດັບຊັ້ນໃຫ້ຜູ້ຖືກແຕ່ງ ຕັ້ງໂດຍທ່ານ ຄໍາສອນ ອ້ວນທະວີ ຄະນະປະຈໍາພັກແຂວງ, ປະທານກວດກາພັກ-ລັດແຂວງ .

LEAVE A REPLY

Please enter your comment!
Please enter your name here