ລາຍງານຜູ້ຕິດເຊື້ອໃໝ່ປະຈຳວັນທີ 4 ຕຸລາ 2021

0
3613

ຕາມການລາຍງານ ຂອງຄະນະສະເພາະກິດ ປະຈຳວັນທີ ວັນທີ 4 ຕຸລາ 2021 ໃຫ້ຮູ້ວ່າ: ກວດພົບຜູ້ຕິດເຊືື້ອໃໝ່ 307 ຄົນ ( ຊຸມຊົນ = 301 ຄົນ ແລະ ຕິດເຊື້ອນໍາເຂົ້າ 6 ຄົນ ຄື: ສະຫວັນນະເຂດ 04 ຄົນ, ນະຄອນຫຼວງວຽງຈັນ 02 ຄົນ ແລະ ສາລະວັນ 1 ຄົນ) ປິ່ນປົວຫາຍດີ ແລະ ກັບບ້ານມີ 462 ຄົນ.

ຂໍ້ມູນໂດຍຫຍໍ້ກ່ຽວກັບຜູ້ຕິດເຊືື້ອໃໝ່ຊຸມຊົນ 301 ຄົນ ມີດັ່ງນີ້:

1.ນະຄອນຫຼວງ 163 ຄົນ:

  • ເມືອງນາຊາທອງ ມີ 19 ບ້ານ (65 ກໍລະນີ)
  • ເມືອງສີໂຄດຕະບອງ ມີ 10 ບ້ານ (21 ກໍລະນີ)
  • ເມືອງໄຊທານີ ມີ 07 ບ້ານ (21 ກໍລະນີ)
  • ເມືອງສີສັດຕະນາກມີ 10 ບ້ານ (19 ກໍລະນີ)
  • ເມືອງຈັນທະບູລີ ມີ 08 ບ້ານ (16 ກໍລະນີ)
  • ເມືອງໄຊເສດຖາ ມີ 05 ບ້ານ (12 ກໍລະນີ)
  • ເມືອງຫາດຊາຍຟອງ ມີ 06 ບ້ານ (10 ກໍລະນີ)

2.ສະຫວັນນະເຂດ 32 ມີລາຍລະອຽດມີດັ່ງລຸ່ມນີ້:

  • ເມືອງອຸທຸມພອນ 25 ຄົນ ໃນນັ້ນ 13 ຄົນແມ່ນກຸ່ມສໍາຜັດກັບທະຫານຄ້າຍ 644,
  • ເມືອງໄກສອນ 6 ຄົນ ບ້ານໂພໄຊ, (ວັດບ້ານໂພໄຊ, ອາຊີບ: ນັກບວດ), ບ້ານສະພານໃຕ້ (ແມ່ເຮືອນ),
  • ເມືອງຈຳພອນ 1 ຄົນ

3.ຈໍາປາສັກ: 19 ຄົນ; ຊຸມຊົນທັງໝົດ

  • ນະຄອນປາກເຊ 7 ຈາກ 2 ບ້ານ: ບ້ານຊົ້ງໃຫຍ່,    ໂພນສະອາດ,
  • ເມືອງ ບາຈຽງ 12 ຄົນ ຈາກບ້ານລົ່ມສັກໃຕ້ ໃນນັ້ນ 9 ຄົນ ແມ່ນກຳມະກອນນິຄົມສວນຢາງດັກລັກ ແລະ ອີກ 3 ຄົນ ແມ່ນຄອບຄົວເຂົາເຈົ້າ.

4.ຄຳມ່ວນ: 06 ຄົນ (ຊຸມຊົນ) 

  • ຈາກເມືອງທ່າແຂກທາງໝົດ (ປກສ ເມືອງທ່າແຂກ ມີ 2 ກໍລະນີ; ກໍາມະກອນ ຈາກໂຮງງານລາວຄາຍຢວນ ມີ 2 ຄົນ ແລະ ກໍາມະກອນ ບໍລິສັດ ຕັງຈະເລີນ ມີ 2 ກໍລະນີ (ບ້ານນາບວບ).

5.ຫຼວງພະບາງ: 47 ຄົນ ຊຸມຊົນທັງໝົດ,  ຊື່ງໄດ້ພົວພັນກັບຄົນຕິດເຊື້ອ ທີ່ໄດ້ລາຍງານ ຜ່ານມາ:

