ຟູດແພນດ້າ ໄປທົ່ວທຸກແຂວງຂອງ ປະເທດລາວ ແອັບສົ່ງອາຫານທຳອິດທີ່ມີໃຫ້ບໍລິການທົ່ວ 18 ແຂວງ

0
3837

ຟູດແພນດ້າ ໄປທົ່ວທຸກແຂວງຂອງ ປະເທດລາວ ແອັບສົ່ງອາຫານທຳອິດທີ່ມີໃຫ້ບໍລິການທົ່ວ 18 ແຂວງ ແລ້ວ.

  • ຂັບເຄື່ອນດ້ວຍຍຸດທະສາດທີ່ແຂງແກ່ນ, foodpanda ນຳໂອກາດການເຕີບໂຕໃນຍຸກເສດຖະກິດດິຈິຕອນ ໃຫ້ກັບຮ້ານອາຫານ, ຮ້ານຄ້າ ແລະ ພະນັກງານສົ່ງອາຫານ ໄຣເດີ້ ທົ່ວປະເທດລາວ.
  • ຈຳນວນຮ້ານອາຫານ ແລະ ຮ້ານຄ້າມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ, foodpanda ເຮັດໃຫ້ຮ້ານອາຫານທ້ອງຖິ່ນ ທຸລະກິດອາຫານ ເຂົ້າເຖີງໂລກຂອງທຸລະກິດອອນລາຍ ແລະ ເຕີບໂຕໄປຕາມຍຸກຂອງວິຖີໃໝ່ (New Normal). ຍອດຂາຍຫຼາຍຮ້ານມີການເພີ່ນຂຶ້ນ ຫຼາຍສິບ ເທົ່າໂຕທຽບກັບເມື່ອກ່ອນ ແລະ ແນ່ນອນ ພະນັກງານສົ່ງອາຫານໄຣເດີ້ເຊັ່ນດຽວກັນ. 
  • ລູກຄ້າໄດ້ຮັບຄວາມສະດວກສະບາຍເລື່ອງການຈັດສົ່ງ ນອກຈາກນັ້ນ, ຍັງມີສ່ວນຫຼຸດພິເສດໃຫ້ກັບທາງລູກຄ້າທົ່ວປະເທດໄດ້ໃຊ້ ເພື່ອສະຫຼອງຄົບ 18 ແຂວງກັບ foodpanda. 
  • foodpanda  ໄດ້ກາຍເປັນພາກສ່ວນໜຶ່ງທີ່ສຳຄັນຂອງການໃຊ້ຊີວິດຂອງຄົນລາວ ໃນຍຸກ new normal ເຮັດໃຫ້ຊີວິດຂອງຄົນລາວງ່າຍຂຶ້ນ ໃນເລື່ອງອາຫານ ແລະ ເຄື່ອງໃຊ້.

ທີ່ ນະຄອນຫຼວງວຽງຈັນ, ວັນທີ 1 ຕຸລາ 2021 – ຟູດແພນດ້າ, ຜູ້ນຳທາງດ້ານທຸລະກິດສົ່ງອາຫານໄດ້ປະກາດຕໍ່ມວນຊົນກ່ຽວກັບຜົນສຳເລັດຄັ້ງຍິ່ງໃຫ່ຍ ທີ່ໄດ້ຂະຫຍາຍເຂດການບໍລິການໄປທົ່ວ 18 ແຂວງຂອງປະເທດລາວ, ເຊິ່ງເປັນ ແອັບທຳອິດ ແລະ ບໍລິສັດສົ່ງອາຫານທຳອິດທີ່ມີການບໍລິການທົ່ວປະເທດລາວ. ເຊິ່ງນີ້ເປັນ ຄວາມສຳເລັດອັນສຳຄັນຂອງ ຟູດແພນດ້າ ລາວ. 

