ລາຍລະອຽດຜູ້ຕິດເຊື້ອໃໝ່ໃນຂອບເຂດທົ່ວປະເທດ

0
3064

ຕາມການລາຍງານ ຂອງຄະນະສະເພາະກິດໃນວັນທີ 6 ຕຸລາ 2021 ໃຫ້ຮູ້ວ່າ: ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 4,874 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 484 ຄົນ ( ຊຸມຊົນ = 468 ຄົນ ແລະ ຕິດເຊື້ອນໍາເຂົ້າ 16 ຄົນ ).

1.ນະຄອນຫຼວງ 206 ຄົນ:

  • ເມືອງຈັນທະບູລີ ມີ 08 ບ້ານ
  • ເມືອງສີໂຄດຕະບອງ ມີ 12 ບ້ານ
  • ເມືອງໄຊເສດຖາ ມີ 06 ບ້ານ
  • ເມືອງສີສັດຕະນາກມີ 08 ບ້ານ
  • ເມືອງນາຊາທອງ ມີ 08 ບ້ານ
  • ເມືອງໄຊທານີ ມີ 14 ບ້ານ
  • ເມືອງຫາດຊາຍຟອງ ມີ 07 ບ້ານ

2.ຫຼວງພະບາງ 96 ຄົນ:

  • ເມືອງນໍ້າບາກ ມີ 30 ຄົນ (ທັງໝົດເຮັດວຽກຢູ່ສວນກ້ວຍຈີນ ບ້ານນະຄອນ)
  • ບ້ານໂພນສະອາດ ມີ 22 ຄົນ (ພະນັກງານສາທາທັງໝົດ)
  • ບ້ານນໍ້າຖ້ວມ ມີ 01 ຄົນ
  • ບ້ານຟ້າ ມີ 04 ຄົນ
  • ບ້ານນໍ້າລາ ມີ 02 ຄົນ
  • ບ້ານໂພນໄຊ ມີ 01 ຄົນ
  • ເມືອງງອຍ ມີ 57 ຄົນ
  • ບ້ານເຄື່ອນນໍ້າອູ່ 23 ຄົນ (ກຳມະກອນ ເຮັດວຽກຢູ່ເຂື່ອນນ້ຳອູ 3)
  • ບ້ານໜອງຂຽວ ມີ 17 ຄົນ
  • ບ້ານປາກບາກ ມີ 17 ຄົນ
  • ນະຄອນຫລວງພະບາງ ມີ 04 ຄົນ (ບ້ານພູຊ້າງ, ບ້ານເມືອງງາ, ບ້ານສັງກະໂລກ ແລະ ບ້ານ ວັດທາດ ມີ ບ້ານລະ 01 ຄົນ)
  • ເມືອງຊຽງເງີນ ມີ 04 ຄົນ (ບ້ານຊຽງເງີນ)
  • ເມືອງນານ ມີ 01 ຄົນ (ບ້ານໂພນໄຊ)

3.ບໍ່ແກ້ວ 78 ຄົນ:

  • ຈາກ ເມືອງ ຫ້ວາຍຊາຍ, ບ້ານ ໂພນງາມ 7 ຄົນ ແລະ ບ້ານ ໂພນໂຮມ 01 ຄົນ  ແລະ ກຳມະກອນກໍ່ສ້າງສະໜາມບິນ ເຂດເສດຖະກິດພິເສດ 70 ຄົນ ຊື່ງແມ່ນຄົນພະມ້າທັງໝົດ

4.ສະຫວັນນະເຂດ 58 ຄົນ:

  • ນະຄອນໄກສອນ ມີ 46 ຄົນ
  • ເມືອງອຸທຸມພອນ ມີ 10 ຄົນ
  • ເມືອງອາດສະພັງທອງ ມີ 01 ຄົນ 

5.ແຂວງວຽງຈັນ 17 ຄົນ:

  • ເມືອງວັງວຽງ ມີ 11 ຄົນ (ບ້ານຫ້ວຍແຍ້ ມີ 06 ຄົນ; ບ້ານໂພນຊູ ມີ 04 ຄົນ ແລະ ບ້ານວັງວຽງ ມີ 01 ຄົນ)
  • ເມືອງວຽງຄໍາ ມີ 03 ຄົນ (ບ້ານໂພນໝີໃຕ້)
  • ເມືອງແກ້ວອຸດົມ ມີ 03 ຄົນ (ບ້ານແສງສະຫວ່າງ

6.ຈໍາປາສັກ 7 ຄົນ:

  • ນະຄອນປາກເຊ ມີ 03 ຄົນ (ບ້ານຊົ້ງໃຫ່ຍ, ບ້ານສະພານໄຊ ແລະ ບ້ານໂນນສະຫວ່າງ ມີບ້ານລະ 01 ຄົນ)
  • ເມືອງບາຈຽງຈະເລີນສຸກ ມີ 02 ຄົນ (ບ້ານລົ່ມສັກເໜຶອ ແລະ ບ້ານຫ້ວຍລຶສີ ມີບ້ານລະ 01 ຄົນ)
  • ເມືອງໂພນທອງ ມີ 01 ຄົນ (ບ້ານໃໝ່ສີວິໄລ) – ເມືອງປະທຸມພອນ ມີ 01 ຄົນ (ບ້ານນາສາຍຄໍາ)

7.ຄໍາມ່ວນ 4 ຄົນ:

  • ບ້ານ ໂພນສູງ: 2 ຄົນ
  • ບ້ານ ລໍາມະລາດ: 2 ຄົນ (ໃນນີ້ ມີຜູ້ຍິງຖືພາສາມເດືອນໜຶ່ງຄົນ)

8.ຊຽງຂວາງ 2 ຄົນ:

  • ເຊິ່ງໄດ້ສໍາຜັດໃກ້ຊິດກັບຄົນຕິດເຊື້ອທີ່ໄປຮ່ວມງານເຮືອນດີຢູ່ບ້ານຫໍສິມ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 16 ຄົນ ຄື: 07 ຄົນ ຈາກສະຫວັນນະເຂດ, ນະຄອນຫຼວງວຽງຈັນ 07 ຄົນ ແລະ ຈາກ ແຂວງບໍ່ແກ້ວ 02 ຄົນ, ເຊິ່ງທັງໝົດນັ້ນແມ່ນໄດ້ມີການເກັບຕົວຢ່າງແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ ແລະ ເມື່ອຜົນກວດຕົວຢ່າງເປັນບວກພວກກ່ຽວໄດ້ ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

-ມາຮອດວັນທີ 5 ຕຸລານີ້ ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ-19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 26,462 ຄົນ, ເສຍຊີວິດສະສົມ 23 (01 ໃໝ່), ປິ່ນປົວດີ ແລະ ກັບບ້ານ ມີ 284 ຄົນ ແລະ ຍັງສືບຕໍ່ປິ່ນປົວ 6,558 ຄົນ.

ລາຍລະອຽດຜູ້ເສຍຊີວິດອ່ານຕໍ່: https://tholakhong.com/37294/

LEAVE A REPLY

Please enter your comment!
Please enter your name here