  • ເມືອງຈອມເພັດ ມີ 23 ກໍລະນີ (ບ້ານຫ້ວຍຖໍ້າ), ຊື່ງອາຊີບສ່ວນຫລາຍແມ່ນເດັກນ້ອຍ, ນັກຮຽນ ແລະ ຊາວສວນ.
  • ເມືອງຊຽງເງີນ ມີ 12 ກໍລະນີ: ບ້ານປາກຂັນ ມີ 10 ກໍລະນີ (ຊື່ງອາຊີບສ່ວນຫລາຍແມ່ນເດັກນ້ອຍ, ນັກຮຽນ, ຊາວສວນ, ພະນັກງານທະຫານ ມີ 01 ກໍລະນີ, ພະນັກງານບໍລິສັດ ETL ມີ 01 ກໍລະນີ), ບ້ານຊຽງເງີນ ແລະ ບ້ານດອນໂມ ມີບ້ານລະ 01 ກໍລະນີ
  • ເມືອງງອຍ ມີ 07 ກໍລະນີ: ບ້ານໜອງຂຽວ ມີ 04 ກໍລະນີ, ບ້ານປາກບາກ ມີ 02 ກໍລະນີ, ບ້ານປາກງາ ມີ 01 ກໍລະນີ
  • ເມືອງນໍ້າບາກ ມີ 03 ຄົນ: ບ້ານປາກຍາງ ມີ 02 ກໍລະນີ ແລະ ບ້ານວຽງຄໍາ ມີ 01 ກໍລະນີ
  • ເມືອງນານ ມີ 02 ຄົນ: ບ້ານໂພນໄຊ 02 ກໍລະນີ (ອາຊີບ: ນັກຮຽນ ແລະ ແມ່ເຮືອນ)

6.ແຂວງ ສາລະວັນ: ຊຸມຊົນ 03 ກໍລະນີ ທັງໜົດ ໄດ້ພົວພັນກັບຄົນຕິດເຊື້ອຜ່ານມາ ແລະ ນໍາເຂົ້າ ມີ 01 ກໍລະນີ) ບ້ານຄັນທະລາດ, ເມືອງສາລະວັນ ມີ 03 ກໍລະນີ (ຊຸມຊົນ)

7.ແຂວງວຽງຈັນ: 04 ຄົນ (ຊຸມຊົນ)

  • ເມືອງໂພນໂຮງ ມີ 03 ກໍລະນີ ມີຄົນໃນຄອບຄົວຕິດເຊື້ອ ທີ່ຊື່ງໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ໄປເຮືອນດີ ຢູ່ບ້ານໂພນຫໍ, ບ້ານໂພນໂຮງ ມີ 02 ກໍລະນີ, ບ້ານນາຊູ ມີ 01 ກໍລະນີ
  • ເມືອງແກ້ວອຸດົມ ມີ 01 ກໍລະນີ (ບ້ານທ່າລາດ, ອາຊີບຂາຍເຄື່ອງຢູ່ຕະຫລາດທ່າລາດ)

8.ບໍ່ແກ້ວ: 12 ຄົນ; (ຊຸມຊົນ)

  • ເມືອງຕົ້ນເຜີ້ງ ມີ ບ້ານ ພຽງງາມ 08 ຄົນ ແລະ ບ້ານ ໂພນໂຮມ 01 ຄົນ;
  • ເຂດເສດຖະກິດພິເສດ 3 ຫຼ່ຽມ ຄຳ 03 ຄົນ.

9.ຊຽງຂວາງ 2 ຄົນ (ຊຸມຊົນ) ຜູ້ສຳຜັດໄກ້ຊິດກັບກໍລະນີຕິດເຊື້ອ ທີ່ໄປງານເຮືອນດີບ້ານຫໍສິມ, ບ້ານຫໍສີມ ມີ 01 ກໍລະນີ (ອາຊິບ: ພະນັກງານຄູ) ແລະ ບໍ່ໄດ້ໄປສອນນັກຮຽນ ຍ້ອນຊ່ວງໂຄວິດ-19 ມີການລະບາດ ແລະ ອີກ 01 ຄົນ ຈາກບ້ານສ່ອມມີ.

10.ບໍລິຄໍາໄຊ:  12 (ຊຸມຊົນ) ລາຍລະອຽດດັ່ງລຸ່ມນີ:

  • ເມືອງປາກຊັນ 01 ກໍລະນີ (ເປັນເພດຍີງ, ອາຍຸ 30 ປີ, ອາຊີບ: ພະນັກງານເພດດ່ານໜ້າ ໂຮງໝໍນ້ອຍຫົງໄຊ ບ້ານຢູ່ ຫາງຊີງສະຫວ່າງ.
  • ເມືອງປາກກະດິງ 11 ກໍລະນີ; ຊື່ງ ມາຈາກບ້ານໂພນຈະເລີນ ມີ 10 ກໍລະນີ (ເປັນສັນຊາດລາວ ມີ 09 ກໍລະນີ ແລະ ສັນຊາດຈີນ 1 ກໍລະນີ (ທັງໜົດ ແມ່ນກຳມະກອນ ເຂື່ອນນໍ້າເທິີນ 1; ໃນນີ້ ມີແພດ 01 ຄົນ) ໄດ້ສຳພັດໃກ້ຊິດກັບກໍລະນີຕິດເຊື້ອ ທີໄດ້ລາຍງານໃນວັນທີ່ 27/09/20221, ແລະ 01 ຄົນ (ເດັກ), ບ້ານຊ້ອນພັນໄຊ ໄດ້ສໍາພັດໄກ້ສິດກັບຜູ້ຕິດເຊື້ອ ບ້ານຫ້ວຍໄຮ ແລະ ໄດ້ລາຍງານໃນວັນທີ່  01/10/2021.

LEAVE A REPLY

Please enter your comment!
Please enter your name here