ຜູ້ຕິດເຊື້ອໃນຊຸມຊົນຫຍັງຕໍ່ເນື່ອງຂອບເຂດທົ່ວປະເທດ

0
2456

ລາຍງານວັນທີ 9 ຕຸລາ 2021 ໂດຍຄະນະສະເພາະກິດ ໃຫ້ຮູ້ວ່າ: ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,081 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 425 ຄົນ (ຕິດເຊື້ອພາຍໃນ ມີ 419 ຄົນ ແລະ ຕິດເຊື້ອນໍາເຂົ້າ 6 ຄົນ)

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນ ໃໝ່ ທັງໝົດ 419 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:

  • ນະຄອນຫຼວງ 273 ຄົນ:  ມີ 7 ເມືອງ ແລະ 78 ບ້ານ
    • ເມືອງຈັນທະບູລີ ມີ 12 ຄົນ, 7 ບ້ານ
    • ເມືອງສີໂຄດຕະບອງ ມີ 70 ຄົນ,  29 ບ້ານ
    • ເມືອງໄຊເສດຖາ ມີ 62 ຄົນ, 12 ບ້ານ
    • ເມືອງສີສັດຕະນາກມີ 45 ຄົນ,  9 ບ້ານ
    • ເມືອງນາຊາຍທອງ ມີ 55 ຄົນ, 9 ບ້ານ
    • ເມືອງໄຊທານີ ມີ 17 ຄົນ, 5 ບ້ານ
    • ເມືອງຫາດຊາຍຟອງ ມີ 11 ຄົນ, 7 ບ້ານ
  • ຫຼວງພະບາງ 51 ຄົນ:

1.   ນະຄອນຫລວງພະບາງ ມີ 12 ບ້ານ (27 ຄົນ)

2.   ເມືອງຊຽງເງີນ ມີ 02 ບ້ານ (09 ຄົນ)

3.   ເມືອງງອຍ ມີ 03 ບ້ານ (06 ຄົນ)

4.   ເມືອງຈອມເພັດ ມີ 02 ບ້ານ (04 ຄົນ)

5.   ເມືອງນໍ້າບາກ ມີ 04 ບ້ານ (04 ຄົນ)

6.   ບ້ານນໍ້າມີ້, ເມືອງວຽງຄໍາ ມີ 01 ຄົນ

  • ສະຫວັນນະເຂດ 20 ຄົນ:

1. ເມືອງອຸທຸມພອນ ມີ 5 ບ້ານ (11 ຄົນ)

2. ນະຄອນໄກສອນ ມີ 07 ບ້ານ (09 ຄົນ)

  • ແຂວງວຽງຈັນ 19 ຄົນ:

1). ເມືອງແກ້ວອຸດົມ ມີ 06 ບ້ານ (09 ຄົນ)

2). ເມືອງວັງວຽງ ມີ 04 ບ້ານ (07 ຄົນ)

3). ເມືອງຫີນເຫີບ ມີ 02 ບ້ານ (03 ຄົນ)

  • ບໍ່ແກ້ວ 18 ຄົນ:

–   ເມືອງຕົ້ນເຜິ້ງ: ບ້ານພຽງງາມ 11 ຄົນ; ບ້ານດອນມູນ 02 ຄົນ; ແລະ ເຂດພິເສດ 01 ຄົນ.

–  ເມືອງຫ້ວຍຊາຍ: ບ້ານມົກກະຈອກ 02 ຄົນ; ບ້ານອຸດົມ  02 ຄົນ

  • ບໍລິຄຳໄຊ 13 ຄົນ

–  ເມືອງປາກກະດິງ ມີ 8 ຄົນ

–  ເມືອງປາກຊັນ ມີ 05 ຄົນ 

  • ຫຼວງນໍ້າທາ 7 ຄົນ:

   – ຄົນຈີນ ແມ່ນ ການລັກລອບເຂົ້າເມືອງ ໃນຊ່ວງປີ ຜ່ານມາເພື່ອມາເຮັດວຽກຢູ່ ສາມລ່ຽມຄໍາ

   – ສ່ວນຄົນລາວ 04 ຄົນນັ້ນ (03 ຄົນ ແມ່ນ ມີອາຊີບຂັບລົດບັນທຸກ ລົດພ່ວງຍາວ ຢູ່ ດ່ານ ບໍ່ເຕັນ ແລະ ອີກ01 ແມ່ນ ກໍາມະກອນ ເຂດພິເສດ ສາມລ່ຽມຄຳ).

  • ຈໍາປາສັກ 7 ຄົນ:

  1.   ນະຄອນປາກເຊ ມີ 03 ບ້ານ (04 ຄົນ)

  2.   ເມືອງປະທຸມພອນ ມີ 02 ບ້ານ (02 ຄົນ)

  3.   ເມືອງບາຈຽງຈະເລີນສຸກ 01 ຄົນ

  • ຄຳມ່ວນ 6​ ຄົນ

ເມືອງທ່າແຂກ ມີ 05 ຄົນ

– ສູນກັກກັນເມືອງຍົມມະລາດ ມີ 1 ຄົນ

  • ສາລະວັນ 3 ຄົນ

–    ບ້ານໂນດູ, ເມືອງເລົ່າງາມ ມີ 02 ຄົນ (ເປັນຄົນຫວຽດ)

–    ບ້ານຫຼັກສອງ, ເມືອງສາລະວັນ ມີ 01 ຄົນ (ເປັນຄົນລາວ)

  • ຊຽງຂວາງ 2 ຄົນ   ບ້ານຫໍສິມ, ເມືອງຜາໄຊ ມີ 02 ຄົນ (ນັກຮຽນ ແລະ ປະຊາຊົນ ທັງສອງຄົນ ແມ່ນມີຄົນໃນຄອບຄົວຕິດເຊື້ອ)

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 6 ຄົນ ຄື: ນະຄອນຫຼວງວຽງຈັນ 5 ຄົນ ແລະ ສະຫວັນນະເຂດ 1 ຄົນ, ເຊິ່ງທັງໝົດ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

  • ມາຮອດວັນທີ 8 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 28,032  ຄົນ, ເສຍຊີວິດສະສົມ 26 (ໃໝ່ 2), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 295 ຄົນ, ກໍາລັງປິ່ນປົວ 6,027 ຄົນ.

LEAVE A REPLY

Please enter your comment!
Please enter your name here