ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ

0
2464

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນ ຢ່າງເປັນທາງການ ໃນຕອນເຊົ້າວັນທີ 1 ພະຈິກ 2021 ທີ່ນະຄອນຫລວງວຽງຈັນ ເຊິ່ງຈະດໍາເນີນໄປເຖິງວັນທີ 17 ພະຈິກ 2021 ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາຜູ້ນໍາຂັ້ນສູງຂອງພັກ-ລັດ, ບັນດາສະມາຊິກລັດຖະບານ, ບັນດາສະມາຊິກສະພາແຫ່ງຊາດ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນ ນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງເຂົ້າຮ່ວມ.

ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ພິຈາລະນາຮັບຮອງບັນດາເນື້ອໃນທີ່ສໍາຄັນ ດັ່ງນີ້:

  • ບົດລາຍງານໂດຍສັງເຂບຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022;
  • ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022;
  • ບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022,
  • ບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດ ປີ 2020;
  • ບົດລາຍງານການຈັດຕັ້ງປະຕິບັດແຜນເງິນຕາ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022;
  • ບົດລາຍງານ ກ່ຽວກັບແຜນພັດທະນາພະລັງງານໄຟຟ້າ ຂອງ ສປປ ລາວ (2021-2030) ແລະ ແຜນພັດທະນາພະລັງງານໄຟຟ້າ ແລະ ບໍ່ແຮ່ 5 ປີ (2021-2025);
  • ບົດລາຍງານ ກ່ຽວກັບວິໄສທັດ 20 ປີ (2021-2040), ຍຸດທະສາດ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ 5 ປີ (2021-2025);
  • ບົດລາຍງານການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022 ຂອງອົງການກວດສອບແຫ່ງລັດ;
  • ຜົນການກວດສອບບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020 ຂອງອົງການກວດສອບແຫ່ງລັດ;
  • ບົດລາຍງານການ ຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022 ຂອງອົງການກວດກາແຫ່ງລັດ;
  • ການກວດກາຕາມຜົນການກວດສອບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2019 ຂອງອົງການກວດກາແຫ່ງລັດ;
  • ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022 ຂອງສານປະຊາຊົນສູງສຸດ;
  • ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການປະຈໍາປີ 2022 ຂອງອົງການໄອຍະການປະຊາຊົນສູງສຸດ;
  • ການສະເໜີແຕ່ງຕັ້ງສະມາຊິກສະພາ ຜູ້ພິພາກສາຂອງສານປະຊາຊົນສູງສຸດ;
  • ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ 2022 ຂອງສະພາແຫ່ງຊາດ;
  • ບົດປະກອບຄໍາເຫັນຂອງສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຕໍ່ບົດລາຍງານການເຄື່ອນໄຫວຂອງສະພາແຫ່ງຊາດ;

ພ້ອມກັນນີ້, ໃນກອງປະຊຸມ ຍັງຈະໄດ້ພິຈາລະນາຮັບຮອງເອົາ ຮ່າງກົດໝາຍໃໝ່ ແລະ ປັບປຸງຈໍານວນ 11 ສະບັບ ໃນນີ້, ຮ່າງກົດໝາຍສ້າງໃໝ່ຈໍານວນ 4 ສະບັບ ຄື:

ຮ່າງກົດໝາຍວ່າດ້ວຍຍານພາຫະນະທາງບົກ, ຮ່າງກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ, ຮ່າງກົດໝາຍວ່າດ້ວຍເຕັກໂນໂລຊີລະດັບສູງ, ຮ່າງກົດໝາຍວ່າດ້ວຍການສໍາຫລວດວັດແທກ ແລະ ສ້າງແຜນທີ່. ສ່ວນຮ່າງກົດໝາຍປັບປຸງຈໍານວນ 7 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍລັດຖະບານ, ຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດ, ຮ່າງກົດໝາຍວ່າດ້ວຍການສ້າງນິຕິກຳ, ຮ່າງກົດໝາຍວ່າດ້ວຍການປະຕິບັດຄໍາຕັດສິນຂອງສານ, ຮ່າງກົດໝາຍວ່າດ້ວຍການຄວບຄຸມຢາສູບ, ຮ່າງກົດໝາຍວ່າດ້ວຍໂທລະຄົມມະນາຄົມ ແລະ ຮ່າງກົດໝາຍວ່າດ້ວຍມໍລະດົກແຫ່ງຊາດ. ນອກນັ້ນ, ກອງປະຊຸມສະພາແຫ່ງຊາດ ຍັງຈະໄດ້ຮັບຟັງການຊີ້ແຈງ ຂອງພາກສ່ວນກ່ຽວຂ້ອງຈໍານວນໜຶ່ງ ຕໍ່ຄໍາຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ.

ເພື່ອພິຈາລະນາຮັບຮອງເອົາ ບັນຫາສໍາຄັນພື້ນຖານຂອງປະເທດຊາດ ທີ່ມີຈໍານວນຫລາຍຄືດັ່ງກ່າວນີ້ ໃຫ້ບັນລຸຜົນຕາມແຜນການທີ່ວາງໄວ້ ທ່ານ ປະທານສະພາແຫ່ງຊາດ ໄດ້ຮຽກຮ້ອງທຸກພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ສະໜອງຂໍ້ມູນ ແລະ ໃຫ້ການຮ່ວມມື ຕໍ່ບັນດາເນື້ອໃນທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມເທື່ອນີ້, ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ຈົ່ງໄດ້ນໍາໃຊ້ສິດປະຊາທິປະໄຕ ແລະ ຈົ່ງເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນໃນການຄົ້ນຄວ້າ, ປະກອບ ຄໍາເຫັນຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ພາວະວິໄສ ແລະ ເລິກເຊິ່ງ ບົນພື້ນຖານແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງປະເທດເຮົາ ເພື່ອເຮັດໃຫ້ເນື້ອໃນທີ່ນໍາມາພິຈາລະນາ, ຮັບຮອງຄັ້ງນີ້ມີຄຸນນະພາບ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ.

ໃນໄລຍະດຳເນີນກອງປະຊຸມ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງ ຈາກປະຊາຊົນທີ່ຈະສົ່ງໄປຍັງກອງປະຊຸມ ເຊິ່ງບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີໄປຍັງກອງປະຊຸມຜ່ານສາຍດ່ວນ 156.

ຂ່າວ: ມະນີທອນ, ພາບ: ເກດສະໜາ

ຂ່າວສານປະເທດລາວ

LEAVE A REPLY

Please enter your comment!
Please enter your name here