ພົບຄົນບໍ່ຫວັງດີ ລັກເຂົ້າໄປສະຖານີໄຟຟ້າໂຄກສະອາດ

0
4764

ມີກຸ່ມຄົນບໍ່ຫວັງດີ 2 ຄົນ ໄດ້ລັກເຂົ້າໄປສະຖານີໄຟຟ້າໂຄກສະອາດ

ຕາມການລາຍງານ ຂອງລັດວິສາຫະກິດໄຟຟ້າລາວ ໃຫ້ຮູ້ວ່າ: ໃນຄໍ່າຄືນຂອງວັນທີ 11 ຕຸລາ 2021 ຜ່ານມາ, ໄດ້ເກີດເຫດຄົນບໍ່ຫວັງດີລັກເຂົ້າໄປສະຖານີໄຟຟ້າໂຄກສະອາດ ຢູ່ ບ້ານ ສະພັງຄະນົງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຊຶ່ງເປັນສະຖານີໄຟຟ້າແຮງສູງ ມີແຮງດັນ 115/22 ກິໂລໂວນ.

ໃນເວລາທ່ຽງຄືນໄດ້ມີບຸກຄົນບໍ່ຫວັງດີ ຈໍານວນ 2 ຄົນ ໄດ້ລັກຕັດຮົ້ວຫຼັກເຂົ້າມາສະຖານີໄຟຟ້າ ເພື່ອກໍ່ເຫດລັກສາຍດິນ ຫຼື ສາຍກັນຟ້າຜ່າ ສ້າງຄວາມບໍ່ສະຫງົບ ທີ່ເປັນເຫດໃຫ້ລະບົບໄຟຟ້າຖືກຕັດເປັນບໍລິເວນກວ້າງສ້າງຜົນເສຍຫາຍໃຫ້ກັບຜູ້ຊົມໃຊ້ໄຟຟ້າ ພວກກ່ຽວທັງ 2 ໄດ້ ຕັດເອົາສາຍທອງແດງ ຫຼື ສາຍດີນ ທີ່ມີຢູ່ 7 ຈຸດ ຂອງສະຖານີໄຟຟ້າດັ່ງກ່າວ.

ຫຼັງຈາກນັ້ນ ເຈົ້າໜ້າທີ່ ປກສ ບ້ານກໍ່ໄດ້ຕິດຕາມເຂົ້າຈັບກຸມໃນເວລາຕໍ່ມາ ເພື່ອເອົາຜູ້ກ່ຽວມາດໍາເນີນຄະດີຕາມລະບຽບກົດໝາຍບ້ານເມືອງ ແຕ່ຍັງມີອີກ 1 ຄົນ ທີ່ຍັງລົບໜີຢູ່ຍັງຢູ່ລະຫວ່າງການຕິດຕາມມາດຳເນີນຄະດີ. ສະຖານີໄຟຟ້າໂຄກສະອາດ ເປັນໜຶ່ງ ສະຖານີໜຶ່ງ ທີ່ສະໜອງພະລັງງານໄຟຟ້າໃຫ້ກັບເຂດເສດຖະກິດໄຊເຊດຖາ ແລະ ເມືອງອ້ອມຂ້າງ, ສະຖານີໄຟຟ້າແມ່ນເປັນເຂດຫວງຫ້າມ, ເຂດອັນຕະລາຍ, ເປັນເຂດຫ້າມບຸກຄົນ ນິຕິບຸກຄົນເຂົ້າໃກ້ເດັດຂາດ ເພາະເປັນເຂດທີ່ມີ ກະແສໄຟຟ້າ ຫຼື ພະລັງງານໄຟຟ້າໄຫລຜ່ານຕະຫຼອດ 24 ຊົ່ວໂມງ ເປັນເຂດຫວງຫ້າມ ອັນຕະລາຍ ຕ້ອງໄດ້ຮັບອານຸຍາດເທົ່ານັ້ນຈິ່ງສາມາດເຂົ້າໄດ້.

LEAVE A REPLY

Please enter your comment!
Please enter your name here