ລັດມີນະໂຍບາຍສະເໜີອະໄພຍະໂທດ ໃຫ້ແກ່ນັກໂທດ ຜູ້ທີ່ມີຜົນງານດີ 2.017 ຄົນ

0
2155

ປີ 2021 ລັດຖະບານ ມີນະໂຍບາຍສະເໜີອະໄພຍະໂທດ ໃຫ້ແກ່ນັກໂທດ ຜູ້ທີ່ມີຜົນງານດີ ຈຳນວນ 2.017 ຄົນ

ໃນປີ 2021 ນີ້, ຜ່ານການກວດກາ ຄົ້ນຄວ້າຢ່າງລະອຽດຖີຖ້ວນ, ພາວະວິໃສຂອງເຈົ້າໜ້າທີ່ອົງການຕຸລາການ ແລະ ຍຸຕິທຳ ລັດຖະບານ ມີນະໂຍບາຍສະເໜີອະໄພຍະໂທດ ໃຫ້ນັກ ໂທດຜູ້ທີ່ມີຜົນງານດີ ເພື່ອສະເໜີ ຕໍ່ປະທານປະເທດ ຕົກລົງໃຫ້ອະໄພຍະໂທດ ໃຫ້ນັກໂທດທັງໝົດ ຈຳນວນ 2.017 ຄົນ, ຍິງ 284 ຄົນ, ຄົນຕ່າງປະເທດ 27 ຄົນ, ຍິງ 5 ຄົນ.

ໃນນີ້, ໃຫ້ອະໄພຍະໂທດດ້ວຍການຫລຸດຜ່ອນໂທດ ຈຳນວນ 2005 ຄົນ, ຍິງ 281 ຄົນ, ຕ່າງປະເທດ 27 ຄົນ, ຍິງ 5 ຄົນ; ອະໄພຍະໂທດປ່ອຍຕົວ ຈຳນວນ 12 ຄົນ, ຍິງ 3 ຄົນ, (ບໍ່ມີຄົນຕ່າງປະເທດ).

ໃນວັນທີ 22 ພະຈິກ 20201 ທີ່ອົງການໄອຍະການ ປະຊາຊົນສູງສຸດ ນະຄອນຫລວງວຽງຈັນ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ທັງເປັນປະທານຄະນະກຳມະການອະໄພຍະໂທດລະດັບຊາດ ໄດ້ຖະແຫລງຂ່າວໃຫ້ຮູ້ວ່າ: ໃນນາມປະທານກຳມະການອະໄພຍະໂທດລະດັບຊາດ, ໄດ້ຖະແຫລງ ແລະ ແຈ້ງການ ກ່ຽວກັບການກວດກາ-ຄົ້ນຄວ້າ ຂອງຄະນະກຳມະການອະໄພຍະໂທດຂັ້ນຕ່າງໆ ຕໍ່ວຽກງານອະໄພຍະໂທດ ປະຈຳປີ 2021 ມາຍັງບັນດາທ່ານ ແລະ ພໍ່ແມ່ພີ່ນ້ອງປະຊາຊົນບັນດາເຜົ່າ ຮູ້ວ່າ:

ຄະນະກໍາມະການອະໄພຍະໂທດ ແຕ່ສູນກາງຮອດທ້ອງຖິ່ນ ແລະ ຜູ້ມີສ່ວນຮ່ວມທຸກໆທ່ານ ຂົງເຂດຕຸລາການ ແລະ ຍຸຕິທໍາ ໄດ້ຕັ້ງໜ້າເອົາໃຈໃສ່ປະຕິບັນໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ເປັນຢ່າງດີ, ໂດຍປະຕິບັດແນວທາງນະໂຍບາຍຂອງພັກ ກໍ່ຄື ລັດຖະທຳມະນູນແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລັດຖະບັນຍັດຂອງປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ວ່າດ້ວຍການໃຫ້ອະໄພຍະໂທດ, ແຕ່ລະປີລັດຖະບານ ກໍ່ໄດ້ມີນະໂຍບາຍສະເໜີ ອະໄພຍະໂທດໃຫ້ແກ່ນັກໂທດຜູ້ທີ່ມີຜົນງານດີ, ມີຄວາມກ້າວໜ້າໃນເວລາປະຕິບັດໂທດ ຖືກຕ້ອງຕາມແນວ ທາງນະໂຍບາຍມະນຸດສະທຳ.

ມາຮອດປັດຈຸບັນປະທານປະເທດ ໄດ້ອອກລັດຖະດໍາລັດວ່າດ້ວຍການອະໄພຍະໂທດໃຫ້ແກ່ນັກໂທດ ສະບັບເລກທີ 219/ປປທ, ລົງວັນທີ 19 ພະຈິກ 2021 ເນື່ອງໃນໂອກາດ ວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 46 ປີ (ວັນ ຊາດທີ 2 ທັນວາ).

ທ່ານຮອງນາຍົກ ໃຫ້ຮູ້ຕື່ມວ່າ: ວຽກງານອະໄພຍະໂທດ ເປັນວຽກງານໜຶ່ງທີ່ສໍາຄັນ ທີ່ສະແດງໃຫ້ເຫັນແນວທາງນະໂຍບາຍ ແລະ ນະໂຍບາຍອັນຖືກຕ້ອງເປັນທຳ ຂອງພັກປະຊາຊົນປະຕິວັດລາວ ຕໍ່ພົນລະເມືອງ ທີ່ມີການກະທຳຜິດທາງກົດໝາຍ ເພື່ອສຶກສາອົບຮົມຜູ້ທີ່ຫລົງຜິດ ໃຫ້ກາຍເປັນພົນລະ ເມືອງດີຂອງຊາດ ເພື່ອໃຫ້ບຸກຄົນດັ່ງກ່າວ ມີໂອກາດມາຮ່ວມກັນສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າຕໍ່ໄປ.

ແຫຼງຂ່າວ: ຂປລ ຂ່າວ-ພາບ: ສົມຫວັງ

LEAVE A REPLY

Please enter your comment!
Please enter your name here