ຈັດພິທີ ບວດປ່າ, ບວດວັງນໍ້າ ບໍລິເວນອ່າງນໍ້າຕໍາ-ພູຍ່າຫງອກ ຢູ່ເມືອງແກ່ນທ້າວ

0
1484

ພິທີ ບວດປ່າ, ບວດວັງນໍ້າ ບໍລິເວນອ່າງນໍ້າຕໍາ-ພູຍ່າຫງອກ

ຕາມການລາຍງານ ຂອງຫ້ອງການຖະແຫຼງຂ່າວ ແລະ ວັດທະນາທຳ ເມືອງແກ່ຂ່າວ: ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນ ໃນວັນທີ 8 ຕຸລາ 2021 ທີ່ຜ່ານມາ, ຢູ່ທີ່ພູຍ່າຫງອກ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ອໍາຄາ ລັດສະໝີ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງແກ່ນທ້າວ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ຜູ້ຊົງຄຸນວຸດທິ, ຄອບຄົວການນໍາ, ນັກທຸລະກິດຜູ້ປະກອບການ, ແລະ ນາຍບ້ານເທດສະບານເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ປະເສີດ ອິນວົງຄໍາ ຮອງເລຂາພັກເມືອງ, ປະທານແນວລາວສ້າງຊາດເມືອງ ໄດ້ລາຍງານວ່າ: ພູຍ່າຫງອກຕັ້ງຢູ່ບ້ານນາບອນ ເມືອງແກ່ນທ້າວ ແຂວງໄຊຍະບູລີ ເຊິ່ງຫ່າງຈາກເທດສະບານເມືອງ ໄປທາງທິດເໜືອປະມານ 3 ກິໂລແມັດ ຕິດກັບເສັ້ນທາງຫຼວງແຫ່ງຊາດເລກ 4.

ພູຍ່າຫງອກໄດ້ກໍານົດເປັນຂອບເຂດດິນອະນຸລັກທາງດ້ານວັດທະນະທໍາ, ເຂດພັດທະນາແຫຼ່ງທ່ອງທ່ຽວທາງປະຫວັດສາດ ແລະ ທໍາມະຊາດຂອງເມືອງ ຕາມຂໍ້ຕົງລົງຂອງທ່ານເຈົ້າເມືອງ ສະບັບເລກທີ 855/ຈມ.ກທ, ລົງວັນທີ 2 ຕຸລາ 2017, ມີເນື້ອທີ່ທັງໝົດ 46,98 ເຮັກຕາ. ພາຍຫຼັງ ໄດ້ຮັບການແຕ່ງຕັ້ງຈາກທ່ານເຈົ້າເມືອງ, ຄະນະຮັບຜິດຊອບໄດ້ຄົ້ນຄ້ວາປຶກສາຫາລື ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະອານຸກໍາມະການ ສົມທົບກັບ ອົງການປົກຄອງບ້ານເທດສະບານ ເປັນເຈົ້າການໃນການຫ້າງຫາກະກຽມຄວາມພ້ອມຮອບດ້ານ ເພື່ອເຮັດໃຫ້ການຈັດພິທີບວດປ່າ, ບວດວັງນໍ້າ ມີເນື້ອໃນ, ມີຄວາມໝາຍ ໂດຍສະເພາະແມ່ນການປູກຈິດສໍານຶກໃຫ້ພໍ່ແມ່ປະຊາຊົນ ຮູ້ເຖິງຄວາມໝາຍ, ຄວາມສໍາຄັນ, ຮູ້ອະນຸລັກຮັກສາປ່າໄມ້, ສັດນໍ້າ-ສັດປ່າ ຢູ່ບໍລິເວນດັ່ງກ່າວ. ຜ່ານການຈັດຕັ້ງປະຕິບັດ ການຫ່າງຫາກະກຽມຂອງແຕ່ລະອະນຸກໍາມະການ ເຫັນວ່າມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກຫຼາຍປະການ, ບາງວຽກງານຍັງເຄື່ອນໄຫວບໍ່ທັນໄດ້ດີເທົ່າທີ່ຄວນ. ແຕ່ເຖິງຢ່າງໃດກໍ່ຕາມ ດ້ວຍຄວາມພະຍາຍາມຈຶ່ງເຮັດສໍາເລັດຫຼາຍຢ່າງ ເປັນຕົ້ນແມ່ນການຈັດສະຖານທີ່, ປະດັບປະດາ, ອະນາໄມ, ກະກຽມທາງດ້ານເນື້ອໃນ, ການແຕ່ງເຄື່ອງທາງດ້ານສາສະໜາ ແລະ ອື່ນໆ.