ຟູດແພນດ້າ ໄດ້ເປີດໂຕໃນປະເທດລາວໃນທ້າຍ ປີ 2019, ຖືກຂັບເຄື່ອນດ້ວຍກົນລະຍຸດ ແລະ ຍຸດທະສາດທີ່ແຂງແກ່ນ, ຟູດແພນດ້າ ໄດ້ສ້າງໂອກາດໃນການສ້າງລາຍໄດ້ໃຫ້ກັບ ພະນັກງານສົ່ງອາຫານ ໄຣເດີ້, ຍັງໄດ້ຊ່ວຍບັນດາຮ້ານອາຫານ , ຮ້ານຄ້າເຕີບໂຕໃນທຸລະກິດອອນລາຍ ແລະ ຍັງມອບປະສົບການທີ່ດີ ຄວາມສະດວກສະບາຍໃຫ້ກັບລູກຄ້າທົ່ວປະເທດນຳອີກ. ນອກຈາກນັ້ນ ຍັງໄດ້ສ້າງເສດຖະກິດຂັ້ນທ້ອງຖິ່ນໃຫ້ກ້າວສູ່ຍຸກດີຈີຕອລ ເຊິ່ງລູກຄ້າໄດ້ຮັບຄວາມສະດວກສະບາຍ ແລະ ບໍລິການສົ່ງທີ່ວ່ອງໄວ. ຮ້ານອາຫານທ້ອງຖິ່ນ, ຮ້ານສະດວກຊື້ຕ່າງໆ ລວມທັງພະນັກງານສົ່ງອາຫານ ໄຣເດີ້ ທົ່ວປະເທດ ລ້ວນແລ້ວແຕ່ໄດ້ຮັບຜົນປະໂຫຍດທາງດ້ານການສ້າງລາຍໄດ້ຈາກແອັບ ຫຼື ລະບົບຂອງ ຟູດແພນດ້າ.  

ທ່ານ ທັນຍາລັດ ຈະເລີນສຸກ, ຜູ້ອຳນວຍການ ແລະ ຜູ້ກໍ່ຕັ້ງ ຟູດແພນດ້າ ລາວ, ຜູ້ທີ່ໄດ້ນຳພາ ຟູດແພນດ້າ Laos ຕັ້ງແຕ່ຕົ້ນຈົນຮອດປະຈຸບັນ ໄດ້ກ່າວວ່າ ‘’ ໃນຖານະເປັນຜູ້ລິເລີ່ມ ໃນທຸລະກິດສົ່ງອາຫານ ໃນປະເທດລາວ, ພວກເຮົາໄດ້ເຫັນການປ່ຽນແປງ ແລະ ການເຕີບໂຕຂອງອຸດສະຫະກຳສົ່ງອາຫານໃນ ເກືອບ 2​ ປີທີ່ຜ່ານມາ. ພວກເຮົາໄດ້ເຫັນຫລາຍພັນທຸລະກິດ, ຮ້ານຄ້າ, ຮ້ານອາຫານ ເຕີບໂຕແລະຈະຫຍາຍທຸລະກິດຂອງເຂົາເຈົ້າ ແລະ ຫຼາຍພັນພະນັກງານຈັດສົ່ງອາຫານ ໄຣເດີ້ ມີລາຍໄດ້ຜ່ານລະບົບຂອງພວກເຮົາ ແລະ ມື້ນີ້, ພວກເຮົາພູມໃຈ ແລະ ດີໃຈຫລາຍທີ່ຈະໄດ້ສ້າງໂອກາດໃຫ້ກັບອີກຫຼາຍພັນຮ້ານອາຫານ, ຮ້ານຄ້າ ແລະ ພະນັກງານ ໄຣເດີ້ ໂດຍການຂະຫຍາຍຂອບເຂດການບໍລິການ ຂອງພວກເຮົາ ໄປຮອດທຸກແຂວງຂອງປະເທດລາວແລ້ວ ‘’.

