ແຜນການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ

0
2131

ກະຊວງປ້ອງກັນຄວາມສະຫງົບ ເຜີຍແຜ່ແຜນການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ແຂວງບໍ່ແກ້ວ

ວັນທີ 11 ຕຸລາ ນີ້, ກະຊວງ ປກສ ໄດ້ຈັດຕັ້ງເຜີຍແຜ່ແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ(2021 – 2023 ) ຢູ່ທີ່ແຂວງບໍ່ແກ້ວ, ເປັນປະທານໂດຍ ພົນຕີ ດຣ. ທອງເຫຼັກ ມັງໜໍ່ເມກ ຮອງລັດ ຖະມົນຕີ ກະ ຊວງ ປກສ, ມີ ທ່ານ ຈອມສີ ລັດຕະນະປັນ ຮອງເຈົ້າແຂວງບໍ່ແກ້ວ, ພ້ອມດ້ວຍຫົວໜ້າ- ຮອງຫົວ ໜ້າກອງບັນຊາການ ປກສ ແຂວງ, ທະຫານແຂວງ, ອົງການໄອຍະການ, ສານປະຊາ ຊົນ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ຄະນະຮັບຜິດຊອບ ໄດ້ຜ່ານແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ( 2021-2023 ) ໂດຍມີຈຸດປະສົງເພື່ອຍົກສູງຄວາມຮັບຮູ້,ເຂົ້າໃຈ, ຄວາມເປັນ ເອກະພາບທາງດ້ານທັດ ສະນະແລະຄວາມຮັບຜິດ ຊອບໃນການນຳພາ-ຊີ້ນຳ ຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນຂອງກຳລັງປ້ອງກັນຄວາມສະ ຫງົບ ໃນການປະຕິບັດຕົວຈິງ; ເພື່ອເຮັດໃຫ້ຄະນະ ພັກ-ຄະນະບັນຊາແຕ່ລະຂັ້ນ ກໍາແໜ້ນເນື້ອໃນສຳ ຄັນທີ່ເປັນພື້ນຖານ ຮັບປະກັນໃຫ້ແກ່ການແກ້ໄຂບັນຫາຢາເສບຕິດ ດຳເນີນໄປຢ່າງເປັນລະບົບ, ຕໍ່ເນື່ອງ, ປະຕິບັດຕາມຂັ້ນຕອນຂອງກົດ ໝາຍ,ເດັດຂາດ, ໂປ່ງໃສ, ເຂັ້ມງວດ, ເປັນມືອາຊີບ ແລະ ທັນເວລາ; ເພື່ອແກ້ໄຂສາເຫດ ແລະ ເງື່ອນໄຂພາໃຫ້ເກີດບັນຫາຢາເສບຕິດ ໃຫ້ຖືກກັບສະພາບຈຸດພິ ເສດ ຂອງແຕ່ລະກົມກອງ, ຂະແໜງການ ແລະ ທ້ອງຖິ່ນແຕ່ລະຂັ້ນ, ເສີມຂະຫຍາຍຜົນງານ, ຜົນ ສຳເລັດທີ່ຍາດມາໄດ້.

ພ້ອມກັນນັ້ນ,ກໍປັບປຸງແກ້ໄຂດ້ານອອ່ນ, ຂໍ້ຄົງຄ້າງ ໃນໄລຍະທີ່ຜ່ານມາ. ວິທີຈັດຕັ້ງປະຕິບັດວາລະແຫ່ງຊາດ ໄດ້ແບ່ງ ອອກເປັນ 3 ໄລຍະ ຄື:

– ໄລຍະທີ 1: ເລີ່ມແຕ່ເດືອນ ກັນຍາ-ທັນວາ 2021 ແມ່ນໄລຍະກະກຽມຄວາມພ້ອມ ແລະ ເຊື່ອມຊື່ມເອກະສານ ເຊັ່ນ: ຄຳສັງຂອງກົມການເມືອງສູນ ກາງພັກ ເລກທີ 02/ກມສພ, ລົງວັນທີ 26 ກໍລະ ກົດ 2021 ວ່າດ້ວຍເພີ່ມທະວີການນຳພາ ຊີ້ນຳຂອງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາ ຢາເສບຕິດ; ມະຕິຂອງສະພາແຫ່ງ ຊາດ ເລກທີ 04/ສພຊ, ລົງວັນທີ 10 ສິງຫາ 2021 ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາ ຢາເສບຕິດ ( 2021-2023); ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດ; ກົດໝາຍວ່າດ້ວຍການປັບປຸງ ບາງມາດ ຕາຂອງກົດໝາຍວ່າດ້ວຍຢາເສບຕິດ ເລກທີ02/ສພຊ, ລົງວັນທີ 9 ສິງຫາ 2021; ແຈ້ງການຂອງຫ້ອງວ່າ ການສຳນັກງານນາຍົກລັດຖະມົນຕີ ເຖິງ ບັນດາກະຊວງ, ອົງການທຽບເທົ່າ ແລະ ບັນດາແຂວງ-ນະຄອນຫຼວງ ກ່ຽວກັບການຈັດຕັ້ງຜັນຂະ ຫຍາຍວາລະແຫ່ງຊາດ ແລະ ເອກະສານ, ນິຕິກຳອື່ນໆທີ່ກ່ຽວຂ້ອງ.

– ໄລຍະທີ 2: ແຕ່ເດືອນມັງກອນ 2022 – ເມສາ 2023 ( ໄລຍະເກັບຂໍ້ມູນ-ວິໄຈຂໍ້ມູນ,ຈັດຕັ້ງປະຕິບັດແຜນການ ແລະ ແກ້ໄຂບັນຫາຢາເສບຕິດຕາມ 6 ແຜນວຽກຈຸດສຸມ ທີ່ໄດ້ກຳນົດໃນວາລະແຫ່ງຊາດ ສ້າງຄວາມຮັບຮູ້ໃນທົ່ວສັງຄົມດ້ວຍການສຶກ ສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ; ສ້າງຂະບວນການ ສະເຫຼີມສະຫຼອງວັນແຫ່ງຊາດ, ວັນສາກົນຕ້ານຢາເສບຕິດ ແລະ ປຸກລະດົມຂົນຂວາຍເງິນເຂົ້າກອງທຶນຄວບຄຸມ, ສະກັດ ກັ້ນ ແລະ ຕ້ານຢາເສບຕິດ; ລົງໂຄສະນາເຜີຍແຜ່ສຶກສາອົບຮົມບັນດາບ້ານເປົ້າ ໝາຍທີ່ກໍານົດໄວ້ ໃຫ້ໄດ້ 80% ຂຶ້ນໄປຂອງຈຳ ນວນບ້ານເປົ້າໝາຍທັງໝົດ.

– ໄລຍະທີ 3: ແຕ່ເດືອນກັນຍາ ຫາ ເດືອນທັນວາ 2023 ( ໄລຍະສະຫຼຸບ, ປະ ເມີນຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ) ມອບໃຫ້ຄະນະ ພັກ- ການນຳຂັ້ນກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນແຕ່ລະຂັ້ນຈັດຕັ້ງ ການສະຫຼຸບ, ປະເມີນຜົນ, ຕີລາ ຄາຄືນການຈັດຕັ້ງປະຕິບັດ,ຖອນຖອນບົດຮຽນຂອງວາລະແຫ່ງຊາດ ແລະ ຈັດຕັ້ງການຍ້ອງຍໍຊົມ ເຊີຍຕໍ່ກົມກອງ ແລະ ບຸກຄົນຜູ້ທີ່ມີຜົນງານດີເດັ່ນ ໃຫ້ສຳເລັດພາຍໃນ ເດືອນ ທັນວາ 2023.

ພ້ອມນີ້, ຄະນະຮັບຜິດຊອບ ຍັງໄດ້ເຜີຍແຜ່ຄໍາສັງຂອງກົມການເມືອງສູນກາງພັກ ເລກທີ 02/ກມສພ, ລົງວັນທີ 26 ແຫ່ງ ຊາດວ່າດ້ວຍການແກ້ ໄຂບັນຫາຢາ ເສບຕິດ; ກົດໝາຍວ່າດ້ວຍການປັບ ປຸງ ບາງມາດຕາຂອງກົດໝາຍວ່າດ້ວຍຢາເສບ ຕິດ ເລກທີ 02/ສພຊ,ລົງວັນທີ 9 ສິງຫາ 2021; ຄຳສັ່ງ ເລກທີ 19/ ນຍ,ລົງວັນທີ 4 ຕຸລາ 2021 ກ່ຽວກັບການຈັດຕັ້ງປະ ຕິບັດວາລະແຫ່ງຊາດ ວ່າດ້ວຍການແຂ້ໄຂບັນຫາຢາເສບຕິດ ( 2021-2023 ); ແຈ້ງ ການຂອງຫ້ອງວ່າ ການສຳນັກງານນາຍົກລັດຖະ ມົນຕີ ເຖິງບັນດາກະຊວງ, ອົງ ການທຽບເທົ່າ ແລະ ບັນດາແຂວງ- ນະ ຄອນຫຼວງ ກ່ຽວກັບການຈັດຕັ້ງຜັນຂະ ຫຍາຍວາລະແຫ່ງຊາດ ແລະ ເອກະສານ, ນິຕິກຳອື່ນໆທີ່ກ່ຽວຂ້ອງ.

ໂອກາດດັ່ງກ່າວ, ຄະນະປະທານ ຍັງໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມ ກໍຄື ຄະນະຮັບຜິດ ຊອບຕ້ອງກຳແໜ້ນ ບັນດາມະຕິ, ຄຳສັ່ງຂອງຂັ້ນເທິງ ເພື່ອນຳໄປຈັດຕັ້ງຜັນຂະ ຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ເກີດດອກອອກຜົນ ແລະ ມີຜົນສຳເລັດຕາມລະດັບຄາດໝາຍທີ່ກໍານົດໄວ້.

LEAVE A REPLY

Please enter your comment!
Please enter your name here