ເສົ້າໃຈ! ເສຍຊີວິດມື້ດຽວ +7 ຈາກໂຄວິດ-19 ລາຍລະອຽດຜູ້ເສຍຊີວິດ ແລະ ຕິດເຊື້ອໃໝ່

0
8675

ຈຳນວນແຂວງທີ່ມີລາຍງານການຕິດເຊື້ອ ມື້ນີ້ ແມ່ນມີ ນະຄອນຫຼວງວຽງຈັນ ແລະ 17 ແຂວງ ຕາມລາຍລະອຽດ

ສຳລັບ ຄົນເຈັບເສຍຊີວີດ 7 ຄົນ,​ ລາຍລະອຽດ ດັ່ງນີ້:

ຜູ້ທີ 1: ເພດຍິງ, ອາຍຸ 41 ປີ, ບ້ານສ້າງເຫວີຍ, ເມືອງສີສັດຕະນາກ, ນະຄອນຫລວງ

  • ສັກວັກຊີນໂຄວິດ-19 ຄົບ
  • ວັນທີ 11 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍເສດຖາທິລາດ ດ້ວຍອາການອິດເມື່ອຍ, ສະຕີບໍ່ດີ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄດວິດ-19 ແລະ ຜົນກວດພົບເຊື້ອ
  • ໄລຍະນອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 6-18 ພະຈິກ 2021, ເປັນເວລາ 13 ມື້
  • ມາຮອດເວລາ 15:20 ນາທີ ຂອງວັນທີ 18 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 2: ເພດຊາຍ, ອາຍຸ 78 ປີ, ບ້ານທົ່ງສ້າງນາງ, ເມືອງຈັນທະບູລີ, ນະຄອນຫລວງ

  • ວັນທີ 04 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍເສດຖາທິລາດ ດ້ວຍອາການໄຂ້, ຄໍແຂງ ແລະ ສະຕີບໍ່ດີ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ
  • ໄລຍະນອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 4-18 ພະຈິກ 2021, ເປັນເວລາ 15 ມື້
  • ມາຮອດເວລາ 1:00 ນາທີ ຂອງວັນທີ 18 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 3: ເພດຍິງ, ອາຍຸ 55 ປີ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ, ນະຄອນຫລວງ

  • ວັນທີ 12 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍເສດຖາທິລາດ ດ້ວຍອາການໄຂ້, ໄອ, ຫາຍໃຈຝຶດ ແລະ ອິດເມື່ອຍ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄດວິດ-19 ແລະ ຜົນກວດພົບເຊື້ອ
  • ໄລຍະນອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 12-17 ພະຈິກ 2021, ເປັນເວລາ 06 ມື້
  • ມາຮອດເວລາ 21:00 ນາທີ ຂອງວັນທີ 17 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 4:​ ເພດຍິງ, ອາຍຸ 58 ປີ, ບ້ານປ່າຝາງ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ເບົາຫວານ, ໝາກໄຂ່ຫຼັງຊຸດໂຊມ ແລະ ພະຍາດອັກເສບຕັບບີ
  • ບໍ່ໄດ້ສັກຢາວັກຊີນກັນໂຄວິດ-19
  • ວັນທີ 16 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍເສດຖາທິລາດ ດ້ວຍອາການໄອ, ຫາຍໃຈຝຶດ, ຂາບວມທັງສອງຂ້າງ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄດວິດ-19 ແລະ ຜົນກວດພົບເຊື້ອ
  • ໄລຍະນອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 16-19 ພະຈິກ 2021, ເປັນເວລາ  04 ມື້
  • ມາຮອດເວລາ 19:00 ນາທີ ຂອງວັນທີ 19 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 5: ເພດຊາຍ, ອາຍຸ 22 ປີ, ອາຊີບ: ປະຊາຊົນ, ບ້ານໂພນງາມ (ຄຸ້ມໂພນຂາມ), ເມືອງທຸລະຄົມ, ແຂວງວຽງຈັນ

