ບໍ່ມີຢ້ານ! ຄົນຮ້າຍລັກຕັດສາຍໄຟມູນຄ່າປະມານ 50 ລ້ານກີບ

0
1679

ຄົນຮ້າຍລັກຕັດສາຍໄຟມູນຄ່າປະມານ 50 ລ້ານກີບ

ຕາມລາຍງານປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ວັນທີ 23 ຕຸລາ 2021 ເວລາ 11:00 ໂມງ ອຳນາດການປົກຄອງບ້ານ ພະຂາວ ໄດ້ສົມທົບ ກັບບໍລິສັດ (LK) ຕັ້ງຢູ່ບ້ານ ພະຂາວ ເມືອງໄຊທານີ ໄດ້ກວດກາຈຸດຄົນຕັດສາຍໄຟຟ້າ ເຊິ່ງປະເມີນມູນຄ່າເບື້ອງຕົ້ນ ມູນຄ່າເສຍຫາຍປະມານ 50ລ້ານກີບ.

ເຄື່ອງເສຍຫາຍທີ່ຖືກລັກຕັດໄປປະກອບມີ: 1.ສາຍໄຟຟ້າ NYY ຂະໜາດ 4 ຄູນ 70 ມີຄວາມຍາວ 15 ແມັດ ຈໍານວນ 1ເສັ້ນ, 2.ສາຍໄຟ້າ NYY ຂະໜາດ 4 ຄູນ 16 ມີຄວາມຍາວ 15 ແມັດ ຈຳນວນ 2 ເສັ້ນ, 3.ສາຍໄຟ້າ NYY ຂະໜາດ 1 ຄູນ 120 ມີຄວາມຍາວ 10 ແມັດ ຈຳນວນ 4 ເສັ້ນ ແລະ 4.(CB ) ເຊັບຕີຄັດ ຂະໜາດປະມານ 500 ແອັມແປ 1 ໜ່ວຍ.

ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງພໍ່,ແມ່ ແລະ ປະຊາຊົນ ໂດຍສະເພາະ ຊາວນະຄອນຫຼວງວຽງຈັນ ຈົ່ງຊ່ວຍກັນເປັນຫູ, ເປັນຕາໃນການເຝົ້າລະວັງຊັບສົມບັດ ເພື່ອຫຫຼີກລ່ຽງການຕົກເປັນເຍື່ອ ຂອງກຸ່ມຄົນບໍ່ດີ ຖ້າພົບເຫັນພຶດຕິກຳອັນບໍ່ເໝາະສົມ ທີ່ແຕະຕ້ອງເຖິງຄວາມສະຫງົບຂອງສັງຄົມ ກະລຸນາ ແຈ້ງມາທີ່ເບີ ວັອດແອັບ 020 28899774 ແລະ ຊ່ອງທາງ ເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

LEAVE A REPLY

Please enter your comment!
Please enter your name here