ອຸດົມໄຊ ສຳເລັດການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ອີກ 33 ກໍລະນີ

0
1015

ທີມງານແພດໝໍແຂວງອຸດົມໄຊ ສຳເລັດການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ອີກ 33 ກໍລະນີ

ໃນວັນທີ 21 ພະຈິກນີ້ ທີມງານແພດໝໍແຂວງອຸດົມໄຊ ໄດ້ສຳເລັດການປິ່ນປົວຜູ້ທີ່ຕິດເຊື້ອໂຄວິດ-19 ໃນຈຳນວນ 33 ກໍລະນີ ຍິງ 13 ກໍລະນີພາຍຫຼັງທີ່ໄດ້ປິ່ນປົວມາເປັນເວລາ 14 ວັນ ຕາມປິ່ນປົວຕາມຫຼັກວິຊາການທາງການແພດ ແລະ ໄດ້ກວດວິເຄາະຫາເຊື້ອແຕ່ລະໄລຍະ ຈົນຜົນກວດອອກມາເປັນລົບ (ບໍ່ພົບເຊື້ອ)

ດັ່ງນັ້ນຈິ່ງໄດ້ອອກໃບຍັ້ງຢືນໃຫ້ຜູ້ກ່ຽວແລ້ວສົ່ງກັບຄືນສູ່ຄອບຄົວ ພ້ອມທັງໄດ້ແນະນຳໃຫ້ສືບຕໍ່ກັບບໍລິເວນຕົນເອງ ຕື່ມອີກ 7 ວັນ ຈິ່ງຄ່ອຍດຳເນີນຊີວິດແບບປົກກະຕິຮ່ວມກັບສັງຄົມ.

ເຖິ່ງແມ່ນວ່າມີການປິ່ນປົວຫາຍດີໃນແຕ່ລະວັນກໍຕາມ ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງອຸດົມໄຊ ກໍຍັງມີເພີ່ມຂຶ້ນໃນແຕ່ລະວັນສະແດງອອກໃນວັນທີ 22 ພະຈິກນີ້ ມີຕົວເລກຜູ້ຕິດເຊື້ອສະສົມ 693 ຄົນ ຍິງ 329 ຄົນ ຕິດເຊື້ອໃໝ່ 19 ຄົນ ຍິງ 10 ຄົນ.

ແຫຼ່ງຂ່າວ: ສະຖານນີວິທະຍຸ ໂທລພາບ ແຂວງອຸດົມໄຊ

LEAVE A REPLY

Please enter your comment!
Please enter your name here