ລາຍລະອຽດຜູ້ເສຍຊີວິດໃໝ່ ແລະ ຜູ້ຕິດເຊື້ອໃໝ່ 15 ພະຈິກ 2021

0
3850

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນ

ລາຍລະອຽດຜູ້ເສຍຊີວິດໃໝ່ 05 ຄົນ ມີດັ່ງນີ້:

ຜູ້ທີ 1: ເພດຊາຍ, ອາຍຸ 93 ປີ, ບ້ານນາອີນ, ເມືອງປາກກະດິງ, ແຂວງບໍລິຄຳໄຊ

  • ພະຍາດປະຈໍາຕົວ: ເປັນຫືດຊໍ້າເຮື້ອ ແລະ ຄວາມດັນເລືອດສູງ
  • ຜ່ານມາໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ຄົບ
  • ຄອບຄົວມີສະມາຊິກ ມີ 09 ຄົນ ແມ່ນຕິດເຊື້ອທັງໝົດ
  • ວັນທີ 6 ພະຈິກ 2021: ກວດຊອກຫາໂຄວິດ-19 ຍ້ອນຫຼານຊາຍ ຢັ້ງຢືນຕິດເຊື້້ອ ພະຍາດໂຄວິດ-19 ແລ້ວ ເຂົ້າສູນປີ່ນປົວສະໂມສອນດອກປີກໄກ່ຂອງແຂວງ.
  • ວັນທີ 11 ພະຈິກ 2021: ຜູ້ກ່ຽວ ໄດ້ຖືກຍ້າຍໄປສູນປີ່ນປົວຫຼັກ 6 ຍ້ອນອາການຫືດສູງ ແລະ ມີໄຂ້
  • ວັນທີ 14 ພະຈິກ 2021: ຄົນເຈັບມີອາການໜັກຂື້ນ, ກະວົນກະວາຍ, ຫາຍໃຈລຳບາກ, ສະຕິບໍ່ໄດ້, ມາຮອດ 
  • ເວລາ 18:44 ໂມງ: ຜູ້ກ່ຽວໄດ້ເສຍຊີວິດ

ຜູ້ທີ 2: ເພດຍິງ, ອາຍຸ 80 ປີ, ອາຊີບ: ປະຊາຊົນ, ບ້ານເວີນຄຳ, ເມືອງໄຊທານີ, ນະຄອນຫລວງວຽງຈັນ

  • ພະຍາດປະຈໍາຕົວ: ພະຍາດຫົວໃຈ ແລະ ໝາກໄຂ່ຫຼັງຊຸດໂຊມ
  • ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
  • ຄົນໃນຄອບຄົວຕິດເຊື້ອ
  • ວັນທີ 30 ຕຸລາ 2021: ເຂົ້ານອນຢູ່ພະແນກຊືມເຊື້ອ ຂອງໂຮງໝໍເສດຖາທິລາດ ຍ້ອນກວດພົບເຊື້ອພະຍາດໂຄວິດ-19
  • ໄລຍະເວລາທີ່ນອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 30 ຕຸລາ ຫາ 14 ພະຈິກ 2021, ເປັນເວລາ 16ວັນ
  • ມາຮອດເວລາ 11:07 ໂມງ ຂອງວັນທີ 14 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 3: ເພດຍິງ, ອາຍຸ 83 ປີ, ບ້ານຫ້ວຍຊາຍເໜຶອ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ

  • ພະຍາດປະຈຳຕົວ: ໄຂ່ຫຼັງຊຸດໂຊມ, ຄວາມດັນເລືອດສູງ ແລະ ເບົາຫວານ
  • ຜ່ານມາໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ຄົບ
  • ວັນທີ 13 ພະຈິກ 2021: ເຂົ້ານອນໂຮງໝໍແຂວງ ດ້ວຍອາການຊຸດໂຊມທາງລະບົບຫາຍໃຈ, ບໍ່ໄດ້ສະຕິ, ແພດໄດ້ນຳສົ່ງເຂົ້ານອນປິ່ນປົວຢູ່ຫ້ອງມໍລະສຸມ ພ້ອມເກັບຕົວຢ່າງກວດຊອກຫາເຊື້ອໂຄວິດ-19 ແລະ ຜົນກວດພົບເຊື້ອ.
  • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 13-14 ພະຈິກ 2021, ເປັນເວລາ 1 ວັນ.
  • ມາຮອດເວລາ 7:30 ໂມງ ຂອງວັນທີ 14 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ

ຜູ້ທີ 4: ເພດຊາຍ, ອາຍຸ 23 ປີ, ຢູ່ສະຖານທີ່ຄຸມຂັງໂພນຕ້ອງ ແຕ່ເດືອນສິງຫາ 2021

  • ວັນທີ 14 ພະຈິກ 2021 ເວລາ 19:30​ ໂມງ ສະຖານທີ່ຄຸມຂັງໂພນຕ້ອງ ໄດ້ພາຜູ້ກ່ຽວໄປກວດຢູ່ໂຮງຫມໍ 109 ຍ້ອນມີອາການໄອ, ຫາຍໃຈຍາກ, ແໜ້ນໜ້າເອີກ ແລະ ຜົນກວດອອກມາພົບເຊື້ອໂຄວິດ-19
  • ໃນໄລຍະດຳເນີນການນຳສົ່ງຄົນເຈັບໄປຍັງສະຖານທີ່ປິ່ນປົວ, ເວລາ 20:15 ໂມງ ຜູ້ກ່ຽວກໍ່ໄດ້ເສຍຊີວິດລົງ

ຜູ້ທີ 5: ເພດຍິງ, ອາຍຸ 55 ປີ, ອາຊີບ: ປະຊາຊົນ, ບ້ານໄຜ່ລ້ອມ, ເມືອງໄຊທານີ, ນະຄອນຫລວງ.