ການຂະຫຍາຍການບໍລິການຂອງທົ່ວປະເທດ, ຟູດແພນດ້າ ໄດ້ສ້າງລະບົບທີ່ຍຶນຍົງ  ໂດຍສະເພາະໃຫ້ກັບຮ້ານຄ້ານ້ອຍໆຢູ່ຕາມເມືອງຕ່າງໆທົ່ວປະເທດລາວ,ໃນເມື່ອພວກເຮົາກຳລັງກ້າວສູ່ຍຸກ new normal ຫຼື ການໃຊ້ຊີວິດປົກກະຕິ ຮູບແບບໃໝ່, ສະນັ້ນ ທຸລະກິດຕ້ອງໄດ້ມີການປັບໂຕຢ່າງຕໍ່ເນື່ອງ, ດ້ວຍເຫດຜົນດັ່ງກ່າວ ຟູດແພນດ້າ ເອງຈຶ່ງໃຫ້ຄຳໝັ້ນສັນຍາວ່າຈະສຶບຕໍ່ພັດທະນາການບໍລິການຂອງພວກເຮົາ ເພື່ອທີ່ຈະໃຫ້ຕອບສະໜອງຄວາມຕ້ອງການຂອງຄົນລາວເຮົາ.

ນອກຈາກການບໍລິການສົ່ງອາຫານແລ້ວ, ເຊິ່ງຟູດແພນດ້າເອງໄດ້ໃຫ້ບໍລິການຕັ້ງແຕ່ໃດມາ. ໃນເດືອນ ສິງຫາ 2021, ທາງຟູດແພນດ້າເອງກໍ່ໄດ້ເປີດໂຕ pandamart, ເຊິ່ງໃຫ້ບໍລິການທາງດ້ານເຄື່ອງໃຊ້ສອຍ ຊີວິດປະຈຳວັນ ທີ່ສົ່ງໃຫ້ລູກຄ້າພາຍໃນ 25 ນາທີ ແລະ ນອກຈາກນັ້ນ, ທາງບໍລິສັດຍັງມີແຜນຂະຫຍາຍ pandamart ໄປຍັງແຂວງໃຫ່ຍໆໃນປີຖັດໄປ. 

ເພື່ອເປັນການສະເຫຼີມ ການໃຫ້ບໍລິການທົ່ວ 18 ແຂວງ, ຟູດແພນດ້າໄດ້ນຳສະເໜີ ລະຫັດສ່ວນຫຼດພິເສດໃຫ້ກັບລູກຄ້າໄດ້ໃຊ້ໃນເວລາສັ່ງອາຫານເຊັ່ນ: ລະຫັດ EVERYWHERE ຫຼຸດ 20% ທີ່ລູກຄ້າສັ່ງ 40,000 ກີບຂຶ້ນໄປ ແລະ ຫຼຸດສູງສຸດ 12,000​ ກີບ ຕັ້ງແຕ່ເວລາ 11:00 – 17:00 ໂມງ ຈົນເຖິງວັນທີ 31 ຕຸລາ 2021 ນີ້. ໃນແຄມເປນນີ້, ຟູດແພນດ້າລາວ ຍັງໄດ້ຂອບໃຈມາຍັງລູກຄ້າທຸກທ່ານທີ່ໄດ້ໃຫ້ການສະໜັບສະໜູນຕະຫລອດມາ ຕັ້ງແຕ່ເລີ່ມຕັ້ນ, ລວມທັງຄູ່ຮ່ວມທຸກລະກິດພວກເຮົາ ໂດຍເພາະ ຮ້ານອາຫານ ຮ້ານຄ້າ ແລະ ພະນັກງານສົ່ງອາຫານໄຣເດີ້ ຜູ້ທີ່ມອບການບໍລິການທີ່ດີທີ່ສຸດໃຫ້ກັບທາງລູກຄ້າຂອງພວກເຮົາທົ່ວປະເທດ.

#ຟູດແພນດ້າ #ຟູດແພນດ້າທົ່ວລາວ #foodpandaLA #ຟູດແພນດ້າ18ແຂວງ

LEAVE A REPLY

Please enter your comment!
Please enter your name here