ສືບຕໍ່ໃຊ້ມາດຕະການ ຕໍ່ຮ້ານອິນເຕີເນັດກາເຟ ທີ່ລະເມີດຄຳສັ່ງ

0
1337

ປກສ ເມືອງສີສັດຕະນາກ ສືບຕໍ່ໃຊ້ມາດຕະການ ຕໍ່ຮ້ານອິນເຕີເນັດກາເຟ ທີ່ລະເມີດຄຳສັ່ງ

ໃນວັນທີ 22 ພະຈິກ 2021 ພະແນກສັນຕິບານ ກອງບັນຊາການ ປກສ ເມືອງສີສັດຕະນາກ ນວ ສົມທົບກັບອຳນາດການປົກຄອງບ້ານໂພນປ່າເປົ້າ ກວດພົບເຫັນຮ້ານອິນເຕີເນັດກາເຟ1 ຮ້ານ ລັກເປີດເຕີມເຊີ ຢູ່ບ້ານໂພນປ່າເປົ້າ ໜ່ວຍ 24 ເຮືອນເລກທີ 494 ເມືອງສີສັດຕະນາກ ທີ່ເປັນການລະເມີດຕໍ່ແຈ້ງການ 40/ສພກ ນວ.

ຜ່ານການກວດກາຂອງເຈົ້າໜ້າທີ່ ຈິ່ງຮູ້ໄດ້ວ່າ: ຮ້ານດັ່ງກ່າວ ເປັນຮ້ານຂອງ ນາງ ວົງສາຍຄຳ ອາຍຸ 30 ປີ ອາຊີບຄ້າຂາຍ ທີ່ລັກເປີດໃຫ້ບໍລິການລູກຄ້າເຕີມເຊີ ( ຫຼີ້ນການພະນັນອອນລາຍ ) ຢູ່ພາຍໃນຮ້ານພົບເຫັນຄອມພິວເຕີ 1 ຊຸດ, ພ້ອມດ້ວຍອຸປະກອນປິ່ນເຊີ ຈຳນວນ 01 ອັນ, ເຈົ້າໜ້າທີ່ ຈຶ່ງໄດ້ຢຶດອຸປະກອນຈຳນວນດັ່ງກ່າວ ພ້ອມທັງໃຫ້ຢຸດເຊົາ ຈົນກວ່າຈະໄດ້ຮັບການແກ້ໄຂ. ສໍາລັບເຈົ້າຂອງຮ້ານ ເຈົ້າໜ້າທີ່ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ໄດ້ເຊີນຜູ້ກ່ຽວມາສຶກສາອົບຮົມ, ກ່າວເຕືອນ ແລະ ປັບໃໝຕາມລະບຽບການ.

ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງເຈົ້າຂອງກິດຈະການ, ບັນດາຫົວໜ່ວຍທຸລະກິດ ໃຫ້ປະຕິບັດຕາມຄຳສັ່ງ ແລະ ແຈ້ງການ ຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ ຖ້າຍັງສືບຕໍ່ລະເມີດ ຈະໄດ້ນຳໃຊ້ມາດຕະການທາງກົດໝາຍໂດຍບໍ່ມີຂໍ້ຍົກເວັນ, ຖ້າພົບເຫັນສະຖານທີ່, ຫົວໜ່ວຍທຸລະກິດໃດ ຍັງລະເມີດຕໍ່ແຈ້ງການ, ຄໍາສັ່ງ ສາມາດແຈ້ງ ມາທາງເຟສບຸກ ປກສ ນວ ຫຼື ເບີວ໋ອດແອບ 020: 28879 9774.

LEAVE A REPLY

Please enter your comment!
Please enter your name here