ມອບລູກລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະສຳພາວຸດປອດທາດແຕກ ໃຫ້ກະຊວງປ້ອງກັນປະເທດ

0
2183

ກະຊວງແຮງງານ ແລະສະຫວັດດີການສັງຄົມ ມອບລູກລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະສຳພາວຸດປອດທາດແຕກ ໃຫ້ກະຊວງປ້ອງກັນປະເທດ

ຕາມການລາຍງານ ຂອງ Lao National Radio ໃຫ້ຮູ້ວ່າ: ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ກະຊວງແຮງງານ ແລະສະຫວັດດີການສັງຄົມ ມອບລູກລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະສຳພາວຸດທີ່ປອດທາດແຕກ ໃຫ້ກະຊວງປ້ອງກັນປະເທດ ໃນຕອນເຊົ້າວັນທີ 28 ຕຸລາ 2021, ທີ່ຫໍພິພິດທະພັນປະຫວັດສາດກອງທັບ ໂດຍການເຂົ້າຮ່ວມຂອງທ່ານນາງ ໃບຄໍາ ຂັດຕິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫ່ຍການເມືອງກອງທັບ ມີພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໃນພິທີທ່ານ ໂຈມແຍງ ແພງທອງສະຫວັດ, ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ຊີ້ໃຫ້ເຫັນວ່າ: ລາວ ເປັນປະເທດທີ່ຖືກຖີ້ມລະເບີດໜັກໜ່ວງທີ່ສຸດໃນໂລກເມື່ອສະເລ່ຍໃສ່ຫົວຄົນ, ໄລຍະສົງຄາມອິນດູຈີນ ລະຫວ່າງ ປີ 1964 ເຖິງ 1973 ສປປ ລາວກາຍເປັນສະໝໍລະພູມສູ້ຮົບທາງພາກພື້ນດິນ ແລະ ທາງອາກາດຢ່າງຮ້າຍແຮງ, ຈັກກະພັດອາເມລິກາໄດ້ນໍາໃຊ້ຍົນມາຖີ້ມລະເບີດ ລົງໃສ່ດິນແດນຂອງ ສປປ ລາວ ຈໍານວນ 580,000 ຖ້ຽວບິນ ໃນທຸກໆ 8 ນາທີ່ຕະຫຼອດ 24 ຊົ່ວໂມງ ເປັນເວລາ 9 ປີ, ມີລະເບີດຖືກຖີ້ມຫຼາຍກວ່າ 2 ລ້ານໂຕນ ໃນນັ້ນມີລະເບີດລູກຫວ່ານ ຫຼາຍກວ່າ 270 ລ້ານໜ່ວຍ ແລະ ຄາດວ່າມີປະມານ 30% ຫຼື 80 ລ້ານໜ່ວຍ ຂອງລະເບີດດັ່ງກ່າວຍັງບໍ່ທັນແຕກ ເປັນເນື້ອທີ່ 87,000 ກິໂລຕາແມັດ ທີ່ເປັນອຸປະສັກອັນໃຫຍ່ຫຼວງໃນການພັດທະນາເສດຖະກິດ-ສັງຄົມ ກໍ່ຄືການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດຈົນຮອດທຸກມື້ນີ້, ສະນັ້ນຈຸດປະສົງໃນການມອບລູກລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະສຳພາວຸດທີ່ປອດທາດແຕກ ໃຫ້ກະຊວງປ້ອງກັນປະເທດໃນຄັ້ງນີ້ ເພື່ອນໍາໃຊ້ເຂົ້າໃນການວາງສະແດງຢູ່ຫໍພິທິທະພັນກອງທັບປະຊາຊົນລາວ ກໍ່ຄືການສຶກສາຮຽນຮູ້ ປູກຈິດສໍານຶກກ່ຽວກັບການຕໍ່່ສູ້ອັນພິລາດອາດຫານຂອງກອງທັບປະຊາຊົນປະຕິວັດລາວ.

ທ່ານ ໂຈມແຍງ ແພງທອງສະຫວັດ ໃຫ້ຮູ້ຕື່ມວ່າ: ລູກລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ສຳພາວຸດທີ່ປອດທາດແຕກທີ່ມອບໃຫ້ຫໍພິທິທະພັນປະຫວັດສາດກອງທັບປະຊາຊົນລາວ, ກະຊວງປ້ອງກັນປະເທດ ໃນຄັ້ງນີ້ປະກອບມີລູກບົ່ມໃຫ່ຍ, ບົ່ມບີ, ລູກປືນຄົກ, ລູກປືນໃຫຍ່, ລູກຈະຫຼວດ, ສໍາພະວຸດອື່ນໆອີກຈໍານວນ 14 ລາຍການ ນອກຈາກນີ້, ຍັງໄດ້ມອບຂໍ້ມູນທີ່ຄໍາຄັນ ແລະຈໍາເປັນຈໍານວນໜຶ່ງເຊັ່ນ: ແຜນທີ່ການຖິ້ມລະເບີດຂອງ ສ. ອາເມລິກາ, ແຜ່ນປ້າຍໂຄສະນາກ່ຽວກັບລະເບີດລູກຫວ່ານ, ແຜນທີ່ປະຕິບັດງານຂອງອົງການປະຕິບັດງານເພື່ອມະນຸດສະທໍາ ແກ້ໄຂບັນຫາລູກລະເບີດບໍ່ທັນແຕກ, ແຜ່ນປ້າຍໂຄສະນາສຶກສາຄວາມສ່ຽງໄພຈາກລູກລະເບີດບໍ່ທັນແຕກ, ຟິມວີດີໂອ ກ່ຽວກັບການສົ່ງເສີມການແກ້ໄຂບັນຫາ ລບຕ ແລະ ຂໍ້ມູນກ່ຽວກັບການຖິ້ມລະເບີດຂອງ ສ.ອາເມລິກາຢູ່ ສປປ ລາວ. ໃນຕໍ່ໜ້າຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ກະຊວງແຮງງານ ແລະສະຫວັດດີການສັງຄົມ ຈະສືບຕໍ່ປະສານສົມທົບກັບອົງການປະຕິບັດແກ້ໄຂບັນຫາລະເບີດບໍ່ທັນແຕກ ໂດຍສະເພາະແມ່ນໂຄງການເກັບກູ້ລະເບີດແຫ່ງຊາດ ເພື່ອຊອກ ແລະ ແກ້ໄຂລະເບີດລະເບີດບໍ່ທັນແຕກທີ່ຕົກຄ້າງມອບໃຫ້ແກ່ ຫໍພິທິທະພັນປະຫັວດສາດກອງທັບຕື່ມອີກ.

LEAVE A REPLY

Please enter your comment!
Please enter your name here