ປກສ ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ ຢຶດຢາບ້າ ຈໍານວນ 6 ລ້ານເມັດ.

0
2020

ວັນທີ 25 ຕຸລາ 2021, ເວລາ ປະມານ 2 :14 ນາທີ ທາງເຈົ້າໜ້າທີກອງບັນຊາການ ປ ກ ສ ເມືອງຕົ້ນເຜິ້ງ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ຈະມີການຂົນສົ່ງ ຢ າ ເ ສ ບ ຕິ ດ ຈາກເມືອງຕົ້ນເຜິ້ງ ຫາ ເມືອງຫ້ວຍຊາຍ.

ຈາກນັ້ນ, ກອງບັນຊາການ ປ ກ ສ ເມືອງຕົ້ນເຜິ້ງ ຈຶ່ງໄດ້ຈັດຕັ້ງກຳລັງວິຊາສະເພາະລົງສົມທົບກັບ ປ ກ ສ – ປ ກ ຊ ທີປະຈຳຢູ່ຈຸດກວດທາງເຂົ້າໂຄງການກໍ່ສ້າງສະໜາມບີນ ເຂດບ້ານໃຫຍ່ສີເມືອງງາມ ຕິດຕາມພົບເຫັນລົດເປົ້າໝາຍ 02 ຄັນ ບໍ່ມີປ້າຍທະບຽນ ຄື:

ລົດຍີຫໍ້ປາລາໂດ 01 ຄັນ ແລະ ລົດລີໂວສີຂາວ 01 ຄັນ ແລ່ນອອກຈາກເສັ້ນທາງເວັ້ນສະໝາມບີນເຂດຫາງບ້ານໃຫຍ່ສີເມືອງງາມ ທາງເຈົ້າໜ້າທີ່ຈຶ່ງໄດ້ສະແດງຕົວເພື່ອກວດກາລົດເປົ້າໝາຍດັ່ງກ່າວ ແຕ່ຄັນທີ່ໜຶ່ງແລ່ນໜີດ້ວຍຄວາມໄວໄປທາງເສັ້ນທາງຈາກບ້ານໃຫຍ່ສີເມືອງງາມໄປຫາບ້ານດອນທາດ ຄັນທີສອງ ຈອດ ຫ່າງຈາກເຈົ້າໜ້າທີ 50 – 60 ແມັດ ແລ້ວຜູ້ຂັບໄດ້ແລ່ນລົບໜີເຂົ້າໄປໃນປ່າທາງເຈົ້າໜ້າທີ່ໄດ້ແລ່ນນໍາແຕ່ບໍ່ທັນ.

ຫຼັງຈາກນັ້ນ, ທາງເຈົ້າໜ້າທີ ປ ກ ສ – ປ ກ ຊ ເມືອງ ຈຶ່ງໄດ້ສົມທົບກັບພາກສວນທີ່ກ່ຽວຂ້ອງກວດກາລົດ(ລີໂວ)ຄັນດັ່ງກ່າວ ພົບ ຢ າເ ສ ບ ຕິ ດ ປະເພດ ຢ າ ບ້ າ ຈຳນວນ 30 ເປົາ, ເທົາກັບ 3,000 ມັດ ຫຼື 6,000,000 ເມັດ.

ຕໍ່ຜູ້ກະທຳຜິດດັ່ງກ່າວ ທາງເຈົ້າໜ້າທີກອງບັນຊາການ ປ ກ ສ ເມືອງຕົ້ນເຜິ້ງ ໄດ້ມອບໃຫ້ພະແນກສະກັ້ດກັ້ນ ແລະ ຕ້ານ ຢ າເ ສ ບ ຕິ ດ ຫ້ອງຕໍາຫຼວດກອງບັນຊາການ ປ ກ ສ ແຂວງບໍ່ແກ້ວ ສືບຕໍ່ດຳເນີນການຕິດຕາມເພື່ອຊອກຫາຜູ້ກະທໍາຜິດ ມາດຳເນີນຄະດີຕາມລະບຽບກົດໝາຍ.

ພາບ – ຂ່າວ: ກອງບັນຊານການ ປ ກ ສ ເມືອງຕົ້ນເຜິ້ງ

LEAVE A REPLY

Please enter your comment!
Please enter your name here