Facebook ເປັນ Meta ເພື່ອປັບຕົວເຂົ້າສູ່ໂລກ Metaverse ເຕັມຕົວ

0
2399

​ມີຂ່າວ​ລືມາ​ເປັນ​ເວ​ລາ​ຫຼາຍ​ມື້​ວ່າ Facebook ຈະປ່ຽນຊື່ບໍລິສັດ, ເຊິ່ງໃນມື້ນີ້ Mark Zuckerberg ກໍໄດ້ປະກາດຊື່ໃໝ່ອອກມາແລ້ວ ອອກມາເປັນ ‘Meta’ ໂດຍຊື່ນີ້ແມ່ນເກີດຂຶ້ນໃນວິດີໂອຖະແຫຼງເຖິງແນວທາງການນໍາພາຜູ້ໃຊ້ເຟສບຸກ ເຂົ້າໄປໃນໂລກຂອງ Metaverse ທີ່ບໍລິສັດກໍາລັງກະກຽມໄວ້ໃຫ້.

Zuckerberg ກ່າວວ່າ ຊື່ຂອງບໍລິສັດໄດ້ຖືກຜູກມັດເຂົ້າກັບໂປຣດັກຊັ່ນດຽວ ນັ້ນກໍຄືເຟສບຸກ, ເຖິງແມ່ນວ່າບໍລິສັດຈະມີໂປຣດັກຊັ່ນອີກຈໍານວນຫນຶ່ງໃນເຄືອ ເຊັ່ນ: Instagram ແລະ WhatsApp ຈຶ່ງຈໍາເປັນຕ້ອງປ່ຽນຊື່ເພື່ອໃຫ້ກວມໂປຣດັກຊັ່ນຕ່າງໆ ທີ່ກໍາລັງກ້າວໄປສູ່ໂລກໃໝ່ເຊັ່ນ Metaverse ຫຼາຍຂຶ້ນ.

ຢ່າງໃດກໍຕາມ, ການປ່ຽນຊື່ຄັ້ງນີ້ ມັນຍັງເປັນພຽງແຕ່ການປ່ຽນຊື່ສໍາລັບ ‘ບໍລິສັດ’ ເທົ່ານັ້ນ, ແຕ່ໂປຣດັກຊັ່ນຕ່າງໆ ການບໍລິການ ທີ່ເປັນສື່ສັງຄົມອອນລາຍ ຊື່ແອັບຕ່າງໆ ຍັງໃຊ້ຊື່ເກົ່າຕໍ່ໄປ.

Metaverse ຄືໂລກແຫ່ງໃໝ່ທີ່ ‘Meta’ ກໍາລັງຈະສ້າງຂຶ້ນມາ ໂດຍການເປີດຕົວໃນມື້ນີ້ Zuckerberg ແລະ ທີມງານໄດ້ສາຍພາບໃຫ້ເຫັນເຖິງການຍ້ານ ຄົນເຮັດວຽກຈາກໂລກທີ່ແທ້ຈິງ ມາເຮັດວຽກຮ່ວມກັນໃນໂລກທີ່ຄືກັບວ່າ ເຂົາເຈົ້າສາມາດພົວພັນກັນໄດ້ແທ້ໆ ແລະ ​ສ້າງ​ຄວາມ​ເປັນ​ໄປ​ໄດ້​ໃໝ່ໆ ຂຶ້ນມາ ​ໃນ​ແບບທີ່​ໂລກ​ທີ່​ແທ້​ຈິງ​​ຍັງ​ບໍ່​ສາ​ມາດ​ເຮັດ​ໄດ້​.

ຕະຫຼອດການນໍາສະເໜີຂອງທີມງານ Zuckerberg ຈຸດສໍາຄັນແມ່ນພະຍາຍາມສື່ສານວ່າໂລກ Metaverse ຈະເປັນສິ່ງທີ່ບໍລິສັດແຫ່ງນີ້ຈະສ້າງຂຶ້ນມາຢ່າງຈິງຈັງ ເຖິງແມ່ນວ່າເຕັກໂນໂລຊີທີ່ສາມາດສ້າງໂລກນີ້ ຈະຍັງຢູ່ໃນຂັ້ນຕອນການຄົ້ນຄວ້າກໍຕາມ.

ຂໍ້ມູນຈາກ: Facebook Reality Laps, Theverge

LEAVE A REPLY

Please enter your comment!
Please enter your name here