ເລັ່ງຜ່າດ່ານສຸດທ້າຍຖືກຈັບ ພ້ອມແຮ່ທາດ 24 ເປົາ

0
4219

ດ່ານກວດກາເມືອງປາກງື່ມ ພົບເຫັນການເຄື່ອນຍ້າຍແຮ່ທາດ 1492 ກິໂລກຼາມ

ຕາມການລາຍງານ ຂອງປ້ອງກັານຄວາມສາະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ເວລາປະມານ 00:10 ໂມງ ວັນທີ 25 ຕຸລາ 2021 ມີລົດ landcruiser ໝາຍເລກທະບຽນ ກກ 2499 ກໍາແພງນະຄອນ ທີ່ແລ່ນຜ່າດ່ານໜີການກວດກາ 3 ແຍກ ທົງເມັກ ຈຸດເຂົ້າ-ອອກເມືອງ ບໍ່ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່, ສນ 1191 ເມືອງປາກງື່ມ ຈຶ່ງຂັບຂີ່ລົດນຳລົດຄັນດັ່ງກ່າວໄດ້ທັນ ຢູ່ເຂດບ້ານໄຮ່ ເມືອງປາກງື່ມ ຫ່າງຈາກຈຸດກວດກາ ປະມານ 3-4 ກິໂລແມັດ, ເຈົ້າໜ້າທີ່ ຈຶ່ງໄດ້ຂໍກວດຄົ້ນລົດ ພົບເຫັນ ແຮ່ທາດຄ້າຍຄືຫີນ ຈຳນວນ 24 ເປົາ, ນໍ້າໜັກ 1492 ກິໂລກຼາມ, ບໍ່ມີເອກະສານເຄື່ອນຍ້າຍ ຈຶ່ງນໍາຕົວມາສອບສວນ.

ຜ່ານການສອບສວນເບື້ອງຕົ້ນ ຮູ້ໄດ້ວ່າ: ຜູ້ຂັບຂີ່ລົດ ຊື່ ທ້າວ ເພັດປະເສີດ ອາຍຸ 35 ປີ, ຄ້າຂາຍ ຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ນວ ເປັນຄົນຂົນສົ່ງຮັບຈ້າງ ໃຫ້ຂົນສົ່ງແຮ່ທາດສີຂຽວ-ເຫຼືອງ ຈຳນວນ 24 ເປົາ ແທ້ເພື່ອນໍາສົ່ງໃຫ້ໝູ່ ຢູ່ເຂດບ້ານທ່າພະບາດ ເມືອງບໍລິຄໍາໄຊ ແຂວງບໍລິຄໍາໄຊ ໄດ້ຮັບຄ່າຈ້າງ 1,000,000 ກີບ ຕໍ່ຖ້ຽວ.

ຕໍ່ກັບບັນຫາດັ່ງກ່າວ ເຈົ້າໜ້າທີ່ ກຳລັງທຳການສືບສວນ-ສອບສວນ ໃຫ້ຮູ້ລາຍລະອຽດຈະແຈ້ງ ຮູ້ໄດ້ທີ່ມາຂອງແຮ່ທາດ ແລະ ການອະນຸຍາດການຂົນສົ່ງ.

LEAVE A REPLY

Please enter your comment!
Please enter your name here