ປະຕູໂຂງ ເຂົ້າ-ອອກ ເທດສະບານເມືອງແກ່ນທ້າວ ແຂວງໄຊຍະບູລີ

0
1499

ປະຕູໂຂງ ເຂົ້າ-ອອກ ເທດສະບານເມືອງແກ່ນທ້າວ ສໍາເລັດແລ້ວ 75%

ໂຄງການກໍ່ສ້າງປະຕູໂຂງ ເຂົ້າ-ອອກ ເທດສະບານເມືອງແກ່ນທ້າວ ແຂວງໄຊຍະບູລີ ເລີ່ມລົງມືກໍ່ສ້າງມາແຕ່ເດືອນກໍລະກົດ 2021 ທີ່ຜ່ານມາ ຊຶ່ງມີຄວາມສູງ 6 ແມັດ, ດ້ານໜ້າກວ້າງ 12 ແມັດ, ດ້ານຂ້າງ 2,5 ແມັດ ລວມມູນຄ່າການກໍ່ສ້າງທັງໝົດ 187 ລ້ານກວ່າກີບ ໂດຍແມ່ນຫ້ອງວ່າການເມືອງ ເປັນເຈົ້າຂອງໂຄງການ ແລະ ບໍລິສັດ ຈັນທະວົງ ກໍ່ສ້າງ-ຂົວທາງ ເປັນຜູ້ຮັບເໝົາ.

ໃນວັນທີ 9 ຕຸລາຜ່ານ​ມານີ້, ໄດ້ຍົກໂຄງຫຼັງຄາປະຕູໂຂງດັ່ງກ່າວ ໂດຍໄດ້ມີພິທີທາງສາສະ ໝາຕາມຮີດຄອງປະເພນີ ເປັນກຽດເຂົ້າຮ່ວມໃນພິທີມີ ທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ. ມາຮອດປັດຈຸບັນນີ້, ໂຄງການດັ່ງກ່າວສໍາເລັດແລ້ວ 75% ແລະ ຄາດວ່າຈະສໍາເລັດ 100% ໃນທ້າຍເດືອນຕຸລາ 2021 ນີ້.

(ຂ່າວ-ພາບ: ແກ່ນທ້າວ)

LEAVE A REPLY

Please enter your comment!
Please enter your name here