ມ.ຊ ສຳເລັດການສອບເສັງທາງໄກເປັນຄັ້ງທຳອິດ ຄັດເລືອກເອົານັກສຶກສາເຂົ້າຮຽນປະຈຳສົກສຶກສາ 2021-2022

0
2268

ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດການສອບເສັງຄັດເລືອກເອົານັກສຶກສາ ປະຈຳສົກສຶກສາ 2021-2022. ຜ່ານທາງລະບົບທາງໄກ (ອອນລາຍ) ຂຶ້ນໃນວັນທີ 25 ພະຈິກ 2021, ໂດຍມີຈຸດສູນລວມຄະນະກຳມະການຕັ້ງຢູ່ທີ່ສະໂມສອນຂອງສະຖາບັນຂົງຈື ມ.ຊ ໂດຍການໃຫ້ກຽດລົງຕິດຕາມການສອບເສັງຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ອຸດົມ ພອນຄຳເພັງ ຮັກສາການອະທິການບໍດີ ມ.ຊ, ມີບັນດາທ່ານຮອງອະທິການບໍດີ, ບັນດາຄະນະກຳມະການຮັບຜິດຊອບການສອບເສັງຜ່ານທາງລະບົບອອນລາຍ ພ້ອມດ້ວຍບັນດາຄະນະກຳມະການທັງ 12 ຈຸດເຂົ້າຮ່ວມ.

ໃນສົກສຶກສາ 2021-2022 ນີ້ເນື່ອງຈາກມີການແຜ່ລະບາດຂອງພະຍາດໂຄວິດ-19 ທາງ ມ.ຊ ຈຶ່ງໄດ້ຫັນປ່ຽນຈາກການສອບເສັງແບບເຊິ່ງໜ້າ ມາເປັນການສອບເສັງແບບທາງໄກ (ລະບົບອອນລາຍ) ໂດຍນຳໃຊ້ Google Platform (Gmail, Classroom, Meet and Chrome).

ໃນການສອບເສັງຄັ້ງນີ້, ມ.ຊ ກໍໄດ້ວາງແຜນ ແລະ ກຽມຄວາມພ້ອມໃນທຸກໆດ້ານ ເປັນຕົ້ນແມ່ນການພັດທະນາໂປຣແກມເພື່ອຮັບຮອງໃຫ້ການສອບເສັງມີປະສິດຕິພາບ, ການແຕ່ງຕັ້ງອະນຸກຳມະການ, ຈັດຝຶກອົບຮົມດ້ານເຕັກນິກໄອທີໃຫ້ແຕ່ລະອະນຸກຳມະການ ຊຶ່ງໄດ້ຈັດການສອບເສັງທົດລອງເຖິງ 2 ຄັ້ງເພື່ອໃຫ້ນັກສອບເສັງມີຄວາມພ້ອມ ແລະ ເຂົ້າໃຈລະບົບການສອບເສັງແບບທາງໄກ. ການສອບເສັງຄັດເລືອກເອົານັກສຶກສາໃນສົກສຶກສາ 2021-2022 ໄດ້ແບ່ງອອກເປັນ 12 ຈຸດສອບເສັງ, ມີ 91 ຈຸ, ມີ 458 ຫ້ອງສອບເສັງ, ມີກຳມະການຍາມຫ້ອງສອບເສັງຈໍານວນ 458 ທ່ານ, ຫ້ອງ 1 ບັນຈຸນັກສອບເສັງຈຳນວນ 20 ຄົນ. ມີນັກຮຽນທີ່ມີໜ້າສອບເສັງຕົວຈິງຈຳນວນ 6.625 ຄົນ, ການສອບເສັງໄດ້ແບ່ງອອກເປັນ 2 ກຸ່ມຄື ກຸ່ມ A ສອບເສັງວິຊາ ຄະນິດສາດ A, ຟີຊິກສາດ, ພາສາລາວ-ວັນນະຄະດີ, ເຄມີສາດ, ຊີວະສາດ ແລະ ພາສາອັງກິດ ມີຜູ້ສອບເສັງຕົວຈິງຈຳນວນ 2.378 ຄົນ ແລະ ກຸ່ມ B ສອບເສັງວິຊາຄະນິດສາດ B, ພາສາລາວ-ວັນນະຄະດີ, ພູມີສາດ, ປະຫວັດສາດ ແລະ ພາສາອັງກິດ; ມີຜູ້ສອບເສັງຕົວຈິງຈຳນວນ 4.249 ຄົນ, ການສອບເສັງແມ່ນຈັດຂຶ້ນພາຍໃນໜຶ່ງວັນ; ເລີ່ມຕອນເຊົ້າເວລາ 9:00 ໂມງ ເຖິງ 11:00 ໂມງ ແລະ ຕອນບ່າຍເວລາ 14:00 ໂມງເຖິງ 15:30 ນາທີ.

ທ່ານ ພຸດ ສິມມາລາວົງ ກໍໄດ້ມີຄຳເຫັນຕໍ່ການສອບເສັງແບບທາງໄກຂອງ ມ.ຊ ຊຶ່ງທ່ານໄດ້ກ່າວບາງຕອນວ່າ: ທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບໃນຫຼາຍດ້ານ ໂດຍສະເພາະໃນຂົງເຂດວຽກງານການສຶກສາ, ຕາມທຳມະດາແລ້ວການສອບເສັງເຂົ້າ ມ.ຊ ແມ່ນຈະຈັດຂຶ້ນໃນໄລຍະເດືອນ ກໍລະກົດ ຫາ ເດືອນ ສິງຫາ ຂອງທຸກໆປີ ແຕ່ມາໃນສົກສຶກສານີ້ ຈຳເປັນຕ້ອງໄດ້ປັບປ່ຽນຮູບແບບການສອບເສັງຈາກການສອບເສັງແບບເຊິ່ງໜ້າ ມາເປັນການສອບເສັງແບບທາງໄກ (online) ຖືເປັນຄັ້ງທຳອິດຂອງມະຫາວິທະຍາໄລແຫ່ງຊາດ ເຖິງແມ່ນວ່າຈະພົບຄວາມຫຍຸ້ງຍາກ ແຕ່ຄະນະນຳ ແລະ ພະນັກງານ, ຄູ-ອາຈານຂອງ ມ.ຊ ກໍໄດ້ສຸມທຸກກຳລັງແຮງເພື່ອຈັດການສອບເສັງຄັ້ງນີ້ເພື່ອໃຫ້ໄດ້ຮັບຜົນສຳເລັດ ເຖິງແມ່ນວ່າຈະພົບຄວາມຫຍຸ້ງຍາກໃນການປັບປ່ຽນການສອບເສັງກໍຕາມ ແຕ່ທາງ ມ.ຊ ກໍມີການກະກຽມຄວາມພ້ອມທັງສາມາດຮັບປະກັນໄດ້ທັງຄວາມໂປ່ງໃສ ແລະ ຄຸນນະພາບ.

ຂ່າວ-ພາບ: ມຊ

LEAVE A REPLY

Please enter your comment!
Please enter your name here