ການສ້າງກົດໝາຍໃໝ່ ເພື່ອຄຸ້ມຄອງຍານພາຫະນະທາງບົກ ໃຫ້ຮັດກຸມ

0
1210

ໃນແຕ່ລະປີ ການເກີດອຸປະຕິເຫດຕາມທ້ອງຖະໜົນ ສະເລ່ຍເກືອບ 1.000 ຄົນ ສາເຫດແມ່ນມາຈາກ 4 ປັດໄຈຫຼັກ ເປັນຕົ້ນ ຜູ້ຂັບຂີ່, ພາຫະນະ, ສະພາບຂອງເສັ້ນທາງ ແລະ ສະພາບແວດລ້ອມທົ່ວໄປ ຖືວ່າການເກີດອຸປະຕິເຫດແຕ່ລະຄັ້ງ ແມ່ນການເກີດ ທີ່ບໍ່ມີຄວາມຈຳເປັນ ແລະ ເຮົາສາມາດປົກປັກຮັກສາໄດ້.

ພ້ອມກັນນີ້, ການເພີ່ມຂຶ້ນຂອງຍານພາຫະນະທາງບົກ ໃນແຕ່ລະປີປະມານ 10-12%, ຖ້າທຽບໃສ່ປະຊາກອນ 7 ລ້ານກວ່າຄົນ ສະຖິຕິການຂຶ້ນຖະບຽນພາຫະນະສະສົມທົ່ວປະເທດ ມີຈຳນວນ 2.393.993 ຄັນ ຖ້າທຽບໃສ່ 3 ຄົນ ຕໍ່ພາຫະນະ 1 ຄັນ, ອັດຕາການເພີ່ມຂຶ້ນ ຂອງຍານພາຫະນະຢ່າງຫຼວງຫຼາຍ ສະແດງໃຫ້ເຫັນເຖິງ ການຈະເລີນເຕີບໂຕ ທາງດ້ານເສດຖະກິດ-ສັງຄົມ ຂອງປະເທດ.

ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ໃນຕອນເຊົ້າວັນທີ 10 ພະຈິກ 2021 ໂດຍຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນ ໃນການສ້າງກົດໝາຍສະບັບນີ້ ເນື່ອງຈາກໃນໄລຍະຜ່ານມາ ການຄຸ້ມຄອງພາຫະນະທາງບົກ ຍັງບໍ່ທັນຮັດກຸມ, ບໍ່ມີຄວາມເປັນເອກະພາບ, ບໍ່ມີຄວາມປອດໄພ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຕໍ່ສຸຂະພາບ, ລວມເຖິງຄວາມປອດໄພຕໍ່ຊີວິດ ແລະ ຊັບສິນ ຍ້ອນຍັງບໍ່ທັນມີກົດໝາຍສະເພາະກ່ຽວກັບ ວຽກງານຄຸ້ມຄອງຍານພາຫະນະທາງບົກ. ສ່ວນນິຕິກໍາທີ່ມີໃນປັດຈຸບັນ ເຫັນວ່າຍັງບໍ່ທັນກໍານົດລະອຽດ, ຮັດກຸມ ແລະ ກວມເອົາວຽກງານທີ່ສໍາຄັນ ກ່ຽວກັບຍານພາຫະນະທາງບົກ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການ ຈັດຕັ້ງປະຕິບັດ.

ສະນັ້ນ, ເພື່ອເປັນເຄື່ອງມືໃນການຄຸ້ມຄອງ ຍານພາຫະນະທາງບົກຕາມແນວທາງນະ ໂຍບາຍຂອງພັກ ດ້ວຍການຄຸ້ມຄອງລັດແຫ່ງກົດໝາຍ, ແກ້ໄຂຂໍ້ຄົງຄ້າງ, ສ້າງລະບົບຄຸ້ມຄອງຍານພາ ຫະນະທາງບົກໃຫ້ລວມສູນ, ທັນສະໄໝ, ເປັນມິດຕໍ່ສິ່ງແວດລ້ອມ, ທັງມີການແບ່ງຂັ້ນຄຸ້ມຄອງຊັດເຈນ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ມີກົນໄກປະສານງານ ແລະ ຕິດຕາມກວດກາໄດ້ຢ່າງທັນການ ທັງຮັບປະກັນການຈັດຕັ້ງປະຕິບັດສັນຍາ ແລະ ອະນຸສັນຍາ ກັບອະນຸພາກພື້ນ ແລະ ສາກົນ ທີ່ ສປ ປ ລາວ ເປັນພາຄີ ແລະ ເພື່ອປະກອບສ່ວນສ້າງລາຍຮັບເຂົ້າງົບປະມານແຫ່ງຊາດ.

ດັ່ງນັ້ນ ກະຊວງໂຍທາທິການ ແລະ ຂົນສົ່ງ ຈິ່ງໄດ້ສ້າງຮ່າງກົດໝາຍ ວ່າດ້ວຍຍານພາຫະ ນະທາງບົກ ສະບັບນີ້ຂຶ້ນມາເຊິ່ງປະກອບມີ 13 ພາກ, 12 ໝວດ ແລະ 91 ມາດຕາ ໂດຍມີກໍານົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາ ວຽກງານຍານພາຫະນະທາງບົກ ໃຫ້ມີປະສິດທິພາບ, ປະສິດທິຜົນ, ທັນສະໄໝ ແລະ ລວມສູນ. ພ້ອມນັ້ນ ກໍເພື່ອແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານ ຍານພາຫະນະທາງບົກ ດໍາເນີນໄປຢ່າງເປັນເອກະພາບ, ສອດຄ່ອງກັບຕົວຈິງ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ ໃຫ້ນັບມື້ກ້າວໜ້າ ແລະ ທັນສະໄໝ.

ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ປະທານກອງປະຊຸມ ໄດ້ຍົກໃຫ້ເຫັນໝາກຜົນຂອງການປະກອບຄຳຄິດຄຳເຫັນ ຂອງບັນດາສະມາຊິກສະພາແຫ່ງຊາດ ຕໍ່ເນື້ອໃນຂອງແຕ່ລະໝວດ ແຕ່ລະມາດຕາ ເປັນຕົ້ນ ການຄຸ້ມຄອງຍານພາຫະນະທາງບົກ, ປະເພດລົດເບົາ, ການນໍາເຂົ້າຍານພາຫະນະທາງບົກ ແບບຖາວອນ ແລະ ແບບຊົ່ວຄາວ, ລວມທັງມາດຕະຖານ ແລະ ເງື່ອນ ໄຂທາງດ້ານເຕັກນິກຂອງຍານພາຫະນະທາງບົກ ແລະ ການຍົກຍ້າຍຍານພາຫະນະທາງບົກ. ພ້ອມນີ້ ບັນດາ ສສຊ ລົງເລິກ ການຂຶ້ນທະບຽນ, ປ້າຍທະບຽນ ແລະ ການກວດກາເຕັກນິກ ຍານພາຫະນະທາງບົກ ແລະ ພາກທຸລະກິດ ກ່ຽວກັບຍານພາຫະນະທາງບົກ ແລະ ອື່ນໆ.

ທັງນີ້ ກໍເພື່ອຮັບປະກັນໃຫ້ເນື້ອໃນຂອງຮ່າງກົດໝາຍສະບັບນີ້ ມີຄວາມຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ໃນຕໍ່ໜ້າ.

ຂໍ້ມູນ: ຂປລ (ຂ່າວ: ມະນີທອນ, ພາບ: ອ່າຍຄຳ)

LEAVE A REPLY

Please enter your comment!
Please enter your name here