ລາຍງານຜູ້ຕິດເຊຶ້ື້ອພາຍໃນ+1140 ແລະ ເສຍຊີວິດໃໝ່ +2

0
1998

ຕາມການຖະແຫຼງຂ່າວ ຂອງຄະນະສະເພາະກິດປະຈຳວັນທີ 10 ພະຈິກ 2021 ໃຫ້ຮູ້ວ່າ:

ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 7,703 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,140 ຄົນ (ຕິດເຊື້ອພາຍໃນ ມີ 1,134 ຄົນ ແລະ ຕິດເຊື້ອນໍາເຂົ້າ6 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,134 ຄົນ ຈາກ 15 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:

ນະຄອນຫຼວງ 671 ຄົນ: ມາຈາກ 185 ບ້ານ, ໃນ 7 ເມືອງ

  • ເມືອງຈັນທະບູລີ ມີ 16 ບ້ານ (61 ຄົນ)
  • ເມືອງສີໂຄດຕະບອງ ມີ 40 ບ້ານ (104 ຄົນ)
  • ເມືອງໄຊເສດຖາ ມີ 32 ບ້ານ (116 ຄົນ)
  • ເມືອງສີສັດຕະນາກມີ 12 ບ້ານ (39 ຄົນ)
  • ເມືອງ ນາຊາຍທອງ ມີ 12 ບ້ານ (19 ຄົນ)
  • ເມືອງໄຊທານີ ມີ 51 ບ້ານ (226 ຄົນ)
  • ເມືອງຫາດຊາຍຟອງ ມີ 21 ບ້ານ (44 ຄົນ)
  • ຕ່າງແຂວງ (03 ຄົນ)
  • ຍັງສືບຕໍ່ເອົາຂໍ້ມູນ 59 ຄົນ

ຫຼວງພະບາງ ມີ 157 ຄົນ ໃນ 39 ບ້ານ ແລະ 9 ເມືອງ

ແຂວງວຽງຈັນ ມີ 71 ຄົນ ໃນ 31 ບ້ານ  ແລະ 7 ເມືອງ

ຫຼວງນ້ຳທາ ມີ 29 ຄົນ ໃນ 17 ບ້ານ  ແລະ 3 ເມືອງ

ຜົ້ງສາລີ ມີ 13 ຄົນ ໃນ 3 ເມືອງ

-ໄຊຍະບູລີ ມີ 60 ຄົນ ໃນ 18 ບ້ານ  ແລະ 2 ເມືອງ

ຈຳປາສັກ ມີ 27 ຄົນ

ອຸດົມໄຊ ມີ 20 ຄົນ ໃນ 11 ບ້ານ  ແລະ 1 ເມືອງ

-ເຊກອງ ມີ 17 ຄົນ ໃນ 9 ບ້ານ  ແລະ 2 ເມືອງ

ບໍລິຄຳໄຊ ມີ 7 ຄົນ ໃນ 5 ບ້ານ  ແລະ 2 ເມືອງ

ຄຳມ່ວນ ມີ 19 ຄົນ ໃນ 5 ບ້ານ  ແລະ 1 ເມືອງ

ສະຫວັນນະເຂດ ມີ 25 ຄົນ ໃນ 10 ບ້ານ  ແລະ 3 ເມືອງ

ບໍ່ແກ້ວ ມີ 13 ຄົນ

ສາລະວັນ ມີ 3 ຄົນ

-ຊຽງຂວາງ ມີ 2 ຄົນ ໃນ 2 ບ້ານ  ແລະ 2 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 06 ຄົນ ຈາກ ແຂວງສະຫວັນນະເຂດ 1 ຄົນ ແລະ ບໍ່ແກ້ວ 5 ຄົນ, ທັງໝົດແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ມາຮອດວັນທີ 9 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 50,032 ຄົນ, ເສຍຊີວິດສະສົມ 91 ຄົນ (ໃໝ່ 02), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 459 ຄົນ, ກໍາລັງປິ່ນປົວ 9,591 ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ 02 ຄົນ ມີດັ່ງນີ້:

