ຍິນດີນຳເດີ້! ຜູ້ໂຊກດີໄດ້ຮັບເງິນລາງວັນ 1,207,000,000 ກີບ

0
4584

ສະແດງຄວາມຍິນດີນຳເດີ້! ຖືກຫວຍ 6 ໂຕ 3,000 ກີບ ແລະ 3 ໂຕ 14,000ກີບ ລວມມູນຄ່າ 1,207,000,000 ກີບ

ຜູ້ໂຊກດີ ຊື່ ທ້າວ ຄອນສະຫວັນ ບ້ານຂາມງອຍ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຖືກຫວຍ 6 ໂຕ 3,000 ກີບ ແລະ 3 ໂຕ 14,000ກີບ ລວມມູນຄ່າ 1,207,000,000 ກີບ ຈາກ ຫວຍທັນສະໄຫມ ໂຊກໄຊ ສາຂາ 4

ຄໍ່າວັນທີ 14 ຕຸລາ 2021 ທີ່ ບ້ານຂາມງ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ທ້າວ ຄອນສະຫວັນ ອາຊີບຄ້າຂາຍໄດ້ ຖືກຫວຍ 6 ໂຕ 3,000 ກີບ ແລະ 3 ໂຕ 14,000ກີບ ລວມມູນຄ່າ 1,207,000,000 ກີບ ຈາກ ຫວຍທັນສະໄຫມ ໂຊກໄຊ ສາຂາ 4.

ໃນຄໍ່າຄືນຂອງວັນທີ 14ຕຸລາທີ່ຜ່ານມາ ເອື້ອຍຂອງທ້າວຄອນສະຫວັນໄດ້ອັບຮູບນ້ອງຊາຍຂອງຕົນລົງເຟສບຸກພ້ອມຂຽນຂໍ້ຄວາມວ່າ: ບາດນີ້ແມ່ນທີຈົວ ລະເດີ້ພີ່ນ້ອງ ນ້ອງຊາຍຖືກ 6 ໂຕ3ພັນ 3ໂຕ 14ພັນ ເຊິ່ງໂພດດັ່ງກ່າວກໍໄດ້ມີຊາວເນັດເຂົ້າໄປສະແດງຄວາມຍິນດີຢ່າງຫຼວງຫຼາຍ ເຊິ່ງທ້າວຄອນສະຫວັນ ກໍໄດ້ເຂົ້າໄປຂຶ້ນເງິນຢູ່ ຫວຍທັນສະໄໝໂຊກໄຊສາຂາ 4 ໃນຕອນເຊົ້າຂອງວັນທີ ​15 ຕຸລາ 2021 ເປັນທີ່ຮຽບຮ້ອຍແລ້ວ.

ທ້າວຄອນສະຫວັນໄດ້ບອກວ່າ: ຕົນແມ່ນໄດ້ຊື້ເລກຕາມທະບຽນລົດຂອງຕົນ ບວກດ້ວຍທີ່ໂຕເອງ ຂາຍຊິ້ນໝູເລີຍນໍາມາຕີເປັນເລກດັ່ງກ່າວເພີ່ນຍັງໄດ້ບອກອີກວ່າ: ຈະເອົາເງິນຈຳນວນນີ້ໄປຂະຫຍາຍທຸລະກິດ ແລະ ເຖິງແມ່ນວ່າຈະໄດ້ເງິນຈຳນວນຫຼວງຫຼາຍກໍຍັງຈະສຶບຕໍ່ຂາຍຊີ້ນໝູຄືດັ່ງທີ່ຜ່ານມາ. ກາຍເປັນເສດຖີໃນຂ້າມຄືນ ເຖິງຢາງໄດກໍຕາມທາງພວກເຮົາກໍ່ຂໍສະແດງຄວາມຍິນດີນຳເດີ້

ຍິນດີນຳຜູ້ໂຊກດີຫຼາຍເດີ້!

LEAVE A REPLY

Please enter your comment!
Please enter your name here