ລັດຖະບານ ກວດພົບໂຄງການມູນຄ່າເກີນຈິງ ແລະ ນອກແຜນ ຫຼາຍຮ້ອຍຕື້ກີບ

0
2970

ລັດ ກວດພົບໂຄງການມູນຄ່າເກີນຈິງ ແລະ ນອກແຜນ ຫລາຍຮ້ອຍຕື້ກີບ

ໃນຕອນບ່າຍວັນທີ 3 ພະຈິກ 2021, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຊີ້ແຈງ ຕໍ່ຄໍາຊັກຖາມຂອງສະມາຊິກສະພາ ແຫ່ງຊາດ(ສສຊ) ໃນຫລາຍບັນຫາກ່ຽວກັບ ການຄຸ້ມຄອງບັນດາໂຄງການລົງທຶນໃນຂອບ ເຂດທົ່ວປະ ເທດ, ແຕ່ບັນຫາທີ່ ສສຊ ມີຄວາມສົນໃຈຫລາຍອີກປະການໜຶ່ງ ກໍແມ່ນຄວາມຄືບໜ້າໃນການກວດກາ ຄືນໂຄງການທີ່ມີມູນຄ່າສູງເກີນຈິງ ແລະ ວິທີແກ້ໄຂຂອງລັດຖະບານ.

ຕໍ່ບັນຫານີ້, ທ່ານ ສອນໄຊ ສີພັນດອນ ໄດ້ຊີ້ແຈງວ່າ: ຜ່ານມາ, ລັດຖະບານ ໄດ້ດໍາເນີນຫລາຍ ມາດຕະການ ເພື່ອຮັບປະກັນໃຫ້ການລົງທຶນຂອງລັດ ມີປະສິດທິຜົນສູງເທື່ອລະກ້າວ, ອັນສໍາຄັນແມ່ນ ທ່ານນາຍົກລັດຖະມົນຕີ ໄດ້ແຕ່ງຕັ້ງຄະນະສະເພາະກິດ ເພື່ອຊີ້ນໍາການກວດກາຜົນການລົງທຶນຂອງລັດ ແລະ ອອກຂໍ້ຕົກລົງເລກທີ 34 ອອກມາຕື່ມອີກ ເພື່ອແບ່ງຄວາມຮັບພິຊອບລະຫວ່າງຄະນະສະເພາະກິດ ຂັ້ນສູນກາງ ໃຫ້ຮັບພິຊອບກວດກາໂຄງການທີ່ມີ ມູນຄ່າ 10 ຕື້ກີບຂຶ້ນໄປ.

ສ່ວນຂັ້ນຂະແໜງການ ແລະ ຂັ້ນທ້ອງຖິ່ນແມ່ນກວດກາໂຄງການລົງທຶນທີ່ມີມູນຄ່າ 10 ຕື້ກີບລົງມາ ເຊິ່ງການກວດກາໄດ້ດໍາເນີນມາ ແຕ່ເດືອນສິງຫາ 2019 ມາຮອດເດືອນເມສາ 2021, ຜ່ານການກວດ ກາຕົວຈິງຂອງຄະນະສະເພາະ ກິດຂັ້ນສູນກາງເຫັນວ່າກວດກາທັນ 206 ໂຄງການ, ມີມູນຄ່າຫລາຍກວ່າ 97.834 ຕື້ກີບ. ໃນນີ້ ກວດ ກາສໍາເລັດ 760 ໂຄງການ ເທົ່າກັບ 63% ຂອງແຜນການ, ມີມູນຄ່າຫລາຍກວ່າ 55.492 ຕື້ກີບ ແລະ ຜ່ານການກວດກາຄືນເຫັນວ່າມີຕົວເລກບໍ່ສອດຄ່ອງຈໍານວນ 1.781 ຕື້ກວ່າກີບ ແລະ 383.000 ໂດລາ ສະຫະລັດ ທີ່ຈະຕ້ອງໄດ້ເກັບກູ້ຄືນ ແລະ ຫັກອອກຈາກມູນຄ່າໂຄງການ. ນອກນີ້, ຍັງພົບເຫັນໂຄງ ການ ທີ່ບໍ່ທັນໄດ້ຜ່ານ ການຮັບຮອງຈາກສະພາ (ນອກແຜນ) ຈໍານວນໜຶ່ງ ແລະ ພົບເຫັນອີກ 121 ໂຄງການ ມີມູນຄ່າຕາມສັນຍາສູງກວ່າມູນຄ່າໂຄງການທີ່ຄິດໄລ່ຕາມຫົວໜ່ວຍ ຂອງກະຊວງກ່ຽວຂ້ອງໄດ້ກໍານົດປະ ມານ 20% ຂຶ້ນໄປ ເທົ່າກັບ 3.127 ຕື້ກີບ. ສໍາລັບໂຄງການທີ່ ມີມູນຄ່າ 10 ຕື້ກີບລົງມາ ໃນຂອບ ເຂດທົ່ວປະເທດ ມີຈໍານວນ 4.336 ໂຄງການ, ລວມມີມູນຄ່າກວ່າ 11.693 ຕື້ກີບ.

ໃນນີ້ ໄດ້ ກວດກາ ສໍາເລັດແລ້ວ 1.244 ໂຄງການ ເທົ່າກັບ 28,7% ຂອງແຜນການ ແລະ ຍັງ ພົບເຫັນຕົວເລກ ມູນຄ່າ ທີ່ບໍ່ສອດຄອງທັງໝົດ 26,38 ຕື້ກີບ ແລະ 15.400 ກວ່າໂດລາສະຫະລັດ ທີ່ຈະຕ້ອງໄດ້ເກັບກູ້ຄືນ ແລະ ຫັກລົບອອກ ຈາກມູນຄ່າໂຄງ ການ. ນອກນີ້ ຍັງພົບເຫັນໂຄງການທີ່ສະພາບໍ່ທັນຮັບຮອງ (ໂຄງການນອກແຜນ) ຈໍານວນ 23,91 ຕື້ ກີບ ແລະ ກວດພົບອີກ 62 ໂຄງການທີ່ມີມູນຄ່າຕາມສັນຍາສູງກວ່າໂຄງການທີ່ຄິດໄລ່ຕາມຫົວຫນ່ວຍ ຂອງກະຊວງກ່ຽວຂ້ອງໄດ້ກໍານົດອີກປະມານ 20% ທີ່ຈະຕ້ອງໄດ້ມີການຕໍ່ລອງເພື່ອ ໃຫ້ມູນຄ່າໂຄງການ ຫຍັບຫລຸດລົງມາຢູ່ໃນລະດັບທີ່ສົມເຫດສົມຜົນ.ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ.

ຂໍ້ມູນ: ຂປລ. (ຮູບ: ເກດສະໜາ-ອ່າຍຄໍາ)

LEAVE A REPLY

Please enter your comment!
Please enter your name here