ກຽມຮັບມື້! ພາຍຸດີເປລຊັ້ນ ລະຫວ່າງ 26-29 ຕຸລານີ້

0
3098

ແຈ້ງເຕືອນ ພາຍຸດີເປລຊັ້ນ (Tropical Depression) ສະບັບທີ 1, ພາຍຸດີເປູ່ຊັ້ນ ໄດ້ກໍ່ຕົວຢູ່ເຂດ ທະເລຈີນຕອນລຸ່ມ, ຊຶ່ງໃນເວລາ 07 ໂມງ 00 ຂອງວັນທີ 25 ຕຸລາ 2021 ມີຈຸດສູນກາງຢູ່ເສັ້ນຂະຫນານທີ 10.8 ອົງສາເຫນືອ ແລະ ເສັ້ນແວງທີ 114.2 ອົງສາຕາເວັນອອກ, ກໍາລັງເຄື່ອນທີ່ໃນທິດຕາເວັນຕົກສ່ຽງເຫນືອ ຊຶ່ງຄວາມໄວສູງສຸດຢູ່ໃກ້ຈຸດສູນກາງ 45 ກິໂລແມັດຕໍ່ຊົ່ວໂມງ.

ພາຍຸຫົວນີ້ ຈະເຄື່ອນທີ່ຂຶ້ນຝັ່ງທາງພາກໃຕ້ຂອງປະເທດຫວຽດນາມ ໃນຕອນເຊົ້າຂອງວັນທີ 27 ຕຸລາ 2021 ແລະ ສືບຕໍ່ເຄື່ອນ ທີ່ຜ່ານພາກເຫນືອຂອງປະເທດກໍາປູເຈຍໃຫ້ກັບພາກໃຕ້ຂອງ ປະເທດລາວ ໃນວັນທີ 28 ຕຸລາ 2021 ນີ້.

ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ພາກໃຕ້ ແລະ ພາກກາງໃນ ໄລຍະວັນທີ 26 ຫາ 29 ຕຸລາ 2021.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງ ອັດຕະປື, ຈໍາປາສັກ, ເຊກອງ, ສາລະວັນ, ສະຫວັນນະເຂດ ແລະ ຄໍາມ່ວນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຫນັກ ແລະ ລົມພັດແຮງ ທີ່ ຈະເຮັດໃຫ້ມີ ນ້ໍາຖ້ວມອັ່ງ ແລະ ນ້ໍາຖ້ວມຶ່ງ, ຕົ້ນໄມ້ຫັກລົ້ມ ແລະ ເຮືອນເປ່ເພ ທີ່ຈະເກີດຂື້ນໄດ້ໃນໄລຍະນີ້, ຂໍໃຫ້ຕິດຕາມຂ່າວ ພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 3 ວັນຕໍ່ຫນ້ານີ້.

LEAVE A REPLY

Please enter your comment!
Please enter your name here