ແອັດມິນເພຈໄທ ຢື່ນຄຳຮ້ອງໃຫ້ສະຖານທູດລາວ ກວດສອບບັ້ງໄຟພະຍານາກຈາກຝັ່ງລາວ

0
9848

ແອັດມິນເພສ ພິສູດບັ້ງໄຟພະຍານາກ ຍື່ນຄຳຮ້ອງໃຫ້ສະຖານທູດ ສປປ ລາວ ປະຈຳໄທ ເພື່ອຂໍໃຫ້ກວດສອບມູນຄວາມຈິງ ກໍລະນີທີ່ມາຂອງບັ້ງໄຟພະຍານາກ ທີ່ເກີດຈາກການຍິງລູກປືນແສງ ຈາກບ້ານເຂດຝັ່ງລາວ ເຮັດໃຫ້ຄົນໄທເຂົ້າໃຈຜິດວ່າເປັນບັ້ງໄຟພະຍາຍນາກມາຫຼາຍສິບປີ.

ຈາກການລາຍງານຂ່າວ ຂອງ Thairath ໃຫ້ຮູ້ວ່າ: ເຊົ້າມື້ນີ້ ວັນທີ 25 ຕຸລາ 2021 ໄດ້ມີແອັດມິນເພຈພິສູດບັ້ງໄຟພະຍານາກ ນຳຫຼັກຖານເປັນລາຍຊື່ບ້ານ ຮູບຖ່າຍ ແລະ ວີດີໂອທີ່ໄດ້ບັນທຶກການເກີດບັ້ງໄຟພະຍານາກວ່າ ເປັນການຍິງລູກປືນແສງ ຈາກບ້ານເຂດຝັ່ງລາວ ເຊິ່ງໄດ້ສ້າງຄວາມເຂົ້າໃຈຜິດໃຫ້ຄົນໄທວ່າ ເປັນບັ້ງໄຟພະຍານາກ.

ແອັດມິນເພຈ ດັ່ງກ່າວ ບອກວ່າ: ໄດ້ກວດສອບ ແລະ ສັ່ງເກດການເລື່ອງນີ້ມາດົນເຖິງ 10 ປີ ແລະ ໃນປີ 2011, ໄດ້ເດີນທາງໄປເບິ່ງບັ້ງໄຟພະຍານາກດ້ວຍໂຕເອງ ໂດຍໃຊ້ກ້ອງ DSLR ເປີດໜ້າກ້ອງໄວ້ ເພື່ອໃຫ້ເຫັນລູກໄຟເປັນເສັ້ນ ແຕ່ພາບທີ່ໄດ້ມາພັດບໍ່ແມ່ນລູກໄຟຂຶ້ນຈາກນໍ້າ ສ່ວນໃຫຍ່ແມ່ນຂຶ້ນມາຈາກຝັ່ງລາວທັງໝົດ ໂດຍລັກສະນະຄ້ານຄືຂອງແຂງ ແລະ ລອຍຂຶ້ນເປັນເສັ້ນຊື່.

ພ້ອມຍັງກ່າວອີກວ່າ: ຕົນເອງໄດ້ປ່ຽນບ່ອນເບິ່ງບັ້ງໄຟພະຍານາກໄປຫຼາຍໆບ່ອນ ເພື່ອຈະເຫັນບັ້ງໄພຂຶ້ນຈາກນໍ້າ ໂດຍຫວັງຊ່ວງປີກ່ອນໆ ໄດ້ນຳໃຊ້ໂດຣນມາຖ່າຍເພື່ອເປັນຫຼັກຖານ ເປັນການຕັ້ງກ້ອງຈາກຝັງໄທ ເຊິ່ງໄດ້ພົບວ່າ ໃນວີດີໂແທີ່ບັນທຶກໄດ້ ສ່ວນໃຫຍ່ບັ້ງໄຟແມ່ນປາກົດຂຶ້ນມາຈາກຝັ່ງລາວທັງໝົດ ເປັນການຍິງເລີກເຂົ້ສໄປໃນນໍ້າ ແລະ ເຊື່ອວ່າບັ້ງໄຟພະຍານາກ ແມ່ນເກີດຈາກຄົນເຮັດ.

LEAVE A REPLY

Please enter your comment!
Please enter your name here