ລາຍງານໂຄວິດ-19 ເສຍຊີວິດໃໝ່ເພີ່ມອີກ 2 ຄົນ, ຕິດເຊື້ອໃໝ່ +548 ຄົນ

0
3374

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 16 ຕຸລາ 2021 ໃຫ້ຮູ້ວ່າ: ສປປ ລາວ ມີຜູ້ເສຍຊີວິດເພີ່ມຈາກໂຄວິດ-19 ເພີ່ມອີກ 2 ກໍລະນີ ເຊິ່ງມີລາຍລະອຽດດັ່ງນີ້:

ຜູ້ທີ 1: ເພດຍິງ, ອາຍຸ 70 ປີ,

  • ບ້ານ ນາໂພ, ເມືອງລ້ອງຊານ, ແຂວງໄຊສົມບູນ
  • ພະຍາດປະຈໍາຕົວ ມະເຮັງທໍ່ບີອັກເສບໄລຍະສດທ້າຍ
  • ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ-19.
  • ວັນທີ 27 ກັນຍາ 2021 ເຂົ້າປິ່ນປົວຢູ່ໂຮງຫມໍແຂວງ
  • ວັນທີ 28 ກັນຍາ 2021 ໄດ້ສັ່ງມາໂຮງຫມໍມະໂຫສົດ ເກັບຕົວຢ່າງໂຄວິດ-19 ຜົນເປັນລົບ,
  • ວັນທີ 5 ຕຸລາ 2021 ເກັບຕົວຢ່າງໂຄວິດ-19 ຜົນເປັນລົບ ແລະ ຜ່າຕັດມະເຮັງທໍ່ນໍາບີ
  • ວັນທີ 10 ຕຸລາ 2021 ພາກັບບ້ານ ແລະ ຕິດຕາມພະຍາດຢູ່ລ້ອງຊານ
  • ວັນທີ 12 ຕຸລາ 2021 ເກັບຕົວຢ່າງຕື່ມອີກ
  • ວັນທີ 15 ຕຸລາ 2021 ຜົນອອກເປັນບວກ ມີອາການແຮງ ແລະ ເສຍຊີວິດ

ຜູ້ທີ 2: ເພດຍິງ, ອາຍຸ 75 ປີ

  • ບ້ານ ບໍ່ນາງົວ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ
  • ພະຍາດປະຈໍາຕົວ ຄື ຄວາມດັນເລືອດສູງ
  • ສັກຢາວັກຊີນປ້ອງກັນໂຄວິດ-19
  • ວັນທີ 4 ຕຸລາ 2021 ເຂົ້າຮັບການປິ່ນປົວ ຍ້ອນພະຍາດປະຈໍາຕົວແຊກແຊງ ເຮັດໃຫ້ອາການປ່ວຍໂຄວິດ-19 ຮຸນແຮງຂຶ້ນເລື້ອຍໆ
  • ວັນທີ 15 ຕຸລາ 2021 ຜູ້ປ່ວຍເສຍຊີວິດ

1.ຄໍາມ່ວນ 241 ຄົນ

  • ເມືອງທ່າແຂກ ມີ 240 ຄົນ: ຢູ່ໃນສະຖານທີ່ຄຸມຂັງ: 239 ຄົນ, ພະນັກງານຢູ່ໃນ ສະຖານທີ່ຄຸມຂັງ ມີ 1 ຄົນ
  • ເມືອງຫີນບູນ, ບ້ານຄໍາແກ້ວ ມີ 1 ຄົນ