  • ພະຍາດປະຈຳຕົວ:  ເບົາຫວານ
  • ຜ່ານມາໄດ້ສັກວັກຊີນກັນໂຄວິດ-19 ຄົບ
  • ວັນທີ 13 ພະຈິກ 2021:  ຜູ້ກ່ຽວມາກວດຢູ່ໂຮງໝໍມິດຕະພາບ ດ້ວຍອາການອິດເມື່ອຍ, ຫາຍໃຈຫອບ, ສະຕິງ້ວງຊຶມ, ຖືຄີງໄຂ້, ຈຶ່ງໄດ້ເກັບຕົວຢ່າງກວດຊອກຫາໂຄວິດ-19 ແລະ ຜົນກວດແມ່ນພົບເຊື້ອ ພ້ອມທັງ ເຂົ້ານອນປີ່ນປົວຢູ່ໂຮງໝໍມິດຕະພາບ
  • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ແຕ່ວັນທີ 13-14 ພະຈິກ 2021 ເປັນເວລາ 2​ ວັນ.
  • ຮອດເວລາ 18:00ໂມງ ຂອງວັນທີ 14 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ

ສຳລັບລາຍລະອຽດຜູ້ຕິດເຊຶ້ື້ອໃໝ່ມີດັ່ງນີ້:

ນະຄອນຫຼວງ 292 ຄົນ: ມາຈາກ 105 ບ້ານ, ໃນ 8 ເມືອງ

  • ເມືອງຈັນທະບູລີ ມີ 15 ບ້ານ (37 ຄົນ)
  • ເມືອງສີໂຄດຕະບອງ ມີ 21 ບ້ານ (44 ຄົນ)
  • ເມືອງໄຊເສດຖາ ມີ 24 ບ້ານ (57 ຄົນ)
  • ເມືອງສີສັດຕະນາກມີ 10 ບ້ານ (17 ຄົນ)
  • ເມືອງ ນາຊາຍທອງ ມີ 03 ບ້ານ (04 ຄົນ)
  • ເມືອງໄຊທານີ ມີ 21 ບ້ານ (104 ຄົນ)
  • ເມືອງຫາດຊາຍຟອງ ມີ 10 ບ້ານ (17 ຄົນ)
  • ເມືອງ ສັງທອງ ມີ 01 ບ້ານ ( 01 ຄົນ)
  • ຕ່າງແຂວງ (01 ຄົນ) ມາຈາກແຂວງ ວຽງຈັນ
  • ຍັງສືບຕໍ່ເອົາຂໍ້ມູນ 11 ຄົນ

ຫຼວງພະບາງ ມີ 146 ຄົນ

ແຂວງວຽງຈັນ ມີ 140 ຄົນ

ຫຼວງນ້ຳທາ ມີ 18 ຄົນ ໃນ 9 ບ້ານ ແລະ 3 ເມືອງ

ຜົ້ງສາລີ ມີ 11 ຄົນ ໃນ 6 ບ້ານ ແລະ 2 ເມືອງ

ໄຊຍະບູລີ ມີ 30 ຄົນ ໃນ 12 ບ້ານ ແລະ 1 ເມືອງ

ຈຳປາສັກ ມີ 48 ຄົນ ໃນ 26 ບ້ານ ແລະ 6 ເມືອງ

ອຸດົມໄຊ ມີ 17 ຄົນ ໃນ 7 ບ້ານ ແລະ 1 ເມືອງ

ເຊກອງ ມີ 9 ຄົນ ໃນ 6 ບ້ານ ແລະ 2 ເມືອງ

ບໍລິຄຳໄຊ ມີ 8 ຄົນ ໃນ 4 ບ້ານ ແລະ 2 ເມືອງ

ຄຳມ່ວນ ມີ 9 ຄົນ ໃນ 5 ບ້ານ ແລະ 2 ເມືອງ

ສະຫວັນນະເຂດ ມີ 13 ຄົນ ໃນ 6 ບ້ານ ແລະ 2 ເມືອງ

ບໍ໋ແກ້ວ ມີ 58 ຄົນ ໃນ 13 ບ້ານ ແລະ 2 ເມືອງ

ສາລະວັນ ມີ 20 ຄົນ ໃນ 2 ບ້ານ ແລະ 1 ເມືອງ

ຊຽງຂວາງ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ

ຫົວພັນ ມີ 4 ຄົນ ໃນ 1 ບ້ານ ແລະ 1 ເມືອງ

ໄຊສົມບູນ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 01 ຄົນ ຈາກ ນະຄອນຫຼວງວຽງຈັນ 1 ຄົນ, ເຊິ່ງໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.

ມາຮອດວັນທີ 15 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 55,018 ຄົນ, ເສຍຊີວິດສະສົມ 104 ຄົນ (ໃໝ່ 05), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 483 ຄົນ, ກໍາລັງປິ່ນປົວ 10,158 ຄົນ.

LEAVE A REPLY

Please enter your comment!
Please enter your name here