ຜູ້ທີ 1: ເພດຍີງ, ອາຍຸ 56 ປີ, ບ້ານ ທົ່ງນາມີ, ເມືອງປາກກະດິງ, ແຂວງບໍລິຄຳໄຊ

  • ພະຍາດປະຈໍາຕົວ: ເບົາຫວານ ແລະ ໄຂ່ຫຼັງຊຸດໂຊມ
  • ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
  • ວັນທີ 22 ຕຸລາ 2021: ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19
  • ວັນທີ 25 ຕຸລາ 2021: ຜົນກວດພົບເຊື້ອ
  • ວັນທີ 26 ຕຸລາ 2021 ຫາ ວັນທີ 3 ພະຈິກ 2021: ຜູ້ກ່ຽວໄດ້ເຂົ້ນອນປີ່ນປົວຢູ່ສູນສະໂມສອນດອກປີກໄກ່ເມືອງປາກຊັນ, ແຂວງບໍລິຄຳໄຊ ດ້ວຍອາການເບົາບາງ ແຕ່ມາຮອດເວລາ 09:00 ໂມງ ຂອງວັນທີ 03 ພະຈິກ ຜູ້ກ່ຽວມຄວາມດັນເລືອດຕໍ່າ ຈື່ງໄດ້ຍ້າຍເຂົ້າມາປີ່ນປົວຢູ່ສູນຫຼັກ 6
  • ໄລຍະເວລາປີ່ນປົວຢູ່ໂຮງໝໍພາກສະໜາມ ແຕ່ວັນທີ 26 ຕຸລາ – 8 ພະຈິກ 2021, ເປັນເວລາ 14 ວັນ.
  • ມາຮອດເວລາ 8:30 ໂມງ ຂອງວັນທີ 09 ພະຈິກ 2021: ຄົນເຈັບໄດ້ເສຍຊິວິດ.

ຜູ້ທີ 2: ເພດຍີງ, ອາຍຸ 82 ປີ, ບ້ານ ຫາດຊາຍຄຳ, ເມືອງປາກກະດິງ, ແຂວງບໍລິຄຳໄຊ

  • ພະຍາດປະຈໍາຕົວ: ຫືດ ແລະ ຄວາມດັນເລືອດສູງ
  • ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19  
  • ວັນທີ 9 ພະຈິກ 2021 ເວລາ 8:00 ໂມງ ມາໂຮງໝໍຊຸມຊົນ ເມືອງປາກກະດິງ ຍ້ອນ ອິດເມື່ອຍ  
  • ຫັນໃຈຝຶດ ທ່ານໝໍໄດ້ໃຫ້ການປີ່ນປົວທີ່ເໝາະສົມ ແຕ່ອາການບໍ່ດີຂື້ນ ຈື່ງຂໍຂື້້ນເມືອປີ່ນປົວຢູ່ໂຮງໝໍແຂວງ, ກ່ອນໄປ ໄດ້ເກັບຕົວຢ່າງກວດຫາເຊື້ອໂຄວິດ-19​ ແລະ  ຜົນກວດພົບເຊື້ອ ຈຶ່ງໄດ້ນໍາສົ່ງເຂົ້າ
  • ສູນປີ່ນປົວຫຼັກ 6 ຂອງເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍໄດ້ໃຊ້ເຄື່ອງຊ່ວຍຫາຍໃຈ. ເວລາ 20:30 ໂມງ ມາຮອດສູນປີນປົວຫຼັກ 6 ອາການຜູ້ກ່ຽວໜັກລົງ ທີມງານແພດຊ່ວຍ ເຊີດຊູປີ່ນປົວ ສຸດຄວາມສາມາດ ແຕ່ອາການບໍ່ດີຂື້້ນ
  • ມາຮອດເວລາ 00:45  ໂມງ ຂອງວັນທີ 10 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊິວິດ

LEAVE A REPLY

Please enter your comment!
Please enter your name here