2.ນະຄອນຫຼວງ 164 ຄົນ: ມາຈາກ 74 ບ້ານ, ໃນ 7 ເມືອງ

  • ເມືອງຈັນທະບູລີ ມີ 10 ບ້ານ (34 ຄົນ)
  • ເມືອງສີໂຄດຕະບອງ ມີ 16 ບ້ານ (22 ຄົນ)
  • ເມືອງໄຊເສດຖາ ມີ 12 ບ້ານ (39 ຄົນ)
  • ເມືອງສີສັດຕະນາກມີ 11 ບ້ານ (15 ຄົນ)
  • ເມືອງນາຊາທອງ ມີ 97 ບ້ານ (18 ຄົນ)
  • ເມືອງໄຊທານີ ມີ 12 ບ້ານ (23 ຄົນ) ( ບ. ສົມສະຫວັນ ສູນຫຼັກ 27 ມີ 05 ຄົນ)
  • ເມືອງຫາດຊາຍຟອງ ມີ 05 ບ້ານ (08 ຄົນ)

• ສືບຕໍ່ເອົາຂໍ້ມູນ 05 ຄົນ

3.ວຽງຈັນ 43 ຄົນ :

-ເມືອງແກ້ວອຸດົມ, ມີ 32 ຄົນ, 08 ບ້ານ

  • ບ້ານພູເຂົາຄໍາ ມີ 10 ຄົນ
  • ບ້ານແສງສະຫວ່າງ ມີ 07 ຄົນ
  • ບ້ານທ່າຊັນ ມີ 04 ຄົນ
  • ບ້ານນາປູນ ມີ 03 ຄົນ
  • ບ້ານທ່າລາດ ມີ 03 ຄົນ
  • ບ້ານສາມັກຄີໄຊ ມີ 02 ຄົນ
  • ບ້ານຖິ່ນແກ້ວ ມີ 02 ຄົນ
  • ບ້ານໂພນຄໍາ

-ເມືອງວັງວຽງ ມີ 0 ຄົນ, 06 ບ້ານ

  • ບ້ານນ້ໍາງາດ ມີ 02 ຄົນ
  • ບ້ານວຽງແກ້ວ ມີ 02 ຄົນ
  • ມີ 04 ຄົນ ຈາກບ້ານນາມອນ
  • ບ້ານຫ້ວຍແຍ້
  • ບ້ານໂພນສະຫວ່າງ 1
  • ບ້ານໂພນເພັງ 1

-ເມືອງໂພນໂຮງ: ບ້ານນາໂພໃຕ້ ມີ 03 ຄົນ

4.ຫຼວງພະບາງ 42 ຄົນ

-ນະຄອນຫຼວງພະບາງ ມີ 12 ບ້ານ (26 ຄົນ)

  • ວັດຜາໂອ ມີ 5 ຄົນ
  • ບ້ານຫາດຮ່ຽນ ມີ 4 ຄົນ
  • ບ້ານປ່ອງຄໍາ ມີ 3 ຄົນ
  • ບ້ານຜາສູກ ມີ 2 ຄົນ
  • ບ້ານປົ່ງຫວ້ານ ມີ 2 ຄົນ
  • ບ້ານເມືອງງາ ມີ 3 ຄົນ
  • ບ້ານພູຊ້າງຄໍາ ມີ 2 ຄົນ
  • ບ້ານຄົກວາ,ບ້ານດອນໃຫມ່, ບ້ານນາວຽງຄໍາ, ບ້ານນາຫຼວງ, ບ້ານໂພນ ສະອາດ ມີ ບ້ານລະ 1 ຄົນ

-ເມືອງນ້ໍາບາກ ມີ 4 ບ້ານ (6 ຄົນ)

  • ບ້ານນ້ໍາຖ້ວມໃຕ້ ມີ 2 ຄົນ
  • ບ້ານທ່າຊູ້ ມີ 2 ຄົນ
  • ບ້ານນ້ໍາຖ້ວມເຫນືອ ແລະ ບ້ານຫ້ວຍຍາງ ມີ ບ້ານ ລະ 1 ຄົນ

-ເມືອງປາກອູ ມີ 1 ບ້ານ (ບ້ານສ້ຽວ) ມີ 7 ຄົນ

-ເມືອງວຽງຄໍາ ມີ 1 ບ້ານ (ບ້ານວຽງຄາ) ມີ 2 ຄົນ

-ເມືອງງອຍ ມີ 1 ບ້ານ (ບ້ານສົບຮຸນ) ມີ 1 ຄົນ 

5.ບໍ່ແກ້ວ 10 ຄົນ:

