ນາຍົກລັດຖະມົນຕີ ອອກດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສສກ

0
4047

ສຶກສາດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສຶກສາທິການ ແລະ ກິລາ ອີງຕາມ ກົດຫມາຍວ່າດ້ວຍລັດຖະບານ ສະບັບເລກທີ 04/ສພຊ, ລົງວັນທີ 08 ພະຈິກ2016;

  • ອີງຕາມ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການສັບຊ້ອນວຽກງານຂອງລັດຖະບານ ສະບັບເລກທີ 17/ນຍ, ລົງວັນທີ 11 ມີນາ 2021;
  • ອີງຕາມ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາໂຄງປະກອບກົງຈັກ ແລະ ສະມາຊິກ ລັດຖະບານ ສະບັບເລກທີ 09/ສພຊ, ລົງວັນທີ 22 ມີນາ 2021;
  • ອີງຕາມ ຫນັງສືສະເຫນີ ຂອງກະຊວງພາຍໃນ ສະບັບເລກທີ 214/ພນ, ລົງວັນທີ 10 ກັນຍາ 2021.

ນາຍົກລັດຖະມົນຕີ ອອກດໍາລັດ:ຫມວດທີ 1 ບົດບັນຍັດທົ່ວໄປ

-ມາດຕາ 1 ຈຸດປະສົງ: ດໍາລັດສະບັບນີ້ ກໍານົດທີ່ຕັ້ງ, ພາລະບົດບາດ, ຫນ້າທີ່, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ, ຫຼັກ ການ ແລະ ແບບແຜນວິທີເຮັດວຽກ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງ ກະຊວງສຶກສາທິການ ແລະ ກິລາ ແນໃສ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ປະຕິບັດກົດຫມາຍ ແລະ ລະບຽບການຂອງລັດ ໃນການຄຸ້ມຄອງ ແລະ ພັດທະນາວຽກງານ ການສຶກສາ, ວິທະຍາສາດ ແລະ ກິລາ.

ມາດຕາ 2 ທີ່ຕັ້ງ ແລະ ພາລະບົດບາດ: ກະຊວງສຶກສາທິການ ແລະ ກິລາ ຂຽນເປັນຕົວອັກສອນຫຍໍ້ວ່າ “ສສກ” ແມ່ນກົງຈັກການຈັດຕັ້ງຫນຶ່ງ ຂອງລັດຖະບານ, ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະບານ ແລະ ຄຸ້ມຄອງມະຫາພາກກ່ຽວກັບ ວຽກງານການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ວຽກງານກິລາ-ກາຍຍະກໍາ ໃນຂອບເຂດທົ່ວປະເທດ, ເປັນໃຈກາງໃນການພັດທະນາຊັບພະຍາກອນມະນຸດ ຕາມສາມລັກສະນະ ແລະ ຫ້າຫຼັກມູນ ຂອງການສຶກສາ ແຫ່ງຊາດ.

LEAVE A REPLY

Please enter your comment!
Please enter your name here