ປກສ ເມືອງຫາດຊາຍຟອງ ປະກາດກົງຈັກການຈັດຕັ້ງຂັ້ນໜ່ວຍງານຕຳຫຼວດລົດໄຟ

0
2883

ໃນວັນທີ 23 ພະຈິກ 2021 ກອງບັນຊາການ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ປະກາດກົງຈັກການຈັດຕັ້ງຂັ້ນໜ່ວຍງານ ຕຳຫຼວດລົດໄຟ ເພື່ອເຮັດໜ້າທີ່ບໍລິການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ຢູ່ສະຖານີ ແລະ ການນໍາໃຊ້ລົດໄຟລາວ-ຈີນ ຢູ່ເຂດເມືອງຫາດຊາຍຟອງໃຫ້ມີຄວາມສະຫງົບ-ປອດໄພ.

ກອງປະຊຸມດັ່ງກ່າວ ພາຍໃຕ້ການເປັນປະທານຂອງ ທ່ານ ພັທ ວຽງທອງ ຜາງພິລະວົງ ຫົວໜ້າກອງບັນຊາການ ປກສ ເມືອງຫາດຊາຍຟອງ, ມີຫົວໜ້າພະແນກ-ຮອງຫົວໜາພະແນກ, ປກສ ກຸ່ມ ແລະ ກໍາລັງທີ່ຖືກແຕ່ງຕັ້ງ 20 ສະຫາຍ ເຂົ້າຮ່ວມ.

ໃນພິທີ ທ່ານ ພັທ ຂວັນຍືນ ສີສົມບູນ ຫົວໜ້າພະແນກການເມືອງ ກອງບັນຊາການ ປກສ ເມືອງຫາດຊາຍຟອງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 4626/ປກສ.ນວ, ລົງວັນທີ 10 ພະຈິກ 2021 ວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງໜ່ວຍງານຕຳຫຼວດລົດໄຟ ຂອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ;

ໃນນີ້ໄດ້ແຕ່ງຕັ້ງ ພັທ ຄຳໝັ້ນ ປີຍະວົງ ເປັັນຫົວໜ້າ ແລະ ແຕ່ງຕັ້ງຮອງຫົວໜ້າໜ່ວຍງານອີກ 2 ສະຫາຍ ແລະ ຂໍ້ຕົກລົງສະບັບເລກທີ 4688/ປກສ. ນວ, ລົງວັນທີ 22 ພະຈິກ 2021 ວ່າດ້ວຍການຍົກຍ້າຍ ນາຍ ແລະ ພົນຕຳຫຼວດ 13 ສະຫາຍໄປປະຈໍາຢູ່ໜ່ວຍງານຕໍາຫຼວດລົດໄຟ ປກສ ເມືອງຫາດຊາຍຟອງ.

ທ່ານ ພັທ ວຽງທອງ ຜາງພິລະວົງ ຫົວໜ້າກອງບັນຊາການ ປກສ ເມືອງຫາດຊາຍຟອງ ໄດ້ເນັ້ນໃຫ້ຜູ້ຖືກແຕ່ງຕັ້ງເອົາໃຈໃສ່ 3 ບັນຫາຕົ້ນຕໍ

1. ຮຽກຮ້ອງໃຫ້ບັນດາສະຫາຍ ຕ້ອງມີຄວາມຕັດສິນໃຈສູງ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຮັກສາຄວາມສາມັກຄີເປັນເອກະພາບ, ເຮັດວຽກຕາມຫຼັກການແບບແຜນ ແລະ ວິທີເຮັດວຽກຂອງພັກ, ຂອງກໍາລັງ ປ້ອງກັນຄວາມສະຫງົບ.

2. ຕັ້ງໃຈ ແລະ ເສຍສະຫຼະອົດທົນຜ່ານຜ່າ ເຮັດໜ້າທີ່ໃຫ້ສົມກຽດ, ສົມກັບຄະນະພັກ ກອງບັນຊາການ ປກສ ເມືອງຫາດຊາຍຟອງ ໄວ້ວາງໃຈ ແລະ ໃຫ້ຄວາມເຊື່ອໝັ້ນ.

3. ນາຍ ແລະ ພົນຕໍາຫຼວດ ທີ່ປະຕິບັດໜ້າທີ່ ຈົ່ງຮັກສາລະບຽບວິໄນ, ມີກິລິຍາມາລະຍາດໃນການເຮັດວຽກ, ເປັນແບບຢ່າງທີ່ດີໃຫ້ແຂກພາຍໃນ ແລະ ຕ່າງປະເທດ.

ຂໍ້ມູນ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

LEAVE A REPLY

Please enter your comment!
Please enter your name here