  • ບໍ່ມີພະຍາດປະຈໍາໂຕ.
  • ບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19​
  • ຜູ້ກ່ຽວຢູ່ສະຖານທີ່ຄຸມຂັງໄດ້ 2 ເດືອນ ໃນໄລຍະດັ່ງກ່າວ ປົກກະຕິແຂງແຮງດີ
  • ວັນທີ 19 ພະຈິກ 2021: ມີອາການອິດເມື່ອຍ, ອ່ອນເພຍ, ຫັນໃຈຝືດ,ແໜ້ນໜ້າເອິກ ຈຶ່ງຖືກນໍາສົ່ງມາໂຮງໝໍ ໃນໄລຍະເດີນທາງ ຜູ້ກ່ຽວໄດ້ເສຍຊີວິດ ກ່ອນມາຮອດໂຮງໝໍ. ເມື່ອມາຮອດໂຮງໝໍ ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄດວິດ-19 ແລະ ຜົນກວດພົບເຊື້ອ

ຜູ້ທີ 6: ເພດຊາຍ, ອາຍຸ 62 ປີ, ອາຊີບ ພະນັກງານ, ບ້ານຫນອງບຶກ, ເມືອງສີໂຄດຕະບອງ, ນະຄອນຫລວງ.

  • ພະຍາດປະຈໍາຕົວ: ຄວາມດັນເລືອດສູງ
  • ໄດ້ສັກຢາວັກຊີນກັນໂຄວິດ-19 ຄົບ
  • ວັນທີ 13 ພະຈິກ 2021: ເກັບຕົວຢ່າງມາກວດຊອກຫາພະຍາດໂຄດວິດ-19 ຢູ່ໂຮງໝໍມິດຕະພາບ
  • 14 ພະຈິກ 2021: ຜົນກວດພົບເຊື້ອ ແຕ່ຍັງບໍ່ທັນໄປໂຮງໝໍ ແລະ ຜູ້ກ່ຽວຢູ່ບ້ານ
  • ວັນທີ 17 ພະຈິກ 2021: ມາໂຮງໝໍມິດຕະພາບ ດ້ວຍອາການ ອິດເມື່ອຍ, ຫາຍໃຈຝືດ, ຫາຍໃຈໄວ, ນອນພຽງບໍ່ໄດ້
  • ໄລຍະນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 17-19 ພະຈິກ 2021, ເປັນເວລາ 03 ວັນ
  • ຮອດເວລາ 23:15 ຂອງວັນທີ19 ພະຈິກ 2021: ຄົນເຈັບໄດ້ ເສຍຊີວິດ

ຜູ້ທີ 7: ເພດຊາຍ, ອາຍຸ 74 ປີ, ບ້ານໜອງແຕງ, ເມືອງສີໂຄດຕະບອງ, ນະຄອຫລວງ

  • ພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດ ແລະ ອັກເສບຕັບຊີ
  • ສັກວັກຊີນກັນໂຄວິດ-19 ຄົບ
  • ວັນທີ 10 ພະຈິກ 2021: ຜູ້ກ່ຽວ ໄດ້ມາກວດ ຢູ່ໂຮງໝໍ 103 ຍ້ອນມີອາການໄຂ້, ໄອ ແລະ ອ່ອນເພ່ຍ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄດວິດ-19 ແລະ ຜົນກວດພົບເຊື້ອ
  • ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 10-19 ພະຈິກ 2021, ເປັນເວລາ 10 ວັນ
  • ມາຮອດເວລາ 22:00ໂມງຂອງວັນທີ 19 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຂໍ້ມູນໂດຍຫຍໍ້ ກ່ຽວກັບຄົນຕິດເຊື້ອໃໝ່ 1,344 ຄົນ ມີດັ່ງນີ້

ສຳລັບການຕີດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈຳນວນ 03 ຄົນ ຄື: ທັງໝົດແມ່ນມາຈາກແຂວງຈໍາປາສັກ ນັ້ນແມ່ນໄດ້ມີການເກັບຕົວຢ່າງແລະ ສົ່ງໄປຈຳກັດບໍລິເວນຢູ່ສູນຈຳກັດບໍລິ ເວນ ຂອງແຕລະແຂວງແຕ່ມື້ເດີນທາງ ແຂົ້າມາສປປລາວ, ເມື່ອຜົນກວດເປັນບວກພວກກ່ຽວຈະ ຖືກນຳສົ່ງໄປປີ່ນປົວຢູ່ສະຖານທີ່ທີ່ ແຂວງກຳນົດໄວ້

