ຜູ້ເສຍຊີວິດໃໝ່ +3 ຄົນ ຈາກໂຄວິດ-19 ວັນທີ 26 ຕຸລາ 2021

0
3543

ຕາມການລາຍງານ ຂອງຄະສະເພາະກິດປະຈຳວັນທີ 26 ຕຸລາ 2021 ໃຫເຮູ້ວ່າ: ສປປ ລາວ ມີຜູ້ເສຍຊີວິດຈາກໂຄວິດ-19 ເພີ່ມ +3 ຄົນ ເຊິ່ງລວມສະສົມແລ້ວ 56 ຄົນ.

ສຳລັບຜູ້ເສຍຊີວິດໃໝ່ມີຂໍ້ມູນດັ່ງນີ້:

ຜູ້ທີ1: ເພດຊາຍ, ອາຍຸ 77 ປີ, ບ້ານໜອງໃສ, ເມືອງສາລະວັນ, ແຂວງສາລະວັນ,

  • ຜູ້ກ່ຽວມີພະຍາດປະຈໍາຕົວ: ເປັນເບົາຫວານ, ວັນນະໂລກປອດ ແລະ ຄວາມດັນເລືອດສູງ.
  • ຜ່ານມາໄດ້ສັກວັກຊີນກັນໂຄວິດ J&J ຄົບ
  • ວັນທີ 25 ກັນຍາ 2021: ມາກວດຢູ່ໂຮງໝໍແຂວງສາລະວັນ ດ້ວຍອາການ ອິດເມື່ອຍ, ອ່ອນເພຍ.    
  • ຜູ້ກ່ຽວປິ່ນປົວຢູ່ໂຮງໝໍດັ່ງກ່າວ 2 ອາທິດ ແຕ່ອາການບໍ່ດີຂຶ້ນ
  • ວັນທີ 9 ຕຸລາ 2021: ໄດ້ນຳສົ່ງຄົນເຈັບໄປປິ່ນປົວ ຢູ່ໂຮງໝໍ 106 ກອງທັບ, ຫລັງຈາກນັ້ນ ຈິ່ງສົ່ງຕໍ່ເຂົ້າປິ່ນປົວຢູ່ໂຮງໝໍແຂວງຈໍາປາສັກ ຍ້ອນອາການທາງລະບົບຫາຍໃຈຮຸນແຮງກະທັນຫັນ ແລະ ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19.
  • ວັນທີ 10 ຕຸລາ 2021: ຜົນກວດພົບເຊື້ອໂຄວິດ-19 ແລະ ໄດ້ນໍາສົ່ງໄປປິ່ນປົວໂຄວິດຢູ່ໂຮງໝໍໂພນທອງ ເປັນເວລາ 10 ວັນ
  • ວັນທີ 19 ຕຸລາ 2021: ອາການຜູ້ກ່ຽວບໍ່ດີຂື້ນ ຈຶ່ງໄດ້ຍ້າຍມາປີ່ນປົວຢູ່ສູນປີ່ນປົວໂຮງໝໍແຂວງສາລະວັນ.
  • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ນັບແຕ່ວັນທີ 19-25 ຕຸລາ 2021
  • ວັນທີ 25 ຕຸລາ 2021 ເວລາ 02:00 ໂມງເຊົ້າ ຜູ້ກ່ຽວອາການບໍ່ດີຂື້ນ, ຫາຍໃຈຝືດ, ແໜ້ນໜ້າເອີກ ເເລະ ເສຍຊີວິດໃນເວລາຕໍ່ມາ.

ຜູ້ທີ 2: ເພດຊາຍ, ອາຍຸ 57 ປີ, ອາຊີບ: ກຳມະກອນ, ບ້ານ ໂນນແກ້ວ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ.

  • ຜູ້ກ່ຽວເປັນກໍລະນີຢັ້ງຢືນຕິດເຊື້ອທີ່ໄດ້ນອນປີ່ນປົວຢູ່ ໂຮງໝໍມິດຕະພາບ ໃນວັນທີ  21/10/2021.
  • ພະຍາດປະຈຳຕົວ: ເບົາຫວານ, ຄວາມດັນເລືອດສູງ, ເລືອດຈາງ, ໄຂ່ຫຼັງຊຸດໂຊມໄລຍະສຸດທ້າຍ
  • ຜ່ານມາບໍ່ໄດ້ຮັບການສັກຢາວັກຊິນກັນໂຄວິດ
  • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ນັບແຕ່ວັນທີ 21-25/10/2021
  • ວັນທີ 25/10/2021 ເວລາ ~19:30 ໂມງ ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 3: ເດັກອາຍຸ 4 ປີ, ບ້ານໂພສີ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ຄົນໃນຄອບຄົວ (ແມ່ ແລະ ອ້າຍ) ກວດພົບເຊື້ອພະຍາດໂຄວິດ-19

  • ບໍ່ມີພະຍາດປະຈໍາຕົວ ແລະ ຜູ້ກ່ຽວມີສຸຂະພາບແຂງແຮງ
  • ວັນທີ 24 ຕຸລາ 2021 ເວລາ 18:00 ໂມງ ໄດ້ເຂົ້າມາກວດຢູ່ສຸກເສີນ ຂອງໂຮງໝໍແຂວງວຽງຈັນ ຍ້ອນຖືກອຸບັດຕິເຫດໃບໜ້າ ແລະ ຫົວໄຂ່ບວມ, ບໍ່ໄດ້ສະຕິ
  • ມາຮອດເວລາ 24:00 ໂມງ: ເດັກມີອາການຫາຍໃຈຊ້າ, ຢຸດຫາຍໃຈ ເເລະ ຕໍ່ມາໄດ້ເສຍຊີວິດ
  • ໄດ້ເກັບຕົວຢ່າງເພື່ອມາກວດຊອກຫາພະຍາດໂຄວິດ-19, ແຕ່ວ່າຜູ້ກ່ຽວເສຍຊີວິດກ່ອນທີ່ຜົນກວດຈະອອກມາວ່າພົບເຊື້ອພະຍາດໂຄວິດ-19.

LEAVE A REPLY

Please enter your comment!
Please enter your name here