ໂຄວິດມື້ນີ້ ຕິດເພີ່ມ 520 ປົວດີ 304

0
4211

ລາຍງານຈາກ ຄະນະສະເພາະກິດ ເຊົ້າວັນທີ 22 ຕຸລາ 2021 ມີຜູ້ຕິດເຊື້ອໃໝ່ 520 ຄົນ ໃນນີ້ ນໍາເຂົ້າ 2 ແລະ ຊຸມຊົນ 518. ປົວດີ 304 ບໍ່ມີຜູ້ເສຍຊີວິດເພີ່ມ. ຕິດເຊື້ອເພີ່ມຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ +289 ກໍລະນີ.

ລາຍງານຈາກຄະນະສະເພາະກິດ ກ່ຽວກັບ ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ໃນເຊົ້າວັນທີ 22​ ຕຸລາ 2021 ນີ້ໃຫ້ຮູ້ວ່າ: ວັນທີ 21 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,580 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 520 ຄົນ (ຕິດເຊື້ອພາຍໃນ ມີ 518 ຄົນ ແລະ ຕິດເຊື້ອນໍາເຂົ້າ 2 ຄົນ). ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນ ໃໝ່ ທັງໝົດ 518 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍ ຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:

  • ນະຄອນຫຼວງ 289 ຄົນ: ມາຈາກ 85 ບ້ານ, ໃນ 9 ເມືອງ ຄື: ເມືອງຈັນທະບູລີ ມີ 22 ຄົນ ຈາກ 9 ບ້ານ, ເມືອງສີໂຄດຕະບອງ ມີ 28 ຄົນຈາກ 14 ບ້ານ, ເມືອງໄຊເສດຖາ ມີ 51 ຄົນ ຈາກ 21 ບ້ານ, ເມືອງສີສັດຕະນາກ ມີ 99 ຄົນ ຈາກ 7 ບ້ານ, ເມືອງ ນາຊາຍທອງ ມີ 5 ຄົນ ຈາກ 5 ບ້ານ, ເມືອງໄຊທານີ ມີ 47 ຄົນ ຈາກ 17 ບ້ານ, ເມືອງຫາດຊາຍຟອງ ມີ 17 ຄົນ ຈາກ 10 ບ້ານ, ເມືອງ ສັງທອງ ມີ 3 ຄົນ ຈາກ 1 ບ້ານ, ເມືອງ ປາກງື່ມມີ 1 ຄົນ ຈາກ 1 ບ້ານ, ຍັງສືບຕໍ່ເອົາຂໍ້ມູນ 16 ຄົນ
  • ແຂວງຫຼວງພະບາງ 54 ຄົນ ຄື: ນະຄອນຫຼວງພະບາງ 46 ຄົນ, ເມືອງງອຍ 4 ຄົນ, ເມືອງນານ 2 ຄົນ, ເມືອງນ້ຳບາກ 1 ຄົນ, ເມືອງຊຽງເງິນ 1 ຄົນ,
  • ແຂວງຫຼວງນໍ້ທາ 47 ຄົນ ຄື: ເມືອງນໍ້າທາ, ມີ 43 ຄົນ ຈາກ 09 ບ້ານ, ເມືອງສີງ, ມີ 1 ຄົນ, ເມືອງລອງ ມີ 1 ຄົນ, ເມືອງວຽງພູຄາ ມີ 1 ຄົນ, ຄົນຕ່າງແຂວງ (ແຂວງຊຽງຂວາງ, ເມືອງໜອກ, ບ້ານທົ່ງເປ ມີ 01 ຄົນ
  • ແຂວງຄໍາມ່ວນ 28 ຄົນ ຄື: ເມືອງຄູນຄໍາ, ບ້ານຜາຊ້າງ 18 ຄົນ, ເມືອງທ່າແຂກ 12 ຄົນ ຈາກ 4 ບ້ານ,
  • ແຂວງສະຫວັນນະເຂດ 15 ຄົນ ຄື: ນະຄອນໄກສອນ ມີ 13 ຄົນ ຈາກ 3 ບ້ານ, ເມືອງຈໍາພອນ, ມີ 2 ຄົນຈາກ ບ້ານຫຼັກ35
  • ແຂວງບໍລິຄໍາໄຊ 11 ຄົນ ຄື: ເມືອງປາກຊັນ, ມີ 05 ບ້ານ, 10 ຄົນ, ເມືອງປາກກະດີງ, ມີ 01 ຄົນ
  • ແຂວງຈໍາປາສັກ 8 ຄົນ ຄື: ນະຄອນປາກເຊ, ມີ 3 ຄົນ ຈາກ 3 ບ້ານ,​ ເມືອງບາຈຽງຈະເລີນສຸກ, ມີ 1 ຄົນ, ເມືອງໂພນທອງມີ 4 ຄົນ ຈາກ 2 ບ້ານ
  • ແຂວງສາລະວັນ 7 ຄົນ ຄື: ເມືອງສາລະວັນ 3 ຄົນ ຈາກ 1 ບ້ານ, ເມືອງສະໜ້ວຍ, ມີ 4 ຄົນ ຈາກ 2 ບ້ານ.
  • ແຂວງໄຊສົມບູນ 4 ຄົນ ທັງໝົດແມ່ນມາຈາກ ເມືອງອະນຸວົງ,
  • ແຂວງເຊກອງ 4 ຄົນ ຈາກເມືອງທ່າແຕງ

ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.

ສ່ວນການຕິດເຊື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 2 ຄົນ: ທັງສອງແມ່ນຈາກແຂວງ ສະຫວັນນະເຂດ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ມາຮອດວັນທີ 21 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 34,518 ຄົນ, ເສຍຊີວິດສະສົມ 49 ຄົນ (ໃໝ່ 0), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 304 ຄົນ, ກໍາລັງປິ່ນປົວ 6,975 ຄົນ.

LEAVE A REPLY

Please enter your comment!
Please enter your name here