ກວດພົບຜູ້ຕິດເຊື້ອ 7 ຄົນ ໃນກຸ່ມໄວລຸ້ນ 32 ຄົນ ທີ່ລະເມີດແຈ້ງການ 37/ຈນວ ອາທິດກ່ອນ

0
5875

ກວດພົບຜູ້ຕິດເຊື້ອ 7 ຄົນ ໃນກຸ່ມໄວລຸ້ນ ຈຳນວນ 32 ຄົນ ທີ່ລະເມີດແຈ້ງການ 37/ຈນວ ຢູ່ໂຮງແຮມໂຄ້ງຄໍາ

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ໄດ້ກວດພົບຜູ້ຕິດເຊື້ອ 7 ຄົນ ໃນກຸ່ມໄວລຸ້ນ ຈຳນວນ 32 ຄົນ ທີ່ລະເມີດແຈ້ງການ 37/ຈນວ ຢູ່ໂຮງແຮມໂຄ້ງຄໍາ ໃນວັນທີ 4 ຕຸລາ 2021 ທີ່ຜ່ານມາ.

ຈາກການລາຍງານຂອງທ່ານ ພັທ ອຸດອນ ຈັນທະວົງ ຮອງຫົວໜ້າຫ້ອງສັນຕິບານ ປກສ ນວ ໃຫ້ຮູ້ວ່າ: ຜ່ານການສືບສວນ-ສອບສວນ ຈຳນວນ 32 ຄົນ ທີ່ໄດ້ກັກຕົວຢຸ່ໂຮງແຮມໂຄ້ງຄຳ, ມີຜູ້ກະທຳຜິດທາງອາຍາ 4 ຄົນ, ໃນຂໍ້ຫາມີອາວຸດເສີກໄວ້ໃນຄອບຄອງ ( ສົ່ງໃຫ້ຫ້ອງຕຳຫຼວດ ດຳເນີນຄະດີ ) ສ່ວນອີກ 28 ຄົນ, ຍິງ 13 ຄົນ, ທີ່ໄດ້ລະເມີດຄໍາສັ່ງ, ແຈ້ງການ ເຈົ້າໜ້າທີ່ຫ້ອງສັນຕິບານ ປກສ ນວ ໄດ້ໃຊ້ມາດຕະການສຶກສາອົບຮົມ ແລະ ປັບໃໝ 3.000.000 ກີບ/ຄົນ ພ້ອມທັງນໍາໄປຈໍາກັດບໍລິເວນຢູ່ໂຮງແຮມປານີ ບ້ານຊຽງດາ ເມືອງໄຊເຊດຖາ ຕາມຄວາມສະໝັກໃຈຂອງຜູ້ລະເມີດ ໂດຍໃຫ້ຮັບຜິດຊອບຄ່າໃຊ້ຈ່າຍຢູ່ກິນດ້ວຍຕົນເອງທັງໝົດ.

ມາຮອດວັນທີ 7 ຕຸລາ 2021 ຈຶ່ງກວດພົບເຊື້ອ ຈຳນວນ 7 ຄົນ, ໄດ້ນໍາຕົວໄປຕິດຕາມອາການ ແລະ ປິ່ນປົວ ຢູ່ໂຮງໝໍສະໜາມ ຫຼັກ 27 ແລະ ໂຮງໝໍສະໝາມວັງຊັບ ໂດຍໃຫ້ພວກກ່ຽວຮັບຜິດຊອບຄ່າໃຊ້ຈ່າຍການກິນຢູ່ ແລະ ປິ່ນປົວເອງທັງໝົດ ເພາະເປັນການກະທໍາໂດຍເຈດຕະນາ, ສ່ວນ 21 ຄົນ ສືບຕໍ່ຈຳກັດບໍລິເວນໃຫ້ຄົບກໍານົດ 14 ວັນ ເຈົ້າໜ້າທີ່ຈະນໍາຕົວມາດໍາເນີນຕາມກົດໝາຍ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແຈ້ງມາຍັງບັນດາທ່ານ ໃຫ້ເຂົ້າໃຈຕື່ມອີກວ່າ: ການອອກມາດຕະການຫ້າມບໍ່ໃຫ້ມີການຈັດຕັ້ງຊຸມແຊວ, ເປີດບໍລິການກີນດື່ມສິ່ງມືນເມົາ ກໍ່ຍ້ອນວ່າພຶດຕິກຳເຫຼົ່ານີ້ເປັນສາເຫດການແຜ່ເຊື້ອໄດ້ງ່າຍດັ່ງກໍລະນີນີ້ ຖ້າວ່າເຈົ້າໜ້າທີ່ບໍ່ສະກັດກັ້ນໄວ້ໄດ້ໃນຈຳນວນ 32 ຄົນນີ້ ຈະນຳເອົາເຊື້ອໄປແຜ່ໃສ່ຄົນໃນສັງຄົມຍິ່ງຈະຫຼາຍໄປກວ່ານີ້.

ຂໍຄວາມຮ່ວມມື: ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງທຸກທ່ານຈົ່ງເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ໃນການສະກັດກັ້ນ ຖ້າພົບເຫັນປະກົດການຫຍໍ້ທໍ້ ໂທແຈ້ງເບີວອດແອັບ ປກສ ນວ 020 28899774 ຫຼື ແຈ້ງຜ່ານຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

LEAVE A REPLY

Please enter your comment!
Please enter your name here