ບໍ່ລອດຕາ! ກັກຕົວຜູ້ຖືກຫາ 2 ຄົນ ກໍາລັງຈະຂ້າມນໍ້າຂອງໄປໄທ

0
3996

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ປກສ ກຸ່ມທາດຂາວ ສົມທົບກັບທະຫານຊາຍແດນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ກັກຕົວຜູ້ຖືກຫາ 2 ຄົນ ທີ່ກໍາລັງຈະລັກລອບຂ້າມຊາຍແດນແມ່ນໍ້າຂອງ ຢູ່ຈຸດທ່າເຮືອໜ້າໂຮງແຮມແລນມາກ ບ້ານທາດຂາວ ເມືອງສີສັດຕະນາກ ໃນວັນທີ 16 ພະຈິກ 2021.ປກສ ກຸ່ມທາດຂາວ ໃຫ້ຮູ້ວ່າ: ໃນເວລາ 19:00 ໂມງ ວັນທີ 16 ພະຈິກ 2021 ໄດ້ຮັບແຈ້ງວ່າ:

ມີຄົນກໍາລັງຈະລັກລອບຂ້າມແມ່ນໍ້າຂອງໄປຍັງປະເທດໄທ, ປກສ ກຸ່ມທາດຂາວ ໄດ້ສົມທົບກັບທະຫານຊາຍແດນ ອອກຕິດຕາມພົບເຫັນເປົ້າໝາຍ 2 ຄົນ ຢູ່ຈຸດທ່າເຮືອໜ້າໂຮງແຮມແລນມາກ ບ້ານທາດຂາວ ເມືອງສີສັດຕະນາກ ຈິ່ງເຂົ້າກັກຕົວຊາບຊື່ພາຍຫຼັງ ຊື່ທ້າວ ຕ້ອມອາຊາ ອາຍຸ 29 ປີ ກໍາມະກອນ ຢູ່ບ້ານໜອງຂອນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ແລະ ທ້າວ ລາສຸພາເທບ ອາຍຸ 28 ປີ ກໍາມະກອນ ສັນຊາດໄທ ທີ່ກໍາລັງຈະເດີນທາງໄປ ຈັງຫວັດໜອງຄາຍ ( ປະເທດໄທ ); ປັດຈຸບັນ ປກສ ກຸ່ມທາດຂາວ ໄດ້ສົ່ງໃຫ້ ປກສ ເມືອງສີສັດຕະນາກ ສືບຕໍ່ດໍາເນີນຄະດີຕາມລະບຽບກົດໝາຍ.

ກອງບັນຊາການ ປກສ ນວ ຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ຈົ່ງພ້ອມກັນປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ຖ້າພົບເຫັນກຸ່ມຄົນທີ່ລັກລອບຂ້າມຊາຍແດນແມ່ນໍ້າຂອງ ບໍ່ຖືກຕ້ອງ ໃຫ້ແຈ້ງເຈົ້າໜ້າທີ່ຢູ່ໃກ້ທ່ານ ຫຼື ແຈ້ງຜ່ານທາງວອດແອັບ ເບີ 02028899774 ແລະ ເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ

LEAVE A REPLY

Please enter your comment!
Please enter your name here