ໃກ້ແລ້ວ! ບໍລິສັດ ໄຟເຊີ ໄດ້ເລີ່ມທົດລອງຢາປ້ອງກັນໂຄວິດ-19 ຊະນິດເມັດໃນຂັ້ນຕອນສຸດທ້າຍ

0
2027

ບໍລິສັດ ໄຟເຊີ ໄດ້ເລີ່ມທົດລອງຢາປ້ອງກັນໂຄວິດ-19 ຊະນິດເມັດໃນຂັ້ນຕອນສຸດທ້າຍ

ໃນວັນທີ 28 ກັນຍາ 2021 ບໍລິສັດ ໄຟເຊີ ໄດ້ເລີ່ມທົດລອງຢາປ້ອງກັນໂຄວິດ-19 ຊະນິດເມັດໃນຂັ້ນຕອນສຸດທ້າຍ ໃຫ້ແກ່ບຸກຄົນທີ່ຢູ່ທ່າມກາງການລະບາດຂອງພະຍາດໂຄວິດ-19 ທີ່ສະແດງອາການ ໂດຍຢາຊະນິດເມັດນີ້ມີຊື່ເອີ້ນວ່າ PF-07321332. ຢາເມັດຂອງບໍລິສັດໄຟເຊີເອີ້ນໄດ້ວ່າເປັນຢາປະເພດ protease inhibitors ທີ່ເຮັດວຽກໂດຍການຄັດລອກໂຕເອງພາຍໃນຮ່າງກາຍຂອງມະນຸດ ຈຶ່ງເຮັດໃຫ້ບໍ່ສາມາດກໍ່ໃຫ້ເກີດການຕິດເຊື້ອໂຄວິດ-19 ຮອບໃໝ່ໄດ້.

ທີມນັກວິທະຍາສາດຂອງບໍລິສັດໄຟເຊີຈະມີການທົດສອບຢາຊະນິດເມັດໃນຂັ້ນຕອນສຸດທ້າຍກັບອາສາສະໝັກທີ່ຮ່າງກາຍແຂງແຮງຈໍານວນ 2,660 ຄົນ ອາຍຸ 18 ປີຂຶ້ນໄປ ທີ່ອາໄສຢູ່ໃນບ່ອນພັກທີ່ມີຜູ້ຕິດເຊື້ອໂຄວິດ-19  ເຊິ່ງອາສາສະໝັກຖືກແບ່ງອອກເປັນສອງກຸ່ມ ໂດຍກຸ່ມໜຶ່ງໃຫ້ກິນຢາເມັດຂອງບໍລິສັດໄຟເຊີ ແລະ ຕ້ອງກິນຢາມື້ລະສອງເມັດເປັນເວລາ 5-10 ມື້ ແລະ ກິນກຸ່ມໜຶ່ງແມ່ນໃຫ້ກິນຢາທີ່ບໍ່ມີຜົນຫຍັງ(ຢາປອມ). ຈາກນັ້ນນັກວິທະຍາສາດຈະປະເມີນປະສິດທິພາບຂອງຢາ PF-07321332 ໃນການປ້ອງກັນການຕິດເຊື້ອ ແລະ ອາການຕ່າງໆ ພາຍໃນ 14 ມື້ ຫຼັງຈາກທີ່ອາໄສຢູ່ຮ່ວມກັບຜູ້ຕິດເຊື້ອໂຄວິດ-19.

ນອກຈາກນີ້, ບໍລິສັດໄຟເຊີ ຍັງໄດ້ເລີ່ມສຶກສາຢາປ້ອງກັນໂຄວິດ-19 ກັບຜູ້ຕິດເຊື້ອໃນໄວຜູ້ໃຫຍ່ ທີ່ມີອາການບໍ່ຮຸນແຮງ ແລະ ລວມທັງຜູ້ປ່ວຍທີ່ຕິດເຊື້ອໂຄວິດ-19 ນໍາອີກດ້ວຍ.

ແຫຼ່ງຂ່າວ: Thairath 

LEAVE A REPLY

Please enter your comment!
Please enter your name here