ຕິດເຊື້ອໃນຊຸມຊົນຍັງຕໍ່ເນື່ອງ ແລະ ກະແຈກກະຈາຍຫຼາຍເຂດ

0
2872

ຖະແຫຼງຂ່າວ ຈາກຄະນະສະເພາະກິດປະຈຳວັນວັນທີ 11 ຕຸລາ 2021, ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 3,600 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 309 ຄົນ (ຕິດເຊື້ອພາຍໃນ ມີ 303 ຄົນ ແລະ ຕິດເຊື້ອນໍາເຂົ້າ 6 ຄົນ) ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນ ໃໝ່ ທັງໝົດ 303 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:

1.ນະຄອນຫຼວງ 119 ຄົນ:  ມີ 7 ເມືອງ ແລະ 52 ບ້ານ

  • ເມືອງຈັນທະບູລີ ມີ 10 ຄົນ, 4 ບ້ານ
  • ເມືອງສີໂຄດຕະບອງ ມີ 17 ຄົນ
  • ເມືອງໄຊເສດຖາ ມີ 73 ຄົນ, 12 ບ້ານ
  • ເມືອງສີສັດຕະນາກມີ 6 ຄົນ,  3 ບ້ານ
  • ເມືອງນາຊາຍທອງ ມີ 13 ຄົນ, 6 ບ້ານ
  • ເມືອງໄຊທານີ ມີ 08 ຄົນ, 7 ບ້ານ
  • ເມືອງຫາດຊາຍຟອງ ມີ 6 ຄົນ, 3 ບ້ານ

2.ແຂວງວຽງຈັນ 49 ຄົນ:

  • ເມືອງແກ້ວອຸດົມ ມີ 06 ບ້ານ (45 ຄົນ)
  • ເມືອງວັງວຽງ ມີ 02 ບ້ານ (02 ຄົນ)
  • ເມືອງໂພນໂຮງ ມີ 02 ບ້ານ (02 ຄົນ)

3.ຫຼວງພະບາງ 32 ຄົນ:

  • ນະຄອນຫລວງພະບາງ ມີ 10 ບ້ານ (16 ຄົນ)
  • ເມືອງຊຽງເງີນ ມີ 04 ບ້ານ (07 ຄົນ)
  • ເມືອງງອຍ ມີ 02 ບ້ານ (04 ຄົນ)
  • ເມືອງຈອມເພັດ ມີ 01 ບ້ານ (02 ຄົນ)
  • ເມືອງນໍ້າບາກ ມີ 02 ບ້ານ (03 ຄົນ)

4.ໄຊສົມບູນ 26 ຄົນ:

  • ເມືອງລ່ອງຊານ  

​5.ສະຫວັນນະເຂດ 22 ຄົນ:

  • ເມືອງອຸທຸມພອນ ມີ 5 ບ້ານ (11 ຄົນ)
  • ນະຄອນໄກສອນ ມີ 06 ບ້ານ (09 ຄົນ)
  • ເມືອງ ໄຊບູລີ ມີ 02 ບ້ານ (2 ຄົນ)

6.ຈໍາປາສັກ 21 ຄົນ:

  • ນະຄອນປາກເຊ ມີ 03 ບ້ານ (05 ຄົນ)
  • ເມືອງປະທຸມພອນ ມີ 02 ບ້ານ (04 ຄົນ)
  • ເມືອງບາຈຽງຈະເລີນສຸກ 04 ບ້ານ (11 ຄົນ)
  • ຄົນເຈັບມາປິ່ນປົວ SARI ຢູ່ໂຮງໝໍແຂວງຈຳປາສັກ ແຕ່ເປັນຄົນຈາກ ບ້ານໜອງໃສ, ເມືອງສາລະວັນ, ແຂວງສາລະວັນ 1 ຄົນ

​7.ຄຳມ່ວນ 20​ ຄົນ

  • ເມືອງທ່າແຂກ ມີ 16 ຄົນ
  • ສູນກັກກັນເມືອງຍົມມະລາດ ມີ 4 ຄົນ

8.ບໍ່ແກ້ວ 12 ຄົນ:

  • ເມືອງຕົ້ນເຜິ້ງ: ບ້ານດອນມູນ 07 ຄົນ
  • ເຂດເສດຖະກິດພິເສດ 05 ຄົນ (ເຈົ້າໜ້າທີ່ປກສ ເຂດ 01 ຄົນ ແລະ ກຳມະກອນ 03 ຄົນ; ຄົນພະມ້າ)

9.ບໍລິຄຳໄຊ 1 ຄົນ: ເມືອງປາກກະດິງ ມີ 1 ຄົນ

10.ສາລະວັນ 1 ຄົນ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 6 ຄົນ: 3 ຄົນຈາກ ນະຄອນຫຼວງວຽງ ແລະ ອີກ 3 ຄົນ ຈາກ ສະຫວັນນະເຂດ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ມາຮອດວັນທີ 10 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 28,849  ຄົນ, ເສຍຊີວິດສະສົມ 30 (ໃໝ່ 4), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 272 ຄົນ, ກໍາລັງປິ່ນປົວ 6.947 ຄົນ.

LEAVE A REPLY

Please enter your comment!
Please enter your name here