ສ່ວນການຕິດເຊື້ອພາຍໃນປະເທດ ຈຳນວນ 1,341 ຄົນ ຄື:

-ນະຄອນຫຼວງ 636 ຄົນ: ມາຈາກ 178 ບ້ານ, ໃນ 9 ເມືອງ

  • ເມືອງຈັນທະບູລີ ມີ 18 ບ້ານ (49 ຄົນ ແລະ ສະຖານທີ່ຄຸມຂັງ 136 ຄົນ)
  • ເມືອງສີໂຄດຕະບອງ ມີ 35 ບ້ານ (102 ຄົນ)
  • ເມືອງໄຊເສດຖາ ມີ 34 ບ້ານ (108 ຄົນ)
  • ເມືອງສີສັດຕະນາກມີ 19 ບ້ານ (56 ຄົນ)
  • ເມືອງ ນາຊາຍທອງ ມີ 13 ບ້ານ (27 ຄົນ)
  • ເມືອງໄຊທານີ ມີ 35 ບ້ານ (99 ຄົນ)
  • ເມືອງຫາດຊາຍຟອງ ມີ 20 ບ້ານ (39 ຄົນ)
  •  ເມືອງ ສັງທອງ ມີ 03 ບ້ານ (03 ຄົນ)
  • ເມືອງ ປາກງື່ມ ມີ 1 ບ້ານ (01 ຄົນ)
  • ຕ່າງແຂວງ ມີ 12 ຄົນ

-ຫຼວງພະບາງ ມີ 185 ຄົນ ໃນ 46 ບ້ານ ແລະ 9 ເມືອງ

-ຈຳປາສັກ ມີ 79 ຄົນ ໃນ 35 ບ້ານ ແລະ 4 ເມືອງ

-ໄຊຍະບູລີ ມີ 49 ຄົນ ໃນ 10 ບ້ານ ແລະ 1 ເມືອງ

-ອຸດົມໄຊ ມີ 22 ຄົນ

-ຫຼວງນ້ຳທາ ມີ 18 ຄົນ ໃນ 8 ບ້ານ ແລະ 1 ເມືອງ

-ວຽງຈັນ ມີ 101 ຄົນ ໃນ 31 ບ້ານ ແລະ 9 ເມືອງ

-ບໍ່ແກ້ວ ມີ 40 ຄົນ ໃນ 7 ບ້ານ ແລະ 2 ເມືອງ

-ຜົ້ງສາລີ ມີ 81 ຄົນ ໃນ 10 ບ້ານ ແລະ 4 ເມືອງ

-ບໍລິຄຳໄຊ ມີ 21 ຄົນ ໃນ 15 ບ້ານ ແລະ 5 ເມືອງ

-ເຊກອງ ມີ 19 ຄົນ ໃນ 8 ບ້ານ ແລະ 2 ເມືອງ

-ສະຫວັນນະເຂດ ມີ 32 ຄົນ ໃນ 18 ບ້ານ ແລະ 2 ເມືອງ

-ຄຳມ່ວນ ມີ 24 ຄົນ ໃນ 14 ບ້ານ ແລະ 3 ເມືອງ

-ສາລະວັນ ມີ 3 ຄົນ ໃນ 2 ບ້ານ ແລະ 1 ເມືອງ

-ຫົວພັນ ມີ 21 ຄົນ ໃນ 5 ບ້ານ ແລະ 2 ເມືອງ

-ຊຽງຂວາງ ມີ 2 ຄົນ ໃນ 1 ບ້ານ ແລະ 1 ເມືອງ

-ອັດຕະປືມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ

-ໄຊສົມບູນມີ 7 ຄົນ

LEAVE A REPLY

Please enter your comment!
Please enter your name here