ສະເໜີລັດແກ້ໄຂບັນຫາ ການຈັບຈອງທີ່ດິນ ແຕ່ບໍ່ມີການພັດທະນາ

0
1860

ສະເໜີລັດ ແກ້ໄຂບັນຫາ ການຈັບຈອງທີ່ດິນ ແຕ່ບໍ່ມີການພັດທະນາ

ຕົວແທນຈາກສູນກາງແນວລາວສ້າງຊາດ ໄດ້ສະເໜີຕໍ່ສະພາແຫ່ງ ໃຫ້ດຳເນີນການຕິດຕາມກວດກາ ຕໍ່ບັນຫາທີ່ດິນ ບໍ່ວ່າຈະເປັນ ການຈັບຈອງທີ່ດິນປ່າ, ດິນຫວງຫ້າມ, ດິນບ້ານ ແລະ ດິນປະເພດຕ່າງໆ ເປັນຈໍານວນຫຼາຍໄວ້ຫລາຍປີ ແຕ່ບໍ່ໄດ້ມີການພັດທະນາຫຍັງ ທັງບໍ່ທັນໄດ້ເສຍພັນທະຕໍ່ລັດ ຂອງບຸກຄົນ, ນິຕິບຸກຄົນ ຍັງມີຢູ່ທ້ອງຖິ່ນຕ່າງໆ ແຕ່ປະຊາຊົນຈໍານວນບໍ່ໜ້ອຍ ບໍ່ມີບ່ອນປຸກສ້າງທີ່ຢູ່ອາໄສ, ບໍ່ມີທີ່ດິນທໍາການຜະລິດ, ບໍ່ມີລາຍຮັບທີ່ໝັ້ນຄົງ, ມີຄວາມທຸກຍາກ ຕໍ່ສະພາບການດັ່ງກ່າວ ຄວນໄດ້ເອົາໃຈໃສ່ກວດກາຄືນ ແລະ ມີການຈັດສັນ, ມີຊ່ອງທາງເພື່ອຊ່ວຍ ເຫຼືອແກ້ໄຂ.

ທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດໄດ້ສະຫນີຕໍ່ສະພາແຫ່ງຊາດ ໃຫ້ກວດກາຕື່ມຕໍ່ສະພາບການຊື້-ຂາຍດິນ ແລະ ເຮືອນ ໃຫ້ຄົນຕ່າງປະເທດ ແຕ່ອອກຊື່ເປັນຄົນລາວ ເກີດມີຢ່າງແຜ່ຫຼາຍ, ເກີດມີສະພາບການສໍ້ໂກງກັນລະຫວ່າງຜູ້ຊື້ດິນ ແລະ ຜູ້ອອກຊື່ ໃນໃບຕາດິນ ພາໃຫ້ເກີດມີຄວາມບໍ່ສະຫງົບ ສະເໜີໃຫ້ມີວິທີການແກ້ໄຂເປັນຮູບປະທໍາ; ບັນຫາຂໍ້ຂັດແຍ່ງ ໃນການຊົດເຊີຍຜົນເສຍ ຫາຍຕໍ່ການຜະລິດກະສິກໍາ ຂອງປະຊາຊົນບັນດາເຜົ່າ ທີ່ຖືກຜົນກະທົບ ຈາກໂຄງການກໍ່ສ້າງ, ສໍາປະທານ ເພື່ອເຮັດກິດຈະກໍາຕ່າງໆຂອງລັດ ແລະ ເອກະຊົນຈໍານວນໜຶ່ງ ຍັງບໍ່ທັນຖືກຕ້ອງສອດຄ່ອງກັບແນວທາງ, ກົດໝາຍ ສະພາບຕົວຈິງຍັງມີຫາງສຽງ, ມີການສະເໜີ, ຮ້ອງທຸກ ຕໍ່ການຈັດ ຕັ້ງກ່ຽວຂ້ອງຂັ້ນຕ່າງໆ ແຕ່ການແກ້ໄຂຕົວຈິງຍັງມີຄວາມຫຍຸ້ງຍາກ, ຊັກຊ້າແກ່ຍາວ; ຍັງມີບາງບ່ອນ ມັກໃຊ້ອໍານາດບໍລິຫານຕໍ່ປະຊາຊົນ ຢ່າງບໍ່ມີເຫດຜົນພຽງພໍ.

ສະເໜີສະພາແຫ່ງຊາດ ລົງຕິດຕາມກວດກາ ບັນຫາຂໍ້ຂັດແຍ່ງ ທີ່ດິນລະຫວ່າງບໍລິສັດນໍ້າທາກໍ່ສ້າງຂົວທາງ ກັບປະຊາຊົນຢູ່ບ້ານຊຽງດາ ເມືອງ ໄຊເຊດຖາ ນະຄອນຫລວງວຽງຈັນ ຈໍານວນ 126 ຄອບຄົວ, ແກ່ຍາວມາຫລາຍປີ ປັດຈຸບັນເຫັນວ່າ ມັນກາຍເປັນບັນຫາ ລະຫວ່າງປະຊາຊົນ ກັບ ບໍລິສັດ ແລະ ອົງການປົກຄອງນະຄອນຫຼວງ, ຖ້າບໍ່ໄດ້ຮັບການແກ້ໄຂຢ່າງສົມ ເຫດສົມຜົນ ອາດຈະເປັນບັນຫາກວ້າງຕື່ມ.

ຂໍ້ມູນ: ຂປລ

LEAVE A REPLY

Please enter your comment!
Please enter your name here