ເຫດລົດໃຫຍ່ຢຽບເດັກນ້ອຍ ເສຍຊີວິດຄາທີ່! ນະຄອນຫຼວງ​ພະບາງ​

0
6862

ເຫດລົດໃຫຍ່ຢຽບເດັກນ້ອຍ ອາຍຸ​ 02​ ປີ ປັດຈຸບັນ ​ຢູ່​ ບ້ານ​ດອນເກົ່າ​ ນະຄອນຫຼວງ​ພະບາງ​

ອີງຕາມການລາຍງານ ຂອງຫນ່ວຍກູ້ຊີບອົງການກາແດງລາວ ຫລວງພະບາງ ໃຫ້ຮູ້ວ່າ: ໃນວັນທີ 15.11.2021 ເວລາ​ ​09:36 ນາທີ ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີ 0711625 ວ່າມີອຸບັດຕິເຫດຂັບຂີ່ລົດໃຫຍ່(ລົດຮຸນໄດຂົນສົ່ງນ້ຳດື່ມ) ຢຽບເດັກນ້ອຍ ຢູ່ທີ່ບ້ານ ດອນເກົ່າ​ ນະຄອນ​ຫລວງ​ພະບາງ​.

ເມື່ອທີມງານກູ້ຊີບອົງການກາແດງລາວອອກກວດສອບພົບຜູ້ເສຍຊີວິດຄາທີ່ ເພດຊາຍ 01 ຄົນ ຊື່​: ທ້າວລາຍອີ ອາຍຸ​ 02 ​ປີ ປັດຈຸບັນ​ຢູ່​ບ້ານ​ ດອນເກົ່າ​ ນະຄອນຫຼວງ​ພະບາງ​ ທາງຫນ່ວຍ​ກູ້ຊີບອົງກ​ານກາແດງລາວ​ແຂວ​ງຫລວງພະບາງ​ໄດ້ທຳການຫໍ່ສົບຂອງຜູ້ເສຍຊີວິດແລ້ວ​ນຳສົ່ງ​ໂຮງ​ເຢັນ​ໂຮງໝໍ​ແຂວງ​ຫລວງພະບາງ​ທາງທີ່.

ທີມງານຫນ່ວຍກູ້ຊີບອົງການກາແດງລາວ ຫລວງພະບາງພວກເຮົາຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ​ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນນ

LEAVE A REPLY

Please enter your comment!
Please enter your name here