  • ເມືອງຫ້ວຍຊາຍ 7 ຄົນ, 02 ບ້ານ, ບ້ານປາກຮາວເຫນືອ ມີ 6 ຄົນ, ບ້ານນ້ໍາປອງ ມີ 1 ຄົນ
  • ເມືອງຕົ້ນເຜີ້ງ, ບ້ານຄ້ວານສາມຫຼ່ຽມຄໍາ ມີ 03 ຄົນ

6.ຫຼວງນ້ໍາທາ 9 ຄົນ:

– 05 ຄົນເປັນສັນຊາດລາວ ແລະ ອີກ 04 ຄົນ ເປັນຄົນສັນຊາດຈີນ (ເດີນທາງຈາກ ນະຄອນຫລວງວຽງຈັນ ມີ 07 ຄົນ (ເປັນຄົນຈີນ 04 ຄົນ ແລະ ຄົນລາວ 03 ຄົນ) ແລະ ອີກ 02 ຄົນ ເປັນຄົນລາວເດີນທາງຈາກແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ ເພື່ອໄປ ເຮັກວຽກຢູ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ.

7.ສະຫວັນນະເຂດ 8 ຄົນ

-ນະຄອນໄກສອນ ມີ 07 ຄົນ ຈາກ 04 ບ້ານ

  • ບ້ານດຸດົມວິໄລ ມີ 03 ຄົນ
  • ບ້ານບືງວະ ມີ 02 ຄົນ
  • ມີ 02 ຄົນ ຈາກບ້ານນາເຊັງ ແລະ ບ້ານໂພນສະຫວ່າງເຫນືອ ມີບ້ານລະ 1 ຄົນ

-ເມືອງຈໍາພອນ, ບ້ານຫຼັກ 35 ມີ 61 ຄົນ

8.ບໍລິຄໍາໄຊ 8 ຄົນ

  • ເມືອງປາກຊັນ (ບ້ານກ້ວຍອຸດົມ, ບ້ານນ້ໍາງຽບ)
  • ເມືອງປາກກະດິງ (ບ້ານໂພນຈະເລີນ, ບ້ານທົ່ງນາມີ, ບ້ານຫ້ວຍໄຮ)

9. ຈໍາປາສັກ 7 ຄົນ

  • ນະຄອນປາກເຊ ມີ 04 ຄົນ, 04 ບ້ານ- ມີ 04 ຄົນ ຈາກບ້ານພັດທະນາ , ບ້ານດົງເກາະໂລງ, ບ້ານແກ ແລະ ບ້ານໂຊກອໍານວຍ ມີບ້ານລະ 01 ຄົນ
  • ບາຈຽງຈະເລີນສຸກ ມີ 02 ຄົນ, ຈາກບ້ານໄຊສະຫວ່າງ 01 ຄົນ ແລະ ບ້ານຫມື່ນຫລວງ 01 ຄົນ
  • ເມືອງປະທຸມພອນ: ບ້ານນ້ໍາໃສເທິງ ມີ 1 ຄົນ

10. ໄຊສົມບູນ 5 ຄົນ:

  • ເມືອງລອງຊານ: ບ້ານຄອນວັດ ມີ 03 ຄົນ, ບ້ານຖ້ໍາດິນ ມີ 1 ຄົນ
  • ເມືອງທ່າໂທມ: ບ້ານຊຽງຄົນ ມີ 01 ຄົນ

11.ສາລະວັນ 5 ຄົນ: ບ້ານໂພນແກ້ວ ມີ 04 ຄົນ ບ້ານນາດອນຂວາງ ມີ 1 ຄົນ

LEAVE A REPLY

Please enter your comment!
Please enter your name here