ຈົນສາມາດເຮັດໃຫ້ພິທີ ບວດປ່າ, ບວດວັງນໍ້າໃນຄັ້ງນີ້ ໄດ້ຈັດຂຶ້ນ. ຈາກນັ້ນ, ທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ ໄດ້ມີຄໍາເຫັນຕໍ່ພິທີ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບທີ່ໄດ້ເອົາໃຈໃສ່ໃນການຫ້າງຫາກະກຽມ ແລະ ສ້າງທຸກເງື່ອນໄຂ ເຮັດໃຫ້ທຸກວຽກງານ ໄດ້ຮັບຜົນສຳເລັດ ແລະ ຮຽກຮ້ອງມາຍັງການຈັດຕັ້ງທຸກຂັ້ນ, ທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນຈົ່ງໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບ ມີການປູກ, ການບົວລະບັດຮັກສາ, ການປ່ອຍສັດນໍ້າ, ສັດປ່າ ເພື່ອເຮັດໃຫ້ເມືອງແກ່ນທ້າວ ປົກຫຸ້ມໄປດ້ວຍປ່າໄມ້ເວົ້າລວມ, ເວົ້າສະເພາະ ຄືສະຖານທີ່ແຫ່ງນີ້ໃຫ້ອຸດົມສົມບູນໄປດ້ວຍສັດນໍ້າ, ສັດປ່ານາໆພັນ. ພ້ອມກັນເອົາໃຈໃສ່ໃນການປະຕິບັດລະບຽບວ່າດ້ວຍການຄຸ້ມຄອງປ່າ ແລະ ວັງນໍ້າອ່າງນໍ້າຕໍາເຂດພູຍ່າຫງອກທີ່ໄດ້ກໍານົດ ແລະ ບໍລິເວນທີ່ໄດ້ບວດແລ້ວ ໃຫ້ເປັນເຂດອະໄພຍະທານ, ຄືນຄວາມອຸດົມສົມບູນໃຫ້ແກ່ທໍາມະຊາດ ແລະ ໃນຊຸມປີຕໍ່ໜ້າ ໃຫ້ສ້າງແຜນຈັດໃໝ່ ເປັນຄັ້ງທີ 2 ໃນສະຖານທີ່ແຫ່ງອື່ນຕື່ມອີກ ໃຫ້ໃຫຍ່ ແລະ ກວ້າງຂວາງກວ່າເກົ່າ ຖ້າຫາກບໍ່ມີການລະບາດຂອງພະຍາດ ໂຄວິດ-19.

ໃນພິທີຄັ້ງນີ້, ຍັງມີການໄຫວ້ພຣະສະມະທານສິນ, ສູດຈະເລີນພຸດທະມົນ ໂດຍພະສົງ 9 ອົງ, ຟັງພຣະທໍາມະເທດສະໜາ, ຖວາຍສັງຄະທານ, ເບ້ຍໄມ້, ນົກ, ປາ ແລະ ອື່ນໆ, ຈາກນັ້ນ, ໄດ້ຜ່ານກົດລະບຽບ ວ່າດ້ວຍການຄຸ້ມຄອງປ່າໄມ້ ເຂດພູຍ່າຫງອກ ແລະ ອ່າງນໍ້າຕໍາ , ຄາຣະວະຮັບພອນຢາດນໍ້າອຸທິດສ່ວນບຸນກຸສົນ, ນໍາເຄື່ອງໝາຍສັນຍາລັກ ຜ້າເຫຼືອງໄປຜູກມັດຕົ້ນໄມ້, ປ່ອຍນົກ, ປ່ອຍປາ ແລະ ປູກຕົ້ນໄມ້ຕື່ມອີກ.

LEAVE A REPLY

Please enter your comment!
